• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ 14 ອາຍຸການ 2026 – 2031

ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 780 ທ່ານ, ຕາງໜ້າໃຫ້ສະມາຊິກກຳມະບານເກືອບ 10 ລ້ານຄົນໃນທົ່ວປະເທດ.
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳກອງປະຊຸມ)  

ກອງ​ປະ​ຊຸມ​ໃຫຍ່​ກຳ​ມະ​ບານ ຫວຽດ​ນາມ ຄັ້​ງ​ທີ 14 ອາ​ຍຸ​ການ 2026 – 2031 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 04 ມິ​ຖຸ​ນາ, ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ. ດ້ວຍ​ທິດ​ນຳ: “ສາ​ມັກ​ຄີ -ປະ​ຊາ​ທິ​ປະ​ໄຕ - ລະ​ບຽບ​ວິ​ໄນ - ການ​ປ່ຽນ​ແປງ​ໃໝ່ - ການ​ພັດ​ທະ​ນາ”, ກອງ​ປ​ະ​ຊຸມ​ໃຫຍ່​​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 780 ທ່ານ, ຕາງ​ໜ້າ​ໃຫ້​ສະ​ມາ​ຊິ​ກ​ກຳ​ມະ​ບານ​ເກືອບ 10 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ. ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ມີ​ທ່ານ ໂຕ​ເລິ​ມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ; ທ່ານ​ ເລ​ມິນ​ຮຶງ, ນາ​ຍົກ​ລັດຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ; ທ່ານ ເຈິ່ນ​ເກິມ​ຕ​ູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ​ສູນ​ກາງ​ພັກ…

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປ​ະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ໃນ​ຕະ​ຫຼອດ​ວິ​ວັດ​ການ​ປະ​ຕິ​ວັດ ຫວຽດ​ນາມ, ຊົນ​ຊັ້ນ​ກຳ​ມະ​ກອນ ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ນຳ​ໜ້າ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ, ເຕັກ​ນິກ​ຂອງ​ປະ​ເທດ​ຊາດ… ໃນ​ອາ​ຍຸ​ການ​ທີ​່​ຈະ​ມາ​ເຖິງ, ກຳ​ມະ​ບານ ຫວຽດ​ນາມ ຕ້ອງ​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ໃຫ້​ທັນ​ສະ​ໄໝ, ເຕີບ​ໂຫຍ່ເຂັ້ມ​ແຂງ, ສົມ​ເປັນ​ກຳ​ລັງ​ນຳ​ໜ້າ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ.

“ໃນ​ພື້ນ​ຖານ​ເສດ​ຖະ​ກິດການ​ຕະ​ຫຼາດ ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ວິ​ສ​າ​ຫະ​ກິດ ແລະ ຜູ້​ອອກ​ແຮງ​ງານ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ມີ​ຄວາມ​ກົມ​ກຽວ. ກຳ​ມະ​ບານ​ຕ້ອງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້​ໄຂ​ລ​ວມ​ໝູ່. ຄຳ​ເຫັນ​ສ່ອງ​ແສງ​ຂອງ​ກຳ​ມະ​ກອນ​ຕ້ອງ​ໄດ້​ຮັບ​​ການ​ຮັບຟັງ, ແກ້​ໄຂ… ພວກ​ເຮົາ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ. ລົງ​ທຶນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານນັ້ນ​ກໍ່ແມ່ນ​ກາ​ນ​ລົງ​ທຶນ​ໃຫ້​ແກ່​ສະ​ມັດ​ຕະ​ພາບ, ເຄື່ອງ​ໝາຍ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ຢ່າງ​ຍາວ​ນານ​ຂອງວິ​ສາ​ຫະ​ກິດ”.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ແຕ່ວັນທີ 07 – 09 ມິຖຸນາ 2026.

Top