ອຳນາດການປົກຄອງ ເມັກຊີໂກ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຮັບປະກັນຄວາມສະຫງົບກ່ອນນັດແຂ່ງຂັນລະຫວ່າງທິມບານເຕະປະເທດນີ້ ກັບທິມບານເຕະ ອັງກິດ ຮອບ 1/8 World Cup 2026
ໃນສະພາບບັນຍາກາດຂອງແຟນບານພວມສ້າງຄວາມວິຕົກກັງວົນກ່ຽວກັບຄວາມປອດໄພ ພາຍຫຼັງເຫດຢຽບກັນເຮັດໃຫ້ 4 ຄົນເສຍຊີວິດໃນບັນດາການເຄື່ອນໄຫວສະຫຼອງໄຊຊະນະຂອງທິມ ເມັກຊີໂກ ກ່ອນນັ້ນ.
ຕາມແຜນການ, ນັດແຂ່ງຂັນຈະຈັດຂຶ້ນຢູ່ສະໜາມກິລາ Azteca, ຢູ່ນະຄອນຫຼວງ ເມັກຊີໂກ ຊີຕີ ໃນວັນທີ 05 ກໍລະກົດ, ເຊິ່ງແມ່ນແຫ່ງທີ່ໄດ້ຄາດວ່າຈະຕ້ອນຮັບຜູ້ມາຊົມມາເຊຍນັບສິບພັນຄົນ. ກຳລັງຕຳຫຼວດ, ດັບເພີງ ແລະ ສາທາລະນະສຸກ ໄດ້ເພີ່ມທະວີຢູ່ບັນດາສະໜາມຫຼວງ, ສະຖານີລົດໄຟຟ້າໃຕ້ດິນ ແລະ ບັນດາເຂດເຕົ້າໂຮມກັນຫຼາຍຄົນ. ພ້ອມກັບວຽກງານຈັດຕັ້ງນັດແຂ່ງຂັນແລ້ວ ກໍ່ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຕື່ມອີກ. ການພະຍາກອນອາກາດຊີ້ໃຫ້ເຫັນວ່າ ເມັກຊີໂກ ຊີຕີ ອາດຈະເກີດຝົນຕົກໜັກ ແລະ ຟ້າລົມໃນມື້ແຂ່ງຂັນ.
ພາຍຫຼັງບັນດານັດແຂ່ງຂັນຈັດຂຶ້ນໃນຕອນຄ່ຳວັນທີ 04 ກໍລະກົດ (ຕາມເວລາທ້ອງຖິ່ນ), ສະຫະພັນບານເຕະໂລກ ໄດ້ຢັ້ງຢືນ 2 ທິມບານເຕະທຳອິດທີ່ຜ່ານເຂົ້າຮອບແຂ່ງຂັນ 1/8 ທິມ ເຊິ່ງແມ່ນ ຝລັ່ງ ແລະ ມາຣົກ.
(ແຫຼ່ງຄັດຈາກ VOV)