• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ ແລະ ຄົບ​ຊຸ​ດ​ເພື່ອໃຫ້​ການ​ເຕີບ​ໂຕ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ

ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງການຊີ້ນຳຢ່າງຂ້ຽວຊາດ, ມີຄວາມຕັດສິນໃຈຢ່າງແຮງຂອງກົມການເມືອງ, ຄະນະເລຂາ, ລັດຖະບານ, ສະພາແຫ່ງຊາດໃນການຮັບປະກັນປະຕິບັດບັນດານະໂຍບາຍຢ່າງມີປະສິດທິຜົນ.
ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 18 ມິຖຸນາ, ໂດຍສືບຕໍ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ບັນດາສະມາຊິກສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ປີ 2024, ສະພາບການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2025. ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງການຊີ້ນຳຢ່າງຂ້ຽວຊາດ, ມີຄວາມຕັດສິນໃຈຢ່າງແຮງຂອງກົມການເມືອງ, ຄະນະເລຂາ,  ລັດຖະບານ, ສະພາແຫ່ງຊາດໃນການຮັບປະກັນປະຕິບັດບັນດານະໂຍບາຍຢ່າງມີປະສິດທິຜົນ. ນີ້ແມ່ນສັນຍາທີ່ຕັ້ງໜ້າສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຈາກສູນກາງລົງຮອດທ້ອງຖິ່ນ, ນັບແຕ່ຂອດວາງແຜນຜັງຮອດການປະຕິບັດ. ເພື່ອໃຫ້ແຜນນະໂຍບາຍນີ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ທ່ານນາງ ຕະທິອຽນ ສະມາຊິກສະພາແຫ່ງຊາດແຂວງດຽນບຽນ ປະກອບຄຳເຫັນວ່າ:

ພາຍຫຼັງສະພາແຫ່ງຊາດປະກາດໃຊ້ມະຕິສັບຊ້ອນຫົວໜ່ວຍປົກຄອງຂັ້ນແຂວງ ປີ 2025, ບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ຂຸດຄົ້ນຂອບຂະໜາດພື້ນທີເສດຖະກິດໃໝ່, ວາງເປົ້າໝາຍການເຕີບໂຕບັນລຸລະດັບນ້ອຍສຸດແຕ່ 8 – 10%. ຕ້ອງສືຕໍ່ປະຕິບັດກົນໄກ, ນະໂຍບາຍພິເສດ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ບັນດາມາດຕະການຖ້າໄດ້ຮັບການປະຕິບັດຢ່າງຂ້ຽວຂາດ, ຄົບຊຸດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນແນ່ນອນວ່າ ພວກເຮົາຈະບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ລະດັບ 8% ຫຼືສູງກ່ວາໃນປີ 2025.

(ແຫຼ່ງຄັດຈາກ VOV)

ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ

ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ

ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ.

Top