ກົມກອງໄດ້ປະສານສົມທົບລະຫວ່າງມາດຕະການໂຄສະນາທີ່ເປັນປົກກະຕິຄືໂຄສະນາລວມສູນ ແລະ ໂຄສະນາສະເພາະດ້ວຍແອັບຫັນເປັນດິຈິຕອນ.
ເຮືອຫາປາຈອດຢູ່ບໍລິເວນປາກແມ່ນ້ຳ ໃນນະຄອນ ຮ່າຕຽນ, ແຂວງ ກຽນຢາງ. ພາບ: VNA
ວັນທີ 18 ກັນຍາ, ຢູ່ຕາແສງ ຮ່າຕຽນ, ປ້ອມປ້ອງກັນຊາຍແດນດ່ານສາກົນ ຮ່າຕຽນ (ແຂວງ ອານຢາງ) ໄດ້ຜັນຂະຫຍາຍຮູບແບບ “ທະຫານຊາຍແດນ - ຮ່ວມເດີນທາງພ້ອມກັບຊາວປະມົງ”, ຕິດພັນກັບການໂຄສະນາຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU) ກັບການນຳໃຊ້ການຫັນປ່ຽນດີຈີຕອນຢູ່ຕາແສງ ຮ່າຕຽນ ແລະ ຕາແສງ ໂຕເຈົາ, ແຂວງ ອານຢາງ.
ທ່ານ ພັນຈັດຕະວາ ລາມິນຍ່າ, ຮອງນັກການເມືອງ ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ຮ່າຕຽນ, ໃຫ້ຮູ້ວ່າ:
"ເພື່ອຍົກສູງຄຸນນະພາບປະສິດທິຜົນຂອງວຽກງານໂຄສະນາເຜີຍແຜ່ດ້ານກົດໝາຍວ່າດ້ວຍສິນໃນນ້ຳໃຫ້ແກ່ພໍ່ແມ່ປະຊາຊົນຊາວປະມົງ ກໍຄືບັນດາຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນ IUU, ກົມກອງໄດ້ປະສານສົມທົບລະຫວ່າງມາດຕະການໂຄສະນາທີ່ເປັນປົກກະຕິຄືໂຄສະນາລວມສູນ ແລະ ໂຄສະນາສະເພາະດ້ວຍແອັບຫັນເປັນດີຈີຕອນ. ໃນວິວັດການລາດຕະເວນ, ກວດກາຢູ່ທະເລ, ນອກຈາກການກວດກາເລື່ອງຊາວປະມົງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍສິນໃນນ້ຳແລ້ວ, ກໍ່ຈະສົມທົບກັບການໂຄສະນາເພື່ອຍົກສູງສະຕິຄວາມຮັບຮູ້ໃຫ້ ຊາວປະມົງໃນ ການປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງເຂັ້ມງວດ."
(ແຫຼ່ງຄັດຈາກ VOV)