ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ແລະ ໄທ ລົງນາມໃນຖະແຫຼງການຮ່ວມ ທີ່ກອງປະຊຸມພິເສດຄັ້ງທີ 3 ຄະນະກຳມະການຊາຍແດນຮ່ວມ ໃນວັນທີ 27 ທັນວາ 2025, ເປັນເອກະພາບການຢຸດຍິງ ແລະ ບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ 2 ປະເທດ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)
ວັນທີ 27 ທັນວາ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບຖະແຫຼງການຮ່ວມທີ່ກອງປະຊຸມພິເສດຄັ້ງທີ 3 ຄະນະກຳມະການຊາຍແດນຮ່ວມລະຫວ່າງ ກຳປູເຈຍ ແລະ ໄທ ທີ່ຫາກໍ່ບັນລຸໄດ້, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
“ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ແລະ ໄທ ລົງນາມໃນຖະແຫຼງການຮ່ວມ ທີ່ກອງປະຊຸມພິເສດຄັ້ງທີ 3 ຄະນະກຳມະການຊາຍແດນຮ່ວມ ໃນວັນທີ 27 ທັນວາ 2025, ເປັນເອກະພາບການຢຸດຍິງ ແລະ ບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ 2 ປະເທດ".
ຫວຽດນາມ ເຊື່ອໝັ້ນວ່າ, 2 ປະເທດຈະປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມຢ່າງມີປະສິດທິຜົນ, ສືບຕໍ່ດຳເນີນການເຈລະຈາແກ້ໄຂໂດຍສັນຕິວິທີ, ມິດຕະພທບ, ສາມັກຄີ ອາຊຽນ, ເພື່ອຜົນປະໂຫຍດຢ່າງຍາວນານໃຫ້ທັງ 2 ຝ່າຍ ແລະ ຂອງພາກພື້ນ.
(ແຫຼ່ງຄັດຈາກ VOV)