ອາຊຽນ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ ແລະ ສ.ເກົາຫຼີ ແມ່ນຄູ່ຄ້າໃຫຍ່ອັນດັບທີ 5 ຂອງ ອາຊຽນ.
(ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ)
ເວທີປາໄສເຊື່ອມຕໍ່ ອາຊຽນ - ສ.ເກົາຫຼີ 2025 ຈັດຂຶ້ນໃນວັນທີ 17 ມິຖຸນາ, ຢູ່ ອິນໂດເນເຊຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ Lee Jangkeun ໃຫ້ຮູ້ວ່າ, ອາຊຽນ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ ແລະ ສ.ເກົາຫຼີ ແມ່ນຄູ່ຄ້າໃຫຍ່ອັນດັບທີ 5 ຂອງ ອາຊຽນ.
“ຂ້າພະເຈົ້າເຊື່ອໝັ້ນວ່າ ສ.ເກົາຫຼີ ແລະ ອາຊຽນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ຜ່ານການເປີດກວ້າງ ແລະ ປັບປຸງການຮ່ວມມື. ການເພີ່ມທະວີການເຊື່ອມຕໍ່ຈະແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ 2 ຝ່າຍ. ສ.ເກົາຫຼີ ຕັດສິນໃຈສືບຕໍ່ຮ່ວມມືກັບ ອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍຂອງແຜນການຍຸດທະສາດເຊື່ອມຕໍ່ ອາຊຽນ ໃຫ້ປະກົດຜົນເປັນຈິງ ແລະ ມາດຕະການແກ້ໄຂບັນດາວິໄສທັດຍຸດທະສາດຂອງອົງການນີ້. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະໃຫ້ຄຳໝັ້ນສັນຍາດ້ວຍວິຊາສະເພາະ, ບົດຮຽນ ແລະ ແຫຼ່ງກຳລັງຂອງຕົນ, ຈະໜູນຊ່ວຍການຜັນຂະຫຍາຍບັນດາແຜນການຂອງ ອາຊຽນ ໃຫ້ບັນລຸຜົນສຳເລັດ”.
ທີ່ເວທີປາໄສ, ບັນດາຜູ້ແທນກໍ່ປຶກສາຫາລືບັນດາມາດຕະການ, ຂໍ້ສະເໜີແນະເພື່ອເພີ່ມທະວີການຮ່ວມມືຕາມແຜນການຍຸດທະສາດເຊື່ອມຕໍ່ ອາຊຽນ ໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)