• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາເລເຊຍ ຂຶ້ນແຜນຫນູນຊ່ວຍ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ການຮ່ວມມືລະຫວ່າງ 2 ສະມາຄົມ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍຫລຸດຜ່ອນເວລາແກ້ໄຂລະບຽບການບໍລິຫານໃນການເຄື່ອນໄຫວນຳເຂົ້າອາຫານ ເຂົ້າເມືອງ ມາເລເຊຍ ຜ່ານການສ້າງຕັ້ງບັນດາໂຮງງານຊື່ງໄດ້ຮັບຫນັງສືຢັ້ງຢືນ Halal ຢູ່ ຫວຽດນາມ ເພື່ອຈຳຫນ່າຍບັນດາຜະລິດຕະພັນພາຍໃນ.
ພາບປະກອບ: tapchicongthuong.vn

ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຫນູນຊ່ວຍ ຫວຽດນາມ ສ້າງຕັ້ງສູນ Hala, ຊື່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍ່ຄືເປີດກວ້າງຂອບເຂດຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທ່ົວໂລກ. ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 103 ປີແຫ່ງວັນສ້າງຕັ້ງ PVATM ຊື່ງດຳເນີນໃນວັນທີ 16 ມິຖຸນາ ຢູ່ ກົວລາລຳເປີ, ທ່ານ Datuk Shaharuddin Omar ປະທານສະຫະສະມາຄົມ ໃຫ້ຮູ້ວ່າ: ແຜນການໄດ້ຮັບການຜັນຂະຫຍາຍ ດ້ວຍການຫນູນຊ່ວຍຈາກສະມາຄົມນັກຮົບເກົ່າ ຫວຽດນາມ. ການຮ່ວມມືລະຫວ່າງ 2 ສະມາຄົມ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍຫລຸດຜ່ອນເວລາແກ້ໄຂລະບຽບການບໍລິຫານໃນການເຄື່ອນໄຫວນຳເຂົ້າອາຫານ ເຂົ້າເມືອງ ມາເລເຊຍ ຜ່ານການສ້າງຕັ້ງບັນດາໂຮງງານຊື່ງໄດ້ຮັບຫນັງສືຢັ້ງຢືນ Halal ຢູ່ ຫວຽດນາມ ເພື່ອຈຳຫນ່າຍບັນດາຜະລິດຕະພັນພາຍໃນ.

ຢູ່ເຫດການ, PVATM ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ກ່ຽວກັບການຮ່ວມມືເສດຖະກິດຂອງ ນັກຮົບເກົ່າ ກັບຫວຽດນາມ, ອິນໂດເນເຊຍ, ບຮູໄນ, ໄທ ແລະ ກຳປູເຈຍ. ຕາມທ່ານ Shaharuddin ແລ້ວ, ບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອແນໃສ່ປະກອບສ່ວນເປີດກວ້າງຕະຫລາດສົ່ງອອກໃຫ້ແກ່ສິນຄ້າຂອງທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top