• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ

ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳອົງຄະນະພັກນະຄອນ ໂຮ່ຈີມິນ, ຄະນະພັກແຂວງ ບ່າເຣ້ຍຫວູງເຕົາ ແລະ ຄະນະພັກແຂວງບິ່ງເຢືອງ ກ່ຽວກັບໝາກຜົນຂອງການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມຢູ່ສາມທ້ອງຖິ່ນ. ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ເນັ້ນໜັກຄຳຮຽກຮ້ອງນະຄອນ ໂຮ່ຈີມິນ ຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ອຳນາດການປົກຄອງດີຈີຕອນສ້າງສັນ - ໂປ່ງໃສ - ມີປະສິດທິຜົນ, ພ້ອມທັງນຳໜ້າໃນການພັດທະນາ, ນະວັດຕະກຳ. ທ່ານເລຂາທິການໃຫຍ່ ກໍ່ສະເໜີນະຄອນ ໂຮ່ຈີມິນໃໝ່ຕ້ອງສ້າງພື້ນຖານພັດທະນາເຂດຕາມຈິນຕະນາການຫຼາຍຂົ້ວ - ປະສົມ - ເຊື່ອມຕໍ່, ລື່ນກາຍຂໍ້ຈຳກັດເກົ່າ ຂອງຮູບແບບຕົວເມືອງທີ່ມີແຕ່ດົນນານ, ຊຸກຍູ້ການສ້າງລະບົບນິເວດວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ແລະ ເສດຖະກິດເອກະຊົນ, ກຳນົດຍຸດທະສາດໃໝ່ເພື່ອສ້າງນະຄອນໂຮ່ຈີມິນ ກາຍເປັນຕົວເມືອງໃຫຍ່ນຳໜ້າ, ມີຫົວຄິດປະດິດສ້າງ, ທັນສະໄໝທີ່ສຸດຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ ແລະ ຄົບ​ຊຸ​ດ​ເພື່ອໃຫ້​ການ​ເຕີບ​ໂຕ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ

ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ ແລະ ຄົບ​ຊຸ​ດ​ເພື່ອໃຫ້​ການ​ເຕີບ​ໂຕ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ

ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງການຊີ້ນຳຢ່າງຂ້ຽວຊາດ, ມີຄວາມຕັດສິນໃຈຢ່າງແຮງຂອງກົມການເມືອງ, ຄະນະເລຂາ, ລັດຖະບານ, ສະພາແຫ່ງຊາດໃນການຮັບປະກັນປະຕິບັດບັນດານະໂຍບາຍຢ່າງມີປະສິດທິຜົນ.

Top