• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຂດ ແດນ ອັນສັກສິດ ໄຕອຽນຕື໊

ເຊົ້າວັນທີ 16 ກຸມພາ 2019 (ກົງກັບວັນທີ 12 ເດືອນ ຈຽງ ປີກຸນ), ທີ່ຈະຕຸລັດ ສະຖານທີ່ ທ່ອງທ່ຽວ ຈິດວິນຍານ-ນິເວດວິທະຍາ ໄຕ ອຽນຕື໊, ເມືອງ ເຊີນດົ້ງ, ແຂວງ ບັກຢາງ ໄດ້ຈັດພິທີໄຂງານບຸນ ລະ ດູບານໃໝ່ ໄຕອຽນຕື໊ ແລະ ສັບປະດາວັດທະນະທຳ-ທ່ອງທ່ຽວ ແຂວງ ບັກຢາງ 2019. ນັກທ່ອງທ່ຽວ ເມື່ອມາຍັງທີ່່ນີີ້ ບໍ່ພຽງແຕ່ ໄດ້ຄົ້ນພົບເຂດ ແດນອັນສັກ ສິດ ໄຕອຽນຕື໊ ເທົ່ານັ້ນ, ແຕ່ຍັງກໍໄດ້ ສຳຜັດ ກັບ ວັດທະນະທຳ ທີ່ ເປັນ ເອກະລັກ ຂອງ ປະຊາຊົນ ບັນ ດາເຜົ່າຢູ່ແຂວງ ບັກຢາງ ອີກດ້ວຍ. 
ພ້ອມກັບສາຍທາງເດີນ ທາງທິດຕາເວັນອອກ ເພື່ອຂຶ້ນພູ ອຽນຕື໊, ນັກທ່ອງທ່ຽວ ຈະມີທາງເລືອກອີກທາງໜຶ່ງ ກໍຄື ຂ້າມແມ່ນຳ້, ປີນພູ ເພື່ອມາຍັງເຂດແດນອັນສັກສິດ ຂອງ ນິກາຍ ຈຸກເລີມ ອຽນຕື້ ຈາກ ເສັ້ນທາງທິດຕາເວັນຕົກ ຜ່ານ ບັນດາ ທິວທັດ ທີ່ ມີຊື່ສຽງ ແລະ ຮ່ອງຮອຍປະຫວັດສາດ ຂອງ ແຂວງ ບັກຢາງ.

ຕາມເອກະສານ ແລະ ການຄົ້ນຄວ້າ ຂອງ ບັນດານັກວິທະຍາ ສາດ ພ້ອມກັບບັນດາຮ່ອງຮອຍປະຫວັດສາດ ທີ່ຍັງຄົງຕົວ, ບັນ ດາຮາກຖານ ດ້ານພູມສາດ-ວັດທະນະທຳ ສາສະໜາພຸດ ເຂດ ໄຕອຽນຕື໊ ໄດ້ມີ ການຂະຫຍາຍຕົວ ແຕ່ສະໄໝ ຫຼີ-ເຈິ່ນ ຢ່າງຕໍ່ ເນື່ອງ ແລະ ກໍ່ຕົວຢ່າງໝັ້ນຄົງ ໃນຫຼາຍສະຕະວັດ. ການກໍ່ສ້າງ ເຂດ ທ່ອງທ່ຽວ ດ້ານຈິດວິນຍານ-ນິເວດວິທະຍາ ໄຕອຽນຕື໊  ແມ່ນ ເສີມຂະຫຍາຍ ບັນດາຄຸນຄ່າທີ່ໄດ້ໂຮມເຂົ້າກັນ ແຕ່ຫຼາຍຮ້ອຍ ປີມານີ້ ຂອງ ເຂດດິນ ບັກຢາງ, ເປີດເສັ້ນທາງ ແຫ່ງຄວາມເຊື່ອຖື ທາງຈິດໃຈ ເຊື່ອມຕໍ່ ສີສັນວັດທະນະທຳ ສາສະໜາພຸດ ເຂດໄຕ ອຽນຕື໊ ນັບຫຼາຍພັນປີ ຜ່ານຫຼາຍ ເຊັ່ນຄົນ ໄດ້ຜ່ານຜ່າ ຄວາມຫຍຸ້ງ ຍາກກໍ່ຈັກວ່າເທົ່າໃດ ໃນການສ້າງຕັ້ງ.

ເຂດທ່ອງທ່ຽວຈິດວິນຍານ-ນິເວດວິທະຍາ ໄຕອຽນຕື້, ຕາແສງ ຕ໋ວນເໝົ້າ, ເມືອງ ເຊີນດົ້ງ, ແຂວງ ບັກຢາງ) ໄດ້ສຳເລັດ ການກໍ່ ສ້າງໄລຍະທີ່ໜຶ່ງ, ເປັນສູນກາງ ດຳເນີນງານ ໃນພິທີໄຂງານບຸນ ລະດູບານໃໝ່ ແລະ ສັບປະດາວັດທະນະທຳ-ທ່ອງທ່ຽວ ພາຍໃຕ້ ຫົວເລື່ອງ: “ຄົ້ນພົບເຂດດິນແດນອັນສັກສິດ ໄຕອຽນຕື໊”. ເນື່ອງໃນ ໂອກາດນີ້ ມີການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫຼາຍຢ່າງ ຈະໄດ້ຈັດຂຶ້ນຢູ່ ເມືອງ ຕ່າງໆເຊັ່ນ: ເມືອງ ເຊີນດົ້ງ, ອຽນ ຢຸ໊ງ, ລູກນາມ, ລູກງ້ານ ແລະ ນະຄອນ ບັກຢາງ. ນັກທ່ອງທ່ຽວຢູ່ ທົ່ວທຸກສາລະທິດ ຈະໄດ້ຊົມ ພິທີແຫ່ ພະພຸດທະຮູບ, ງານວາງສະ ແດງ ແນະນຳ ວັດທະນະທຳ, ສາສະໜາພຸດ ຈຸກເລີມໄຕອຽນຕື໊, ເຂົ້າຢ້ຽມຊົມວັດ ເຖື້ອງ ແລະ ເຂດທ່ອງທ່ຽວຈິດວິນຍານ-ນິເວດ ວິທະຍາ ໄຕອຽນຕື໊. ນອກຈາກນັ້ນ, ນັກທ່ອງທ່ຽວ ຈະໄດ້ຜ່ານປະ ສົບການຕົວຈິງ ກັບ ບັນຍາກາດ ວັດທະນະທຳ ທີ່ຄຶກຄື້ນ ຂອງ ບັນ ດາງານບຸນມູນເຊື້ອ, ຟັງຂັບ “ກວານຫໍ້” ທີ່ເຕັມໄປດ້ວຍຄວາມ ຈັບ ອົກຈັບໃຈ ຂອງ ດິນແດນ ແລະ ຜູ້ຄົນ ບັກຢາງ. 
 
ພິທີຕັດແຖບຜ້າ ໄລຍະ 1 ເຂດທ່ອງທ່ຽວຈິດວິນຍານ-ນິເວດວິທະ ຍາ ໄຕອຽນຕື໊. 

ພະສັງຄະນາຍົກ ຖິກແທງກວ໋ຽດ, ຮອງປະທານສະພາ ຄຸ້ມຄອງ ບໍລິຫານສູນກາງ ສະມາຄົມພຸດທະສາສະໜາສຳພັນ ຫວຽດນາມ
ຕີຄ້ອງ ໄຂງານບຸນ. 



ປະຊາຊົນຈາກທົ່ວທຸກສາລະທິດ ໄດ້ມາເຕົ້າໂຮມກັນຢູ່ ໄຕອຽນຕື໊ ໃນມື້ໄຂງານບຸນ. 




ສະຖານີ ແລະ ກະເຊົ້າລອຍຟ້າ ນຳນັກທ່ອງທ່ຽວ ຂຶ້ນໄປຍັງເຂດ ທ່ອງທ່ຽວຈິດວິນຍານ-ນິເວດວິທະຍາ ໄຕອຽນຕື໊. 


ທິວທັດທີ່ມົວໆ ຍ້ອນຂີ້ເຝື້ອ ແລະ ນຳ້ໝອກ ຢູ່ແດນອັນສັກສິດ ໄຕອຽນຕື໊. 


ນັກທ່ອງທ່ຽວມາສະແຫວງບຸນ ຜ່ານເສັ້ນທາງທີ່ເຕັມ ໄປດ້ວຍ ນຳ້ ໝອກ ຢູ່ ຈອມພູ ໄຕອຽນຕື໊. 

ວັດເຖື້ອງ ສັງກັດເຂດທ່ອງທ່ຽວຈິດວິນຍານ-ນິເວດວິທະຍາ ໄຕ ອຽນຕື໊ ເປັນຈຸດໝາຍປາຍທາງ ຂອງການເດີນທາງປີນພູ
ແລະ ປະຕິບັດ ການນັ່ງສຳມາທິ ຂອງ ນິກາຍ ຈຸກເລີມ ອຽນຕື້. 

ໜຶ່ງໃນບັນດາກິດຈະກໍາ ທີ່ມີຄວາມໝາຍ ເຊື່ອຖືທາງດ້ານຈິດໃຈ ອັນສຳຄັນ ຂອງ ເຂດທ່ອງທ່ຽວຈິດວິນຍານ-ນິເວດວິທະຍາ ໄຕ ອຽນຕື໊ ແມ່ນ ວັດ ເຖື້ອງ ຊຶ່ງໄດ້ໄຂຂຶ້ນໃນວັນທີ 15 ກຸມພາ 2019. ວັດ ເຖື້ອງ ແມ່ນຈຸດໝາຍປາຍທາງ ຂອງ ການເດີນທາງປີນພູ ແລະ ການນັ່ງສຳມາທິ ຂອງ ນິກາຍ ຈຸກເລີມ. ຢູ່ທີ່ນີ້ໄດ້ ອອກແບບ ກໍ່ສ້າງ ຫໍຄອຍຫຼາຍຫຼັງ ເພື່ອໃຫ້ນັກທ່ອງທ່ຽວ ສາມາດ ຊື່ນຊົມ ທັດ ສະນີຍະພາບ ຢູ່ ອຽນຕື໊ ກັບສາຍພູ ທີ່ຕັ້ງ ສະຫຼັບຊັບຊ້ອນກັນ ຫຼື ຮູບພາບວັດ ດົ່ງ ທີ່ຕັ້ງລັບໆ ຢູ່ເທິງ ຈອມ ພູສູງ ທີ່ມີ ເມກ ເຝື້ອ ປົກ ຄຸມຕະຫຼອດປີ.

ນອກຈາກນັ້ນ, ແຂວງ ບັກຢາງ ຍັງມີຮ່ອງຮອຍທາງປະຫວັດສາດ ອີກກວ່າ 2.237 ແຫ່ງ ຊຶ່ງຕັ້ງຢັ່ງຢາຍທົ່ວແຂວງ, ໃນນັ້ນ ມີ 711 ແຫ່ງ ໄດ້ຈັດລະດັບ, 101 ແຫ່ງ ເປັນບູຮານສະຖານ ລະດັບຊາດ ແລະ 583 ແຫ່ງ ເປັນບູຮານສະຖານລະດັບແຂວງ ຊຶ່ງພົ້ນເດັ່ນໃນ ນັ້ນແມ່ນ: ປູສະນີຍະສະຖານລະດັບຊາດ ພິເສດ ວັດ ຫວີງງຽມ ຢູ່ ເມືອງ ອຽນຢຸງ, ວັດ ໂບ່ດ່າ ຢູ່ ເມືອງ ຫວຽດອຽນ ຫຼື ບັນດາຮ່ອງ ຮອຍປະຫວັດສາດທີ່ມີຄວາມ ສະໜິດຕິດພັນ ກັບການລຸກຮືຂຶ້ນ ອຽນເຖ໋, ຮ່ອງຮອຍ ປະຫວັດສາດ ໄຊຊະນະ ເຊືອງຢາງ... 

ຄຽງຂ້າງນັ້ນ, ບັກຢາງ ໄດ້ເປັນທີ່ຮູ້ຈັກ ກັບບັນດາມູນມໍລະດົກ ວັດ ທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ຫຼາຍຢ່າງເຊັ່ນ: ສິ ລະປະ ຂັບກວານຫໍ້, ຂັບກາຈູ່, ແມ່ພິມດ້ວຍໄມ້ ວັດ ຫວີງງຽມ, ສິ່ງ ລຳຄ່າແຫ່ງຊາດລະດັບຊາດ ຮ້ານບູຊາຫີນວັດ ຄ໋າມລ້າງ ແລະ ອື່ນໆ... ພ້ອມກັບບັນດາຈຸດວັດທະນະທຳ ອັນເປັນເອກະລັກ ຫຼາຍ ຢ່າງ ຂອງ ບັນດາເຜົ່າສ່ວນໜ້ອຍ, ໝູ່ບ້ານອາຊີບ ມູນເຊື້ອ ຫຼາຍ ແຫ່ງ ຢູ່ແຂວງ ບັກຢາງ ທີ່ຍັງໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາຈົນເຖິງປັດຈຸບັນ. ນີ້ແມ່ນທ່າອຽງອັນໜຶ່ງ ເພື່ອໃຫ້ ສາຍ ການ ທ່ອງທ່ຽວຈິດວິນຍານ ຢູ່ເຂດແດນອັນສັກສິດ ໄຕອຽນຕື໊ ມີ ການຂະຫຍາຍຕົວຍິ່ງຂຶ້ນ.
 


ມາງານບຸນລະດູບານໃໝ່ ໄຕອຽນຕື໊, ນັກທ່ອງທ່ຽວ ຈະໄດ້ ຜ່ານ ປະສົບການຕົວຈິງ ໃນບັນຍາກາດວັດທະນະທຳ ທີ່ຟົດຟື້ນ
ແລະ ຮັບຟັງສິລະປະການຂັບກວານຫໍ້ ທີ່ເຕັມໄປດ້ວຍຄວາມຮູ້ສຶກ ຂອງ ເຂດດິນ ແລະ ຜູ້ຄົນ ແຂວງ ບັກຢາງ. 

 



ນັກທ່ອງທ່ຽວຊື່ນຊົມ ບັນດາ ວັດຖຸບູຮານ ທາງ ວັດທະນະທຳ ບູຮານ ຊຶ່ງໄດ້ຄົ້ນພົບ ຢູ່ ແຂວງ ບັກຢາງ. 




ກຸ່ມເຂດທ່ອງທ່ຽວ ໄຕອຽນຕື໊ ເບິ່ງແຕ່ມູມສູງ. 


ເຖິງວ່າຫາກໍສຳເລັດການກໍ່ສ້າງໄລຍະ 1, ເຂດທ່ອງທ່ຽວ ໄຕອຽນ ຕື໊ ໄດ້ດຶງດູດນັກທ່ອງທ່ຽວຈາກທົ່ວສາລະທິດ
ມາຢ້ຽມຊົມ ເປັນຈຳ ນວນ ຫຼວງຫຼາຍ. 



ການອອກແບບທີ່ແປກໃໝ່ ແລະ ເປັນເອກະລັກ ຊຶ່ງສ້າງເປັນ ຈຸດ ເດັ່ນ ໃຫ້ແກ່ເຂດທ່ອງທ່ຽວຈິດວິນຍານ-ນິເວດວິທະຍາ ໄຕອຽນຕື໊. 


ເຂດທ່ອງທ່ຽວ ໄຕອຽນຕື໊ ໄດ້ຝາກ ຄວາມຫວັງ ຈະສ້າງບາດກ້າວ ກະໂດດຂັ້ນ ກ່ຽວກັບການດຶງດູດ ນັກທ່ອງທ່ຽວ
ທັງພາຍໃນ ແລະ ຕ່າງປະເທດ ມາຍັງແຂວງ ບັກຢາງ. 

 

ນັກທ່ອງທ່ຽວ ແລະ ສາສະນິກະຊົນ ທົ່ວທຸກສາລະທິດ ບົນສາຍ ທາງ ມາຍັງເຂດແດນອັນສັກສິດ ໄຕອຽນຕື໊. 

ປະຕິບັດ: ແຄ໋ງລອງ/VNP
 

tranvanhieu

ຮຸ່ງເຊົ້າ ຢູ່ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ

ຮຸ່ງເຊົ້າ ຢູ່ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ

ໃນຍາມຮຸ່ງເຊົ້າ, ຕັ້ງແຕ່ 4-7 ໂມງເຊົ້າ, ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ ເບິ່ງຄືວ່າ ຈະຕື່ນຂຶ້ນມາພ້ອມສຽງ ແລະ ຮູບພາບ ທີ່ເປັນເອກະລັກສະເພາະ ພ້ອມກັບເຮືອລໍາໃຫຍ່ ໃນເຂດ ທະເລ ຕາມຢາງ ທີ່ກວ້າງໃຫຍ່ໄພສານ, ສະຫງ່າຜ່າເຜີຍ.

Top