• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເທດສະການ ທ່ອງທ່ຽວ ຮ່າໂນ້ຍ ອ໋າວຢ່າຍ 2024

ເທດສະການທ່ອງທ່ຽວ ອ໋າຍຢ່າງ ​ຮ່າ​ໂນ້ຍ ປີ 2024 ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​ງາມ​ ຂອງ ອ໋າວຢ່າຍ ມູນເຊື້ອ,​ແນະນຳ​ຄວາມ​ງາມ ​ແລະ ຄວາມ​ສະດວກ​ສະບາຍ​ຂອງ​ອ໋າວຢ່າຍ ​ເພື່ອ​ນຳ ອ໋າຍຢ່າຍ ກາຍ​ເປັນ​ເຄື່ອງ​ນຸ່ງ​ທີ່​ຄຸ້ນ​ເຄີຍ​ໃນ​ວຽກ​ງານ​ປະຈຳ​ວັນ ​ແລະ ​ໃນ​ໂອກາດ​ວັນ​ບຸນ, ​ເຫດການ​ສຳຄັນ​ຂອງ​ຊາວ​ນະຄອນຫຼວງ.
ເທດສະການ ທ່ອງທ່ຽວ ອ໋າວຢ່າຍ ຮ່າໂນ້ຍ ປີ 2024 ດໍາ​ເນີນ​ຢູ່ສູນອະນຸລັກຮັກສາມໍລະດົກ ທັງລອງ-ຮ່າ​ໂນ້ຍ. ພາບ: ແທງຢາງ/VNP.

ນີ້​ແມ່ນ​ຄັ້ງ​ທີ 3 ທີ່​ງານ​ບຸນ​ໄດ້​ຈັດ​ຂຶ້ນ, ນັບ​ແຕ່​ປີ 2022. ເທດສະ ການທ່ອງທ່ຽວ ອ໋າວຢ່າຍ ​​ປີ​ນີ້ ​ແມ່ນ​ບັນດາ​ເຫດການ​ເລົ່າ​ເລື່ອງ​ກ່ຽວກັບປະຫວັດສາດ​ອັນສະຫງ່າອົງອາດຂອງນະຄອນຫຼວງ.

ພິທີ​ເປີດ​ເທດສະການທ່ອງທ່ຽວ ອ໋າວຢ່າຍ​ ຮ່າ​ໂນ້ຍ 2024 ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ ດວານມົນ, ສູນ​ອະນຸລັກ​ຮັກສາ​ມໍລະດົກ​ທັງ​ລອງ ໃນ​ຫົວ​ຂໍ້ “ຮ່າ​ໂນ້ຍ-ສິ່ງຍອດຍິ່ງຂອງ ອ໋າວຢ່າຍ”. ເຈືອຈານເຂົ້າກັບພື້ນທ່ີ, ຫຼາຍ​ລາຍການ​ສະ​ແດງລະຄອນ, ບົດຟ້ອນ, ການສະ​ແດງ​ແຟຊັ່ນ ໄດ້ສະທ້ອນໃຫ້ເຫັນ ຮ່າ​ໂນ້ຍ-ນະຄອນຫຼວງ​ທີ່​ສະຫງ່າອົງອາດ, ຢືດໝັ້ນ, ກ້າຫານ​ໃນ​ການ​ຕໍ່ສູ້, ກໍາລັງມີການປ່ຽນແປງໃໝ່ ແລະພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສະຖານທີ່ວາງສະແດງຜະລິດຕະພັນຫັດຖະກຳພື້ນເມືອງຂອງໝູ່ບ້ານໃນງານບຸນ. ພາບ: ແທງຢາງ/VNP

ໃນ​ຂອບ​ເຂດ​ຂອງ ເທດສະການ ທ່ອທ່ຽວ ອ໋າວຢ່າຍ ​ແມ່ນ​ລາຍການ​ສິລະ​ປະ​ຂອງ​ສະ​ແດງ​ຟ້ອນ​ພື້ນ​ເມືອງ ​ແລະ ງານມະໂຫລານ ອ໋າວຢ່າຍ ໃນຫົວຂໍ້ “ແມ່ຍິງ​ນະຄອນຫຼວງ ໃນການ​ເຊື່ອມ​ໂຍງ ​ແລະ ພັດທະນາ​”, ແມ່ນ​ການເຄື່ອນໄຫວ​ສະ​ແດງ ​ແລະ ຂະ​ບວນແຫ່​ ທ່ີຍິ່ງໃຫຍ່, ໂດຍສະຫະພັນ​ແມ່ຍິງ​ນະຄອນ​ ຮ່າ​ໂນ້ຍ ສົມທົບ​ກັບ​ພະແນກການທ່ອງທ່ຽວ ຈັດ​ຕັ້ງ​​ເພື່ອ​ເຜີຍ​ແຜ່​ຄວາມ​ຮັກ​​ຂອງ​ອ໋າວຢ່າຍ ສູ່ປະຊາຊົນ, ເພື່ອນ​ມິດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​. ລາຍການສະແດງ ​ອ໋າວຢ່າຍ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໄປ​ເຖິງ 579 ຕາ​ແສງ, ໝູ່ບ້ານ ແລະ ເທດສະບານໃນ​ນະ​ຄອນ.

ໃບ​ໜ້າ​ທີ່​ເບີກບານ​ມ່ວນ​ຊື່ນ​ຂອງ​ແມ່​ຍິງ​ໃນຊຸດ ອ໋າວຢ່າຍ ​ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ. ພາບ: ແທງຢາງ/VNP

ຕໍ່ຈາກນັ້ນ​ແມ່ນ​ລາຍການສະແດງ​ສິລະ​ປະ ໃນຫົວຂໍ້ “ງານລາຕີ ອ໋າວຢ່າຍ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ອອກ​ແບບ ອ໋າວຢ່າຍ ຫວຽດນາມ 70 ຄົນ​ ທີ່​ມາ​ຈາກພາກ​ເໜືອ, ພາກ​ກາງ ແລະ ພາກ​ໃຕ້. ພິ​ເສດ, ​ໃນ​ລາຍການ​ຍັງມີ​ການສະ​ແດງ​ ອ໋າວຢ່າຍ ຂອງບັນ ດາ​​ພັນລະຍາ​ ​ເອກ​ອັກຄະ​ລັດຖະທູດ ​ປະຈຳ​ຫວຽດນາມ.

 

ຂະ​ບວນ​ແຫ່​ໄດ້​ຜ່ານ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ບາດິ່ງ. ພາບ: ແທງຢາງ/VNP

ຄຽງ​ຄູ່​ກັບ​ບັນ​ດາ​ເຫດ​ການ​ຕົ້ນ​ຕໍ, ເທດສະການ ທ່ອງທ່ຽວ ອ໋າວຢ່າຍ ​ຮ່າ​ໂນ້ຍ ປີ 2024 ຍັງ​​ມີ: ສະ​ຖານ​ທີ່​ວາງ​ສະ​ແດງ, ສະ​ແດງ ອ໋າວຢ່າຍຂອງບັນດາ​ນັກ​ອອກ​ແບບ ແລະ ຍີ່​ຫໍ້ ອ໋າວຢ່າຍ; ບັນດາຜະລິດຕະພັນ ແລະ ການບໍລິການການທ່ອງທ່ຽວ, ໝູ່ບ້ານອາຊີບຜະລິດ ອ໋າວຢ່າຍ ພື້ນເມືອງ. ພາຍໃນງານ ຍັງ​ໄດ້​ຈັດ​ຕັ້ງ​ຮ້ານ​ວາງສະ​ແດງ​ປະມານ 80 ​ຮ້ານ​ທີ່​ໄດ້​ຮັບ​ການ​ອອກ​ແບບ​ເປີດ​ຢູ່ 3 ດ້ານ, ​ໄດ້​ຈັດ​ຕັ້ງ​ຢ່າງ​ກົມກຽວ​ກັນ​ຢູ່​ພາຍ​ໃນ​ເຂດ​ກໍາແພງພະລາຊະວັງ ທັງລອງ ​ເພື່ອ​ໂຄສະນາ, ວາງສະ​ແດງ, ​ແນະນຳ​ບັນດາ​ຜະລິດ​ຕະພັນ ​ແລະ ​ສ່ວນຕ່າງໆ ຂອງ​ ອ໋າວຢາຍ ຈາກບັນດາ​ນັກ​ອອກ​ແບບ​ທີ່​ມີ​ຊື່​ສຽງ, ບັນດາເຄື່ອງໝາຍການຄ້າ ອ໋າວຢ່າຍ ​ຢູ່ພາກ​ເໜືອ, ພາກກາງ ແລະ ພາກໃຕ້ ຫວຽດນາມ. 

ສະມາຊິກ​ຂອງ​ສະ​ໂມ​ສອນ​ດິ່ງລ່າງ ຫວຽດ ​ໃນຊຸດ ອ໋າວຢ່າຍ ມູນເຊື້ອ ໄດ້ເຂົ້າຮ່ວມໃນການ​ແຫ່​ຂະ​ບວນເທິງ​ຖະໜົນ ດົກເລີບ. ພາບ: ແທງຢາງ/VNP 

ປະຕິບັດ: VNP/ແທງຢາງ - ແປໂດຍ: ຢືຟຽນ

 

 

ເທສະການ ຂໍພອນ ຂອງຊາວປະມົງ

ເທສະການ ຂໍພອນ ຂອງຊາວປະມົງ

ບໍ່ພຽງແຕ່ແມ່ນພິທີກໍາ ຂໍໃຫ້ຄື້ນລົມສະຫງົບ, ເທສະການ ຂໍພອນ ຂອງຊາວປະມົງ ໃນເຂດແຄມຝັ່ງທະເລຂອງ ຫວຽດນາມ ຍັງສະທ້ອນ ໃຫ້ເຫັນເຖິງສາຍພົວພັນອັນສະໜິດແໜ້ນ ລະຫວ່າງ ມະນຸດ ກັບມະຫາສະໝຸດ ແລະ ຄວາມມຸ່ງຫວັງ ທີ່ຈະເອົາຊະນະ ທະເລອັນກວ້າງໃຫຍ່ຂອງປະຊາຊົນ ເຂດແຄມທະເລ ຫວຽດນາມ. ຈາກຄວາມເຊື່ອບູຊາ ປາອົງ (ປາວານ) ຈົນເຖິງ ພິທີຕ້ອນຮັບ ປາວານ, ການຂັບ ບ່າຈ້າວ ແລະ ການຊ່ວງເຮືອ, ປະເພນີນີ້ ໄດ້ກາຍເປັນມໍລະດົກ ວັດທະນະທໍາ ອັນເປັນເອກະລັກ ທີ່ຮັກສາຄວາມຊົງຈໍາ, ຈິດວິນຍານ ແລະ ຄວາມກ້າຫານ ຂອງ ຊາວ ຫວຽດນາມ ຕໍ່ໜ້າທະເລ ອັນກວ້າງໃຫຍ່ໄພສານ.

Top