ບັນດາຜູ້ມີສິດເລືອກຕັ້ງໃຫ້ຂໍ້ສັງເກດວ່າ, ກອງປະຊຸມຄັ້ງຜ່ານມາຂອງສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ ແລະ ມະຕິສຳຄັນຫຼາຍສະບັບ ເຊິ່ງມີສ່ວນກ່ຽວຂ້ອງໂດຍກົງຕໍ່ການພັດທະນາເສດຖະກິດ - ສັງຄົມ, ການເງິນ - ງົບປະມານ, ການໜູນຊ່ວຍສັງຄົມ ແລະ ການບໍລິຫານລັດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)
ຕອນເຊົ້າວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນະຄອນຮ່າໂນ້ຍ ໄດ້ມີພົບປະກັບຜູ້ມີສິດເລືອກຕັ້ງໃນບໍລິເວນ 10 ຕາແສງ ເພື່ອແນໃສ່ແຈ້ງໝາກຜົນຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ແລະ ຕອບຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ.
ບັນດາຜູ້ມີສິດເລືອກຕັ້ງໃຫ້ຂໍ້ສັງເກດວ່າ, ກອງປະຊຸມຄັ້ງຜ່ານມາຂອງສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ ແລະ ມະຕິສຳຄັນຫຼາຍສະບັບ ເຊິ່ງມີສ່ວນກ່ຽວຂ້ອງໂດຍກົງຕໍ່ການພັດທະນາເສດຖະກິດ - ສັງຄົມ, ການເງິນ - ງົບປະມານ, ການໜູນຊ່ວຍສັງຄົມ ແລະ ການບໍລິຫານລັດ. ນີ້ແມ່ນບັນດາເນື້ອໃນໂດຍປະຊາຊົນເອົາໃຈໃສ່ເປັນພິເສດ ຍ້ອນມີຜົນກະທົບໂດຍກົງຕໍ່ວຽກເຮັດງານທຳ, ລາຍຮັບ, ນະໂຍບາຍສັງຄົມ ແລະ ຄຸນນະພາບຂອງຊີວິດປະຈຳວັນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ:
ຜູ້ມີສິດເລືອກຕັ້ງຮັບຮູ້ກົງຈັກໃນເບື້ອງຕົ້ນມີລັກສະນະກະທັດລັດກວ່າ, ຂັ້ນຮາກຖານມີຄວາມເປັນເຈົ້າການກວ່າ, ການປະຕິບັດລະບຽບການບໍລິຫານມີຄວາມສະດວກກວ່າ. ເຖິງຢ່າງໃດກໍຕາມ, ສິ່ງທີ່ປະຊາຊົນປາດຖະໜາແມ່ນຮູບແບບໃໝ່ຕ້ອງສ້າງການຫັນປ່ຽນຢ່າງແທດຈິງໃນການຮັບໃຊ້ປະຊາຊົນ ແລະ ວິສາຫະກິດ; ຂັ້ນຮາກຖານຕ້ອງຕິດແທດປະຊາຊົນ, ໃກ້ຊິດປະຊາຊົນ, ກຳແໜ້ນຄວາມຕ້ອງການໃນການເຮັດວຽກ, ບຳລຸງສ້າງວິຊາຊີບ, ຫັນປ່ຽນອາຊີບ, ເຊື່ອມຕໍ່ອົງການປົກຄອງກັບວິສາຫະກິດ, ບົນພື້ນຖານບຳລຸງສ້າງຕິດພັນກັບວຽກເຮັດງານທຳ ກັບຊີວິດປະຈຳວັນ ຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)