ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍນະຄອນ ເກິນເທີ ແລະ ບັນດາກະຊວງ, ຂະແໜງການ, ອົງການທີ່ໄດ້ປະຕິບັດສຳເລັດບັນດາລະບຽບການທີ່ກ່ຽວຂ້ອງເຖິງໂຄງການລົງທຶນກໍ່ສ້າງໂຮງໝໍມະເຮັງ ເກິນເທີ ໃໝ່
(ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທີ)
ຕອນບ່າຍວັນທີ 28 ທັນວາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທີ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງວາລະກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ການພົບປະຫົວເລື່ອງສະເພາະກັບຜູ້ມີສິດເລືອກຕັ້ງ 300 ທ່ານ ເຊິ່ງແມ່ນພະນັກງານ, ພາລະກອນ, ລັດຖະກອນຂະແໜງການສຶກສາ, ບຳລຸງສ້າງ ແລະ ສາທາລະນະສຸກໃນບໍລິເວນນະຄອນ ເກິນເທີ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍນະຄອນ ເກິນເທີ ແລະ ບັນດາກະຊວງ, ຂະແໜງການ, ອົງການທີ່ໄດ້ປະຕິບັດສຳເລັດບັນດາລະບຽບການທີ່ກ່ຽວຂ້ອງເຖິງໂຄງການລົງທຶນກໍ່ສ້າງໂຮງໝໍມະເຮັງ ເກິນເທີ ໃໝ່, ຫັນຈາກແຫຼ່ງທຶນກູ້ຢືມ ODA ໄປສູ່ການນຳໃຊ້ແຫຼ່ງທຶນພາກລັດ. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາອົງການຮີບເຮັ່ງຍົກລະດັບໂຮງໝໍຫົວໃຈ ເກິນເທີ, ໂຮງໝໍແມ່ແລະເດັກ ເກິນເທີ…. ໃນປີ 2026.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ນະຄອນ ເກີນເທີ ຜັນຂະຫຍາຍການສັບຊ້ອນລະບົບຮາກຖານການສຶກສາ, ໃນນັ້ນ, ບັນດາໂຮງຮຽນຂັ້ນອະນຸບານ ແລະ ສາມັນສັບຊ້ອນຕາມຮູບແບບອຳນາດການປົກຄອງ 2 ຂັ້ນ, ມະຫາວິທະຍາໄລ 17 ແຫ່ງສັບຊ້ອນການເພີ່ມຂອບຂະໜາດ, ຍົກສູງຄຸນນະພາບ.
(ແຫຼ່ງຄັດຈາກ VOV)