• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເສີມຂະຫຍາຍທ່າແຮງ ຂອງ ບັນດາມໍລະດົກ ຢູແນັສໂກ ຢູ່ ຫວຽດນາມ

ຫວຽດນາມ ເປັນປະເທດ ມີແຫຼ່ງມໍລະດົກທາງທຳມະຊາດ, ວັດທະ ນະທຳ ທີ່ອຸດົມສົມບູນ. ໃນຊຸມປີຜ່ານມາ, ວຽກງານ ຄຸ້ມຄອງ, ປົກ ປັກຮັກສາ ແລະ ເສີມຂະຫຍາຍທາງມໍລະດົກໂລກ ຊຶ່ງຍາມໃດພັກ, ລັດ ກໍໄດ້ຖື ສຳຄັນເປັນພິເສດ. ບັນດາມໍລະດົກໂລກ ຂອງ ຫວຽດນາມ ທີ່ໄດ້ ຢູແນັສໂກ ຮັບຮອງ, ບໍ່ພຽງແຕ່ ນຳມາແຫຼ່ງ ລ້ຽງຊີບ, ລາຍຮັບໃຫ້ ແກ່ຂະແໜງການທ່ອງທ່ຽວເທົ່ານັ້ນ, ແຕ່ສໍາຄັນ ແລະ ສັກສິດກວ່າໝູ່ໝົດ ນັ້ນແມ່ນ ຄວາມເອກອ້າງ ທະນົງໃຈ, ນຳ້ໃຈ ເຊີດຊູຄວາມເປັນຊາດ ກ່ຽວກັບ ປະຫວັດຄວາມເປັນມາ ແລະ ຂະຫຍາຍຕົວ ຂອງປະເທດຊາດ ອີກດ້ວຍ. 
ຖ້າມໍລະດົກ ບໍ່ໄດ້ຖືວ່າ ເປັນຊັບສົມບັດ ກໍໝາຍຄວາມວ່າ ເປັນ ມໍລະດົກ ຕາຍ. ມໍລະດົກ ຕ້ອງປະກອບສ່ວນ ເຂົ້າໃນການພັດທະ ນາ ວຽກງານອະນຸລັກ ຮັກສາມໍລະດົກ ຈຶ່ງມີຄວາມໝັ້ນຄົງ. ນັ້ນ ແມ່ນແຜນນະໂຍບາຍ ຂອງ ຫວຽດນາມ ໃນຂະບວນການພັດທະ ນາ ປະເທດຊາດ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ ແລະ ກຳລັງ ແກ້ໄຂ ຜົນປະໂຫຍດ ລະຫວ່າງ ການອະນຸລັກຮັກສາ ແລະ ພັດ ທະນາ, ລະຫວ່າງ ການປົກປະຮັກສາ ມໍລະດົກ ແລະ ພັດທະນາ ການທ່ອງທ່ຽວ ຢ່າງກົມກຽວກັນ, ຮັບປະກັນ ສິດຜົນປະໂຫຍດ ໃຫ້ ປະຊາຊົນ ຢູ່ຕາມສະຖານທີ່ ມີມໍລະດົກ. 


ກຸງເກົ່າ ເຫວ້ ມີມໍລະດົກໂລກ 5 ແຫ່ງ ຊຶ່ງລະອຽດຄື: ປີ 1993, ກຸ່ມປູສະນີຍະສະຖານກຸງເກົ່າ ເຫວ້ ໄດ້ຮັບຮອງ ເປັນມໍລະດົກ ວັດທະນະທຳຂອງໂລກ; ປີ 2003, ດົນຕີໃນລາຊະວັງ ເຫວ້ ໄດ້ຮັບຮອງເປັນມໍລະດົກ ທີ່ເປັນນາມມະທຳ ຂອງ ມວນມະ ນຸດ; ປີ 2009, ແມ່ພິມດ້ວຍໄມ້ສະໄໝລາຊະວົງ ຫງວຽນ ໄດ້ ຮັບຮອງ ເປັນມໍລະດົກວັດທະນະທຳຂອງໂລກ; ເອກະສານ ດ້ານບໍລິຫານ ສະໄໝລາຊະວົງ ຫງວຽນ ແລະ ກາບກອນ ເທິງ ການສ້າງສາສະຖາປັດຕະຍະກຳ ໃນລາຊະວັງ ເຫວ້ ໄດ້ ລາຍການ ຄວາມຊົງຈຳ ໂລກ ພາກພື້ນ ອາຊີ-ປາຊີຟິກ ຂອງ UNESCO ຮັບຮອງເປັນມໍລະດົກ ເອກະສານ ໃນປີ 2014 ແລະ 2016. ປີ 2017, ເອກະສານດ້ານບໍລິຫານ ສະໄໝ ລາຊະວົງ ຫງວຽນ ສືບຕໍ່ໄດ້ຮັບຮອງເປັນມໍລະດົກ ເອກະສານ ຂອງໂລກ. ພາບ: VNP


ນັກທ່ອງທ່ຽວຢ້ຽມຊົມມໍລະດົກໂລກ ຫໍຜາສາດ ໝີ໊ເຊີນ (ແຂວງ ກວ່າງນາມ). ພາບ: VNP


ແມ່ພິມດ້ວຍໄມ້ວັດ ຫວີງງຽມ ເປັນມໍລະດົກ ເອກະສານ ດ້ວຍໜັງສືຫານ ແລະ ໜັງສືໂນມ, ເປັນແຫຼ່ງເອກະສານ ອັນ ລຳ້ຄ່າທີສຸດ ເພື່ອການຄົ້ນຄວ້າ ການພັດທະນາ
ຂອງ ພາສາ ຫວຽດ ຊຶ່ງໄດ້ UNESCO ເຊີດຊູເປັນມໍລະດົກ ເອກະສານ ພາກພື້ນ ອາຊີ-ປາຊີຟິກ, ປີ 2012. ພາບ: VNP



ເປັນຄັ້ງທຳອິດ ມູນມໍລະກົດສິລະປະຂັບຊວານຂອງແຂວງ ຝູ໋ເຖາະ ຊຶ່ງ UNESCO ໄດ້ອອກຂໍ້ຕົກລົງພິເສດໜຶ່ງ ແລະ ບໍ່ ເຄີຍ ມີມາກ່ອນ, ນັ້ນຄື ການຫັນປ່ຽນພິເສດ ຈາກບັນຊີລາຍຊື່ ມໍລະດົກວັດ ທະນະທຳ ທີ່ທີ່ເປັນນາມມະທຳ ຈຳເປັນຕ້ອງໄດ້ ຮັບການປົກປັກຮັກສາໂດຍດ່ວນ ເຂົ້າໃນບັນຊີ ລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທໍາ ຂອງ ມວນມະນຸດ.
ມໍລະດົກ ຂັບຊວານ ຂອງ ຫວຽດນາມ ກຳລັງ ກາຍເປັນປະກົດການ ມໍລະດົກ ທີ່ໂລກ ໃຫ້ຄວາມສົນໃຈ, ຄົ້ນຄວ້າ ແລະ ພິຈາລະນາ ຄັດເລືອກ.  ພາບ: VNP



ນັກທ່ອງທ່ຽວສາກົນຮັບຊົມນໍ້າສຽງ, ວາດຟ້ອນຄ້ອງ ໄຕ ງວຽນ. ຊ່ວງເວລາວັດທະນະທໍາຄ້ອງ ໄຕງວຽນ ໄດ້ UNESCO ຮັບຮອງ ເປັນຜົນງານປະດິດແຕ່ງ ອັນລ້ຳເລີດ ປາກຕໍ່ປາກມູນ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງມວນມະນຸດ ປີ 2005. ພາບ: VNP

ເມື່ອກ່າວເຖິງບັນຫານີ້, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຢືນຢັນວ່າ: ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຢ່າງໝັ້ນຄົງ, ບໍ່ພຽງແຕ່ເປັນຄວາມຮັບຜິດ ຊອບ ຂອງລັດເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ຂອງ ມະຫາຊົນ ແລະ ວົງຄະນາຍາດອີກດ້ວຍ. ພ້ອມກັນນັ້ນ ແມ່ນຄວາມຕ້ອງການ ຊຸກ ຍູ້ຢ່າງແຂງແຮງ ການເຊື່ອມໂຍງ, ພົບປະແລກປ່ຽນກັບສາກົນ ໃນ ວຽກງານ ອະນຸລັກຮັກສາ, ຄຸ້ມຄອງມໍລະດົກ ອັນເນື່ອງຈາກວ່າ ທາດແທ້ ຂອງມໍລະດົກ ແລະ ວັດທະນະທຳ ແມ່ນການ ພົບປະ ແລກປ່ຽນ. ໃນເວລາ ດຽວກັນ ຕ້ອງປະຕິບັດ ບັນດາຂໍ້ໝັ້ນໝາຍ ກັບ ຢູແນັສໂກ ແລະ ສາກົນຢ່າງເຂັ້ມງວດ; ຕ້ອງປະກອບສ່ວນ  ສີສັນ ຂອງ ຫວຽດນາມ ເພື່ອເຮັດໃຫ້ ແຜ່ນພາບທົ່ວໂລກ ກ່ຽວກັບ ຄວາມຫຼາກຫຼາຍ ສີສັນ ວັດທະນະທຳ ບັນດາຊົນຊາດ ຢູ່ໃນໂລກ ໄດ້ອຸດົມສົມບູນ ຂຶ້ນຕື່ມ ແລະ ຖືນັ້ນ ແມ່ນພັນທະ ແລະ ຄວາມ ຮັບຜິດຊອບສາກົນອີກດ້ວຍ. 

ຖ້າຂ້າພະເຈົ້າມາທີ່ນີ້ ເປັນຜູ້ຕາງໜ້າໃຫ້ແກ່ ຢູແນັສໂກ ປະຈຳ ຫວຽດນາມ, ພວກທ່ານ ເປັນຜູ້ຕາງໜ້າ ໃຫ້ແກ່ ບັນດາ ຄຸນຄ່າ ທີ່ ຢູແນັສໂກ ສາມາດນຳມາໃຫ້ແກ່ປະຊາຊົນ ແລະ ພວກ ທ່ານ, ຜ່ານ ບັນດາການກະທຳ ຂອງຕົນ ເປັນຜູ້ຊ່ວຍເຫຼືອ ປະຊາຄົມ ໃຫ້ເຂົ້າໃຈໄດ້ ຄວາມໝາຍຂອງ ບັນດາຄຸນຄ່າເຫົ່ຼານັ້ນ’’.
ທ່ານ Michael Croft ຫົວໜ້າຜູ້ຕາງໜ້າ
ຢູແນັສໂກ ປະຈຳ ຫວຽດ ນາມ
ໃນຊຸມປີຜ່ານມາ, ການຂຸດຄົ້ນມໍລະດົກ ເພື່ອພັດທະນາ ຂະແໜງ ການທ່ອງທ່ຽວ ໄດ້ນຳມາແຫຼ່ງລາຍຮັບ ທີ່ບໍ່ນ້ອຍໃຫ້ທ້ອງຖິ່ນ. ຈຳນວນນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ ເຂົ້າມາຢ້ຽມ ຢາມ ບັນດາສະຖານທີ່ມໍລະດົກ ຢູ່ ຫວຽດນາມ ນັບມື້ເພີ່ມຂຶ້ນ ຢ່າງຫຼວງຫຼາຍໃນຊຸມປີມໍ່ໆ ນີ້. ພິເສດແມ່ນ ສະຖານທີ່ ມໍລະດົກ ຈຳນວນໜຶ່ງ ເຊັ່ນ: ອ່າວ ຮ້າລອງ, ກຸ່ມປູສະນີຍະສະຖານ ກຸງເກົ່າ ເຫວ້, ກຸ່ມ ປູສະນີຍະສະຖານ ທັດສະນີຍະພາບ ຈ່າງອານ, ເມືອງ ເກົ່າ ໂຮ້ຍອານ, ວັດເຮືອງ, ວັນມ໋ຽວ-ກວກຕື໊ຢ໋າມ ແລະ ອື່ນໆ.
 
ເມື່ອບໍ່ດົນມານີ້, ໃນພິທີສະເຫຼີມສະຫຼອງ 20 ປີ ເມືອງເກົ່າ ໂຮ້ຍ ອານ, ເຂດຫໍຜາສາດ ໝີ໊ເຊີນ ໄດ້ຮັບຮອງເປັນມໍລະດົກໂລກ ແລະ 10 ປີ ກູ່ລາວຈ່າມ-ໂຮ້ຍອານ ໄດ້ຮັບຮອງເປັນເຂດອະນຸລັກ ຊັ້ນ ອາກາດ ແລະ ຊີວະນາໆ ພັນໂລກ. ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ເນັ້ນໜັກວ່າ “ແຕ່ລະມໍລະດົກ ປະກົດຂຶ້ນ ຢູ່ປະເທດ ຊາດ ຂອງ ພວກເຮົາ ແມ່ນການພິສູດອັນໜຶ່ງ ກ່ຽວກັບ ຮູບພາບ ຫວຽດນາມ ເຊື່ອມໂຍງ, ເປີດອົກເປີດໃຈ ແລະ ຮັບເອົາບັນດາຄຸນ ຄ່າທາງວັດທະນະທຳ, ຄວາມສິວິໄລ, ປະຫວັດສາດ ແລະ ການ ຂະຫຍາຍຕົວ ຂອງມະນຸດ ຊຶ່ງພົ້ນເດັ່ນໃນນັ້ນແມ່ນ ເມືອງເກົ່າ ໂຮ້ຍອານ ແລະ ດິນແດນສັກສິດ ໝີ໊ເຊີນ ຢູ່ແຂວງ ກວ່າງນາມ”. 
ບົດ: VNP ສັງລວມ - ພາບ: VNP, VNA

ເວທີສະແດງ ແຈ່ວ ໝູ່ບ້ານ ຄວັກ

ເວທີສະແດງ ແຈ່ວ ໝູ່ບ້ານ ຄວັກ

ຕໍ່ໜ້າບັນດາຮູບແບບສິລະປະໃໝ່, ສິລະປະຂັບແຈ່ວ ກໍາລັງຄ່ອຍໆ ສູນຫາຍໄປ ໃນຊີວິດວັດທະນະທໍາ ຍຸກໃໝ່. ແຕ່ໃນໝູ່ບ້ານກະສິ ກຳ ແຫ່ງໜຶ່ງຢູ່ເຂດທົ່ງພຽງແມ່ນ້ຳແດງ, ການສະແດງຂັບ ແຈ່ວ ຍັງ ຄົງໄດ້ຈັດຂຶ້ນຢູ່ຕາມເດີ່ນສາລາ, ວັດ ແລະ ສຽງຂັບ ແຈ່ວ ຍັງໄດ້ ຍິນຢູ່ທົ່ວທຸກທາງຮ່ອມໃນໝູ່ບ້ານ. 

Top