• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ລະດົມກຳລັງ, ພາຫະນະ; ນຳໃຊ້ບັນດາມາດຕະການກໍ່ສ້າງ ແລະ ເຕັກໂນໂລຊີທີ່ກ້າວໜ້າ
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກວດກາ, ລະດົມກຳລັງໃຈ, ຊີ້ນຳການຜັນຂະຫຍາຍໂຄງການພື້ນຖານໂຄງລ່າງຂອງແຂວງ ກ່າເມົາ)

ຕອນເຊົ້າວັນທີ 28 ທັນວາ, ໃນລາຍການເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະປະຕິບັດງານໄດ້ໃຊ້ເຮືອບິນເພື່ອສຳຫຼວດສະພາບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງເຂດໝູ່ເກາະ, ທະເລເຂດ ກ່າເມົາ ແລະ ກວດກາ, ລະດົມກຳລັງໃຈ, ຊີ້ນຳການຜັນຂະຫຍາຍໂຄງການພື້ນຖານໂຄງລ່າງຈຳນວນໜຶ່ງຂອງແຂວງ ກ່າເມົາ.

ເມື່ອຕີລາຄາບັນດາໂຄງການກໍ່ສ້າງທີ່ມີເງື່ອນໄຂຫຍຸ້ງຍາກ, ສັບສົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ລະດົມກຳລັງ, ພາຫະນະ; ນຳໃຊ້ບັນດາມາດຕະການກໍ່ສ້າງ ແລະ ເຕັກໂນໂລຊີທີ່ກ້າວໜ້າ; ຜັນຂະຫຍາຍບັນດາໂຄງການຢູ່ທະເລ ແລະ ທາງບົກໄປພ້ອມດຽວກັນ.

“ພວກຂ້າພະເຈົ້າໄດ້ໄປສຳຫຼວດດ້ວຍເຮືອບິນ ກຳນົດທີ່ຕັ້ງຂອງເສັ້ນທາງໄປ, ເສັ້ນທາງທີ່ອອກແບບ... ສະເໜີກໍ່ສ້າງຂົວຕື່ມອີກ. ຂົວແຫ່ງນີ້ຕ້ອງແມ່ນຜະລິດຕະພັນທ່ອງທ່ຽວ, ເພີ່ມສະຖານທີ່ພັກຜ່ອນໃນເສັ້ນທາງພາໄປເຖິງເຂດເກາະ; ມີສະຖານທີ່ພັກຜ່ອນເພື່ອໃຫ້ປະຊາຊົນເມື່ອໄປທ່ອງທ່ຽວຈະມີຈຸດຢຸດຖ່າຍຮູບ. ການອອກແບບເສັ້ນທາງຈາກ ເດີດມຸ້ຍ ໄປເກາະ ຮ່ວນຄວາຍ ແມ່ນຜະລິດຕະພັນທ່ອງທ່ຽວ”.

ສຳລັບໂຄງການເສັ້ນທາງຄວາມໄວສູງຕອນ ເຮົ້າຢາງ - ກ່າເມົາ, ທ່ານນາຍົກລັດຖະມົນຕີສະເໜີກະຊວງກໍ່ສ້າງ ຊີ້ນຳເຈົ້າຂອງລົງທຶນ, ນັກປະມູນຍູ້ແຮງການກໍ່ສ້າງ ເພື່ອໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026, ເຊື່ອມຕໍ່ເສັ້ນທາງຄວາມໄວສູງຈາກ ກາວບັ່ງ ໄປຮອດ ກ່າເມົາ, ຕໍ່ຈາກນັ້ນແມ່ນທາງເຊື່ອມຕໍ່ແຕ່ ເດີດມຸ້ຍ ໄປເກາະ ຮ່ອນຄວາຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືຄຸ້ມຄອງ, ພັດທະນາເຂດຊາຍແດນ

ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືຄຸ້ມຄອງ, ພັດທະນາເຂດຊາຍແດນ

ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຊາຍແດນ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບໜ້າທີ່ການຮ່ວມມືປີ 2026

Top