• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເຈື່ອງຊາ-ປ້ອມດ່ານໜ້າ ທີ່ໝັ້ນຄົງ ຢູ່ ກາງທະເລ

ນັບຕັ້ງແຕ່ໄດ້ຮັບການປົດປ່ອຍ ເມື່ອ 45 ປີຜ່ານມາ, ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນ ຢູ່ ເມືອງເກາະ ເຈື່ອງຊາ (ແຂວງ ແຄ໋ງຮ່ວາ) ຍາມໃດ ກໍຕິດພັນກັບທະເລ, ໝູ່ເກາະ ຂອງ ປະເທດຊາດເລື້ອຍມາ. ປະຈຸບັນ ເຈື່ອງຊາ ໄດ້ມີໂສມໜ້າໃໝ່ ຢ່າງສົມບູນແບບ, ທົ່ວທຸກແຫ່ງຫົນ ແມ່ນເຕັມໄປ ດ້ວຍພະລັງຊີວິດໃໝ່. 
ຊີວິດການເປັນຢູ່ ຂອງນັກຮົບ ແລະ ປະຊາຊົນ ທີ່ດໍາລົງຊີວິດ ເທິງບັນດາຕາແສງ, ເມືອງເກາະ ທີ່ສັງກັດໝູ່ເກາະ ເຈື່ອງຊາ ແມ່ນເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ, ຕົວຢ່າງ: ການປ່ຽນແປງ ຢູ່ເກາະ ຊອງຕືໄຕ. ມາຍັງເກາະແຫ່ງນີ້, ພວກເຮົາຈະພົບເຫັນ ບັນຍາກາດ ທີ່ງຽບສະຫງົບ, ບັນດາຫຼັງຄາເຮືອນ ມຸ່ງດ້ວຍສີແດງ, ເສັ້ນທາງ ເທເປຕົງ ຢ່າງສະອາດ... ພິເສດ, ເທິງເກາະແຫ່ງນີ້ ຍັງມີອະນຸສອນສະຖານ ຮຶງດ້າວດ້າຍເວືອງ ເຈິ່ນກວັກຕວ໋ນ ແລະ ວັດ ຊອງຕືໄຕ ຕັ້ງຢູ່ແຄມທະເລ. ຍ່າງຫຼິ້ນຢູ່ເທິງເກາະ, ພວກເຮົາຈະໄດ້ຍິນສຽງເດັກນ້ອຍ ຮຽນໜັງສື, ສຽງລະຄັງ ທີ່ດັງກ້ອງມາຈາກ ວັດ ຢູ່ເທິງເກາະໃນຍາມແລງ, ສິ່ງດັ່ງກ່າວ ໄດ້ເຮັດໃຫ້ພວກເຮົາ ເກີດມີຄວາມຮູ້ສຶກສະຫງົບສຸກແບບບອກບໍ່ຖືກ. 

ໃນຊຸມປີມໍ່ໆ ມານີ້, ຕາແສງ ຊອງຕືໄຕ ໄດ້ກາຍເປັນບ່ອນອີງຂອງ ຊາວປະມົງ ໃນເວລາອອກໄປຫາປາຢູ່ ກາງທະເລ. ມາທີ່ນີ້ ຊາວປະມົງ ຈະໄດ້ໃຊ້ນໍ້າຈືດ ໂດຍບໍ່ຕ້ອງເສຍເງິນ, ໄດ້ໃຊ້ບໍລິການດ້ານສາທາລະນະສຸກ, ບໍລິການສ້ອມແປງເຮືອ ແລະ ຊື້ຂອງກິນ, ເຄື່ອງໃຊ້ສອຍຕ່າງໆ ດ້ວຍລາຄາ ຄືກັບ ໃນດິນຕໍ່ແຜ່ນ. 

ເທິງເກາະ ຊອງຕືໄຕ ຍັງຮັກສາຫໍສັງເກດການ ແຫ່ງທຳອິດ ທີ່ ໄດ້ ກໍ່ສ້າງ ເທິງໝູ່ເກາະ ເຈື່ອງຊາ (ເດືອນ ຕຸລາ 1993). ນີ້ແມ່ນຫໍສັງເກດການ ຊັ້ນ 1, ຂຶ້ນກັບລະບົບ ຮັບປະກັນຄວາມປອດໄພ ຂອງ ການເດີນທະເລສາກົນ. ທີ່ນີ້ຍັງມີສູນອຸຕຸນິຍົມວິທະຍາ. 
 

ຫໍສັງເກດການ ເທິງເກາະ ດ໋າໄຕ B ມີບົດບາດໜ້າທີ່ ຊ່ວຍເຫຼືອເຮືອ ແລະ ກຳປັ່ນ ທີ່ເຄື່ອນໄຫວໃນບໍລິເວນ ຂອງ ເກາະ ເຈື່ອງຊາ ກຳນົດທິດ ແລະ ທີ່ຕັ້ງຂອງຕົນ. ພາບ: ທົງຫາຍ/VNP


ຫ້ອງຮຽນໜຶ່ງຂອງໂຮງຮຽນປະຖົມ ເທິງເກາະ ຊີງໂຕ່ນ. ພາບ: ທົງຫາຍ/VNP


ນັກຮົບ ແລະ ປະຊາຊົນ ເທິງເກາະ ອານບາງ ສົ່ງແຂກ ຜູ້ມາຢາມ ກັບຄືນດິນຕໍ່ແຜ່ນ. ພາບ: ຟອງທູ


ສະຖານທ່ີຊຸມຊົນເທິງເກາະ ຊີງໂຕ່ນ. ພາບ: ທົງຫາຍ/VNP


ບັນດານັກຮົບ ປູກຜັກເທິງເກາະ ຕຽນນື້. ພາບ: ທົງຫາຍ/VNP 


ກຸ່ມກິດຈະການກໍ່ສ້າງໂຮງຮຽນ, ສຸກສາລາ, ເຮືອນວັດທະນະທຳ, ລະ ບົບ ຜະລິດໄຟຟ້າດ້ວຍພະລັງ ແຮງລົມ ເທິງເກາະ ຊີງໂຕ່ນ. ພາບ: ທົງຫາຍ/VNP


ແຂກຈາກດິນຕໍ່ແຜ່ນ ອອກມາ ຢ້ຽມຢາມເກາະ ແລະ ຊົມ ທັດສະນີຍະພາບຂອງວັດ ເຈື່ອງຊາເລີ໋ນ. ພາບ: ທົງຫາຍ/VNP


ນັກຮົບ ແລະ ປະຊາຊົນເທິງເກາະ ຊີງໂຕ່ນ ຈັດການແຂ່ງ ຂັນດຶງເຊືອກ ເພື່ອຝຶກແອບກຳລັງກາຍ. ພາບ: ທົງຫາຍ/VNP


ເຂດສໍາລັບເດັກນ້ອຍຫຼິ້ນ ເທິງເກາະ ຊີງໂຕ່ນ. ພາບ: ທົງຫາຍ/VNP


ເທິງເກາະ ເຈື່ອງຊາເລີ໋ນ ໄດ້ລ້ຽງໝາຫຼາຍໂຕ ເພື່ອເຝົ້າ ເຮືອນ, ປົກປັກຮັກສາໝູ່ເກາະ ແລະ ຫຼິ້ນກັບເດັກນ້ອຍ ທີ່ ອາໄສຢູ່ເທິງເກາະ. ພາບ: ຟອງທູ

ສະເພາະຢູ່ເທດສະບານ ເຈື່ອງຊາ (ເກາະ ເຈື່ອງຊາເລີ໋ນ) ຍັງ ມີຕົ້ນໄຜ່ ຫຼາຍແຖວ-ເປັນຂອງຕ້ອນ ຂອງຜູ້ເປັນພໍ່ຄົນໜຶ່ງ ທີ່ ເອົາມາ ໃນເວລາ ມາຢາມລູກ. ນີ້ແມ່ນຮູບພາບທີ່ຊິນເຄີຍ, ສ້າງຄວາມຄິດຮອດຄິດເຖິງ ບ້ານເກີດເມືອງນອນ ໃຫ້ແກ່ບັນດານັກຮົບ ຢູ່ພາກເໜືອ, ພາກກາງ ແລະ ເຮັດໃຫ້ເກາະ ແຫ່ງນີ້ ຄືກັບໝູ່ບ້ານຊົນນະບົດ ແຫ່ງໜຶ່ງ ຢູ່ທ່າມກາງ ທະເລ ທີ່ກວ້າງໃຫຍ່ໄພສານ.

ປະຈຸບັນ, ເຈື່ອງຊາ ປູກ ແລະ ພັດທະນາ ຕົ້ນໄມ້ໃຊ້ນໍ້າຈືດໆ ເຄັມໆ, ຕົ້ນໄມ້ກິນໝາກ, ຜັກ ຫຼາຍຊະນິດ ເຊິ່ງແຕ່ກ່ອນມີແຕ່ຢູ່ໃນດິນຕໍ່ແຜ່ນເທົ່ານັ້ນ. ຈາກໝູ່ເກາະ ທ່ີບໍ່ມີພ້ອມບັນດາເງື່ອນໄຂທຳມະຊາດ ໃຫ້ແກ່ການດຳລົງຊີວິດ, ປະຈຸບັນຕົ້ນໄມ້ທີ່ປູກ ຢູ່ຕາມເກາະຫຼາຍແຫ່ງ ໄດ້ເຕີບໂຕເປັນຢ່າງດີ ແລະ ເຕັມໄປດ້ວຍພະລັງຊີວິດ ຢູ່ທ່າມກາງສາຍລົມ ແລະ ແສງແດດຂອງທະເລຕາເວັນອອກ.

ເກາະຫຼາຍແຫ່ງຄື: ຊອງຕືໄຕ, ເຈື່ອງຊາເລີ໋ນ, ຊີງໂຕ່ນ... ມີ ຫ້ອງຮຽນ, ປະຊາຊົນ ໄດ້ມາສ້າງຊີວິດໃໝ່, ມີຫ້ອງການບ້ານ, ໂຮງໝໍ ແລະ ກອງທະຫານ ປ້ອງກັນຕົນເອງ. ປະຈຸບັນ, ມີວັດ 5 ແຫ່ງ ຢູ່ເທິງເກາະ ເຈື່ອງຊາເລີ໋ນ, ຊອງຕືໄຕ, ນາມອຽດ, ເຊີນກາ ແລະ ຊີງໂຕ່ນ.

ດ້ວຍຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ປະຊາຊົນ ທົ່ວປະເທດ ດ້ວຍຈິດໃຈ “ທົ່ວປະເທດເພື່ອເຈື່ອງຊາ, ເຈື່ອງຊາ ເພື່ອ ທົ່ວປະເທດ”, ໝູ່ເກາະແຫ່ງນີ້ ນັບມື້ນັບມີການປ່ຽນແປງ, ກາຍເປັນ ປ້ອມດ່ານໜ້າ ທີ່ໝັ້ນຄົງ ໃນການປົກປັກຮັກ ປະເທດຊາດ.ຜ່ານການເວລາ ເປັນເດືອນເປັນປີ, ຝົນຕົກແລ້ວແດດອອກ, ບັນດາລູກຮັກຫຼານແພງຢູ່ທົ່ວທຸກແຫ່ງຫົນ ຂອງ ປະເທດ ໄດ້ພາກັນມາທ່ີນີ້ ຢ່າງຕໍ່ເນື່ອງ ເພື່ອປົກປັກຮັກສາ ອະທິປະໄຕ ທ່ີ ສັກກະລະບູຊາ ເຊິ່ງບໍ່ອາດລ່ວງລະເມີດໄດ້ ຂອງປະເທດຊາດ ແລະ ເພື່ອຄວາມເອກອ້າງທະນົງໃຈ ເມື່ອຫວນຄືນຫາບ້ານເກີດເມືອງນອນ.
 
ບົດ: VNP ສັງລວມ - ພາບ: ທົງຫາຍ, ຟອງທູ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ເມື່ອເວລາ 13ໂມງ 9 ນາທີ, ວັນທີ 8 ພຶດສະພາ (ຕາມເວລາທ້ອງ ຖິ່ນ), ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກລີ, ເອກະ ສານ “ຮູູບຫຼໍ່ເທິງ ດີ໊ງ ທອງ 9 ໜ່ວຍຢູ່ພະລາຊະວັງ ເຫວ້” (162 ຮູບຫຼໍ່ເທິງ ກື໊ວດີ໊ງ ເຫວ້ 9 ໜ່ວຍ - ນັກຂ່າວ) ຂອງ ຫວຽດນາມ ໄດ້ຖືກຮັບຮອງເອົາ ແລະ ໄດ້ກາຍເປັນ ມໍລະດົກເອກະສານ ຂອງໂຄງການ ຄວາມຊົງຈຳໂລກ ພາກພື້ນອາຊີ-ປາຊີຟິກ ຂອງ UNESCO ຢ່າງເປັນທາງການ.

Top