ຈາກສະພາບສິ່ງແວດລ້ອມເປັນຜິດ ເກີດຂຶ້ນຢ່າງໜັກໜ່ວງ ຢູ່ບ້ານເກີດ ອຽນຟອງ, ແຂວງ ບັກນິງ, ອ້າຍ ເທີ ຈຶ່ງມີຄວາມຄິດຢາກເປີດຮ້ານ ກາເຟ ທີ່ສ້າງດ້ວຍຂີ້ເຫຍື້ອຜະລິດຄືນໃໝ່ ໜຶ່ງຂຶ້ນ ທີ່ມີລັກສະນະສະ ເພາະ ເປັນຂອງຕົນເອງ. ພິເສດ, ໃນຊຸມປີມໍ່ໆ ມານີ້, ຈາກການຫັນເປັນ ອຸດສາຫະກຳ, ສະພາບແວດລ້ອມ ນັບມື້ນັບເປັນພິດຢ່າງໜັກໜ່ວງ.
“ເປັນຫຍັງເຮົາບໍ່ສ້າງໂຄງການເຮັດທຸລະກິດ ໜຶ່ງທີ່ທັງມີຄວາມ ແປກ ປະຫຼາດ, ທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ສິ່ງແວດລ້ອມ?”. ຈາກແນວຄວາມຄິດດັ່ງກ່າວ, ອ້າຍ ເທີ ເລີ່ມລົງມືສ້າງຮ້ານ ກາເຟ ແຫ່ງ ໜຶ່ງຂຶ້ນ ຈາກຂີ້ເຫຍື້ອຜະລິດຄືນໃໝ່. ເພິ່ນໄປຫາບ່ອນຂາຍ ວັດຖຸ ສິ່ງ ເສດເຫຼືອຢູ່ ຮ່າໂນ້ຍ ເພື່ອເກັບຊື້ມາສ້າງຮ້ານ ກາເຟ. ອ້າຍ ເທີ ໃຫ້ຮູ້ວ່າ ສິ່ງສຳຄັນທີ່ສຸດແມ່ນແນວຄວາມຄິດ. ເພິ່ນໄດ້ນຳໃຊ້ເວລາ ຫຼາຍສົມ ຄວນ ໃຫ້ການວາດພາບ, ຕັດສິນຈະຊື້ຫຍັງມາເພື່ອປະດັບປະດາ, ຜະ ລິດຄືນໃຫ້ເໝາະສົມ. ວັດຖຸເສດເຫຼືອມີລາຄາຖືກ, ຫາໄດ້ງ່າຍ, ເພາະ ສະນັ້ນ ຄ່າໃຊ້ຈ່າຍຕ່າງໆ ເພື່ອນຳມາສ້າງຮ້ານ ກາເຟ ຂອງເພິ່ນລົງທຶນກວ່າ 1 ຕື້ດົ່ງເທົ່ານັ້ນ. ປັດຈຸບັນ, ວັດຖຸສິ່ງຂອງຢູ່ໃນຮ້ານ ກວ່າ 90% ແມ່ນໄດ້ຜະລິດຄືນໃໝ່ຈາກວັດຖຸເສດເຫຼືອ.

ຮ້ານກາເຟ ສ້າງດ້ວຍຂີ້ເຫຍື້ອຜະລິດຄືນໃໝ່ ຕັ້ງຢູ່ທາງຮ່ອມ, ຖະໜົນ ຮ່າງແຈ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ/VNP

ຫວ່າງເວຫາທີ່ປະທັບໃຈຢູ່ຊັ້ນສອງຂອງຮ້ານກາເຟ. ພາບ: ພາບ: ແຄ໋ງລອງ/VNP

ມູມໜຶ່ງໃນຮ້ານ ກາເຟ ສ້າງດ້ວຍຂີ້ເຫຍື້ອຜະລິດຄືນໃໝ່. ພາບ: ຫວຽດເກື່ອງ/VNP

ກວດນໍ້າຢາງ ທີ່ປະຖິ້ມໄດ້ນຳໃຊ້ເພື່ອເຮັດດອກໄຟ ຕິດຢູ່ເທິງເພ ດານ ຂອງຮ້ານ. ພາບ: ແຄ໋ງລອງ/VNP

ແນວຄວາມຄິດທີ່ເປັນເອກະລັກ, ມີຫົວຄິດປະດິດສ້າງ ໃນການ ປະດັບປະດາ, ສ້າງຈຸດເນັ້ນໃຫ້ແກ່ຮ້ານ. ພາບ: ແຄ໋ງລອງ/VNP

ໂຕະໜ່ວຍໜຶ່ງ ທີ່ເຮັດດ້ວຍກົງລົດຈັກ. ພາບ: ຫວຽດເກື່ອງ/VNP

ວັດຖຸສິ່ງຂອງຢູ່ໃນຮ້ານ ສ່ວນຫຼາຍໄດ້ຜະລິດ ຈາກແຫຼ່ງ ວັດຖຸທີ່ເປັນ ມິດກັບສິ່ງແວດລ້ອມ, ສາມາດຜະລິດ ຄືນໃໝ່ ໄ
ດ້ຢ່າງງ່າຍດາຍ. ພາບ: ແຄ໋ງລອງ/VNP

ການນຳໃຊ້ຂີ້ເຫຍື້ອຜະລິດຄືນໃໝ່ ເປັນເຄື່ອງປະດັບປະດາ ໄດ້ສ້າງຄວາມປະທັບໃຈມາໃຫ້ແກ່ແຂກທີ່ເຂົ້າມາດື່ມກາເຟ ຢູ່ໃນຮ້ານ.
ພາບ: ຫວຽດເກື່ອງ/VNP

ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອນັ່ງດື່ມກາເຟຢູ່ໃນຮ້ານ. ພາບ: ແຄ໋ງລອງ/VNP

ນັກທ່ອງທ່ຽວຕ່າງປະເທດຮູ້ສຶກປະທັບໃຈເມື່ອນັ່ງດື່ມກາເຟ ຢູ່ໃນຮ້ານ. ພາບ: ແຄ໋ງລອງ/VNP

ສັນຍາລັກຂອງການປົກປັກຮັກສາ ທຳມະຊາດ ໄດ້ປະດັບປະດາຢູ່ໃນຮ້ານກາເຟ ສ້າງດ້ວຍຂີ້ເຫຍື້ອຜະລິດຄືນໃໝ່.
ພາບ: ແຄ໋ງລອງ/VNP

ອ້າຍ ຫງວຽນວັນເທີ ໂອ້ລົມກັນກັບແຂກທີ່ມາດື່ມ ກາເຟ ກ່ຽວກັບ ສະຕິ ໃນການປົກປັກຮັກສາ ທຳມະຊາດ ຈາກຮ້ານ ກາເຟ ຂອງຕົນ. ພາບ: ແຄ໋ງລອງ/VNP |
ພາຍຫຼັງການກໍ່ສ້າງມາເປັນເວລາ 2 ເດືອນ, ກິດຈະກຳຮ້ານ ກາເຟ ທີ່ ສ້າງດ້ວຍຂີ້ເຫຍື້ອ ຜະລິດຄືນໃໝ່ ຂອງອ້າຍ ເທີ ໄດ້ສຳເລັດການກໍ່ ສ້າງ. ຂີ້ເຫຍື້ອທຸກປະເພດຄື: ໄມ້, ຢາງພາລາ, ກະຈົກ... ໄດ້ເຈົ້າຂອງ ຮ້ານ ກາເຟ ແຫ່ງນີ້ ຜະລິດຄືນໃໝ່ ເປັນໂຕະ, ຕັ່ງ ເຄື່ອງປະດັບປະດາ ທີ່ໜ້າຈັບໃຈ.
ບໍ່ພຽງແຕ່ເທົ່ານັ້ນ, ໂດຍຈຸດປະສົງແມ່ນຕ້ອງການປົກປັກຮັກສາສິ່ງ ແວດລ້ອມ, ເພາະສະນັ້ນ ວັດຖຸສິ່ງຂອງຢູ່ໃນຮ້ານ ສ່ວນຫຼາຍໄດ້ຜະລິດ ຈາກແຫຼ່ງວັດຖຸທີ່ເປັນມິດກັບສິ່ງແວດລ້ອມ, ສາມາດຜະລິດຄືນໃໝ່ ໄດ້ຢ່າງງ່າຍດາຍ. ອ້າຍ ເທີ ຫວັງວ່າ ຈາກສະຕິ ໃນການປົກປັກຮັກສາ ທຳມະຊາດ ຈາກຮ້ານ ກາເຟ ຂອງຕົນ ຈະແຜ່ກະຈາຍໃຫ້ຫຼາຍຄົນ ໄດ້ ຮູ້ເຖິງ.