• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີນເທີ ໄຂງານບຸນວັດທະນະທຳແມ່ນ້ຳຄັ້ງທີ 1 ປີ 2025

ໃນຂອບເຂດງານບຸນໄດ້ຈັດການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຄື: ງານວາງສະແດງພາບຖ່າຍ, ລາຍການສະແດງດົນຕີ, ລາຍການໂຄສະນາແນະນຳ ໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP)…
(ງານບຸນມີຫົວຂໍ້ “ເກິນເທີ - ສີສັນແມ່ນ້ຳ”)

ງານບຸນວັດທະນະທຳແມ່ນ້ຳ ເກິນເທີ ຄັ້ງທີ 1 ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 27 ທັນວາ, ຢູ່ນະຄອນ ເກິນເທີ. ງານບຸນມີຫົວຂໍ້ “ເກິນເທີ - ສີສັນແມ່ນ້ຳ”, ເຊິ່ງຈັດຂຶ້ນແຕ່ວັນທີ 27 ທັນວາ 2025 ຮອດວັນທີ 01 ມັງກອນ 2026.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິງອັກດຽບ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ, ໃຫ້ຮູ້ວ່າ:

ງານບຸນນີ້ແມ່ນເທື່ອທຳອິດທີ່ໄດ້ຈັດຂຶ້ນຢູ່ ເກິນເທີ, ໂດຍບໍ່ພຽງແຕ່ເປັນການແນະນຳ, ໂຄສະນາຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳແມ່ນ້ຳລຳເຊຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ເກິນເທີ ເວົ້າສະເພາະ ໄປເຖິງປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ຫາກຜ່ານນັ້ນ ເພື່ອຍົກສູງຄວາມຮັບຮູ້ຂອງຊຸມຊົນໃນການປົກປັກຮັກສາສິ່ງແວດລ້ອມ, ລະບົບຊີວະພາບແມ່ນ້ຳລຳເຊ, ການພັດທະນາການທ່ອງທ່ຽວແບບຍືນຍົງ ອີກດ້ວຍ”.

ໃນຂອບເຂດງານບຸນໄດ້ຈັດການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຄື: ງານວາງສະແດງພາບຖ່າຍ, ລາຍການສະແດງດົນຕີ, ລາຍການໂຄສະນາແນະນຳ ໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP)…

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືຄຸ້ມຄອງ, ພັດທະນາເຂດຊາຍແດນ

ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືຄຸ້ມຄອງ, ພັດທະນາເຂດຊາຍແດນ

ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຊາຍແດນ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບໜ້າທີ່ການຮ່ວມມືປີ 2026

Top