ຂ່າວສານ

ເມັກຊີໂກ ເພີ່ມທະວີການປ້ອງກັນຄວາມສະຫງົບກ່ອນນັດແຂ່ງຂັນພົບກັບ ອັງກິດ ທີ່ World Cup 2026

ອຳນາດການປົກຄອງ ເມັກຊີໂກ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຮັບປະກັນຄວາມສະຫງົບກ່ອນນັດແຂ່ງຂັນລະຫວ່າງທິມບານເຕະປະເທດນີ້ ກັບທິມບານເຕະ ອັງກິດ ຮອບ 1/8 World Cup 2026
(ພາບປະກອບ: VNA)

ໃນ​ສະ​ພາບ​ບັນ​ຍາ​ກາດ​ຂອງ​ແຟນ​ບານ​ພວມ​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ ພາຍ​ຫຼັງ​ເຫດ​ຢຽບ​ກັນ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີ​ວິດ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວສະ​ຫຼອງ​ໄຊ​ຊະ​ນະ​ຂອງ​ທິມ ເມັກ​ຊີ​ໂກ ກ່ອນນັ້ນ.

ຕາມ​ແຜນ​ການ, ນັດ​ແຂ່ງ​ຂັນ​ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ Azteca, ຢູ່​ນະ​ຄອນ​ຫຼວງ ເມັກ​ຊີ​ໂກ ຊີ​ຕີ ໃນ​ວັນ​ທີ 05 ກໍ​ລະ​ກົດ, ເຊິ່ງ​ແມ່ນ​ແຫ່ງ​ທີ່​ໄດ້​ຄາດ​ວ່າ​ຈະ​ຕ້ອນ​ຮັບ​ຜູ​້​ມາຊົມມາເຊ​ຍ​ນັບ​ສິບ​ພັນ​ຄົນ. ກຳ​ລັງ​ຕຳ​ຫຼວດ, ດັບ​ເພີງ ແລະ ສາ​ທາ​ລະ​ນະ​ສຸກ ໄດ້​ເພີ່ມ​ທະ​ວີ​ຢູ່​ບັນ​ດາ​ສະ​ໜາມ​ຫຼວງ, ສະ​ຖາ​ນີ​ລົດ​ໄຟຟ້າໃຕ້ດິນ ແລະ ບັນ​ດາ​ເຂດ​ເຕົ້າ​ໂຮມ​ກັນ​ຫຼາຍ​ຄົນ. ພ້ອມ​ກັບວຽກ​ງານ​ຈັດ​ຕັ້ງ​ນັດ​ແຂ່ງ​ຂັນແລ້ວ ກໍ່​ຍັງ​ຕ້ອງປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຕື່ມ​ອີກ. ການ​ພະ​ຍາ​ກອນອາກາດ​ຊີ້​ໃຫ້​ເຫັນ​ວ່າ ເມັກ​ຊີ​ໂກ ​ຊີ​ຕີ ອາດ​ຈະ​ເກີດ​ຝົນ​ຕົກ​ໜັກ ແລະ ຟ້າ​ລົມ​ໃນ​ມື​້ແຂ່ງ​ຂັນ.

ພາຍ​ຫຼັງບັນ​ດາ​ນັດ​ແຂ່ງ​ຂັນ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 04 ກ​ໍ​ລະ​ກົດ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ສະ​ຫະ​ພັນ​ບານ​ເຕະ​ໂລກ ໄດ້​ຢັ້ງ​ຢືນ​ 2 ທິມ​ບານ​ເຕະທຳອິດທີ່ຜ່ານເຂົ້າຮອບແຂ່ງ​ຂັນ​ 1/8 ທິມ ​ເຊິ່ງແມ່ນ ຝ​ລັ່ງ ແລະ ມາ​ຣົກ.


top