ຕອນບ່າຍວັນທີ 09 ກໍລະກົດ, ຄະນະຊີ້ນຳການຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ໂຮ່ຈີມິນ (ເອີ້ນຫຍໍ້ວ່າ ຄະນະຊີ້ນຳ 515 ນະຄອນ ໂຮ່ຈີມິນ) ໄດ້ຮັບສຳເນົາເອກະສານ, ວັດຖຸພັນສົງຄາມ ແລະ ເອກະສານອັນລ້ຳຄ່າເປັນຈຳນວນຫຼາຍຈາກກຸ່ມຄົ້ນຄວ້າໂຄງການຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ (VWAI) ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຢີ Texas Tech (ອາເມລິກາ).
ບັນຍາກາດພິທີມອບ - ຮັບວັດຖຸພັນສົງຄາມ ແລະ ສຳເນົາເອກະສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: VNA)
ເມື່ອກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານ ຫງວຽນແມ້ງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຄືດັ່ງຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ນັ້ນແມ່ນ ມານະພະຍາຍາມຈົດສຸດຄວາມສາມາດເພື່ອປະຕິບັດ, ບໍ່ພຽງແຕ່ແມ່ນບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບຂອງພວກເຮົາແຕ່ລະຄົນ, ນຳພວກອ້າຍ, ເອື້ອຍ, ນັກຮົບ, ຜູ້ເສຍສະຫຼະຊີວິດເພື່ອຊາດ ກັບຄືນເມືອບ້ານເກີດເມືອງນອນ ແລະ ຄອບຄົວ”.
ເລື່ອງຮັບບັນດາສຳເນົາເອກະສານ, ວັດຖຸພັນນີ້ ບໍ່ພຽງແຕ່ແມ່ນການເພີ່ມເຕີມແຫຼ່ງຂໍ້ມູນທີ່ມີຄຸນຄ່າໃຫ້ແກ່ວຽກງານວິຊາການເທົ່ານັ້ນ ຫາກຍັງເປີດກວ້າງຄວາມອາດສາມາດເຊື່ອມຕໍ່ຂໍ້ມູນຈາກຫຼາຍແຫຼ່ງຄື ຄົນເປັນພະຍານ, ນັກຮົບເກົ່າ, ຍາດພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ອຳນາດການປົກຄອງທ້ອງຖິ່ນ, ຜ່ານນັ້ນ ກໍ່ຍົກສູງປະສິດທິຜົນຂອງວຽກງານຊອກຫາ ແລະ ຢັ້ງຢືນຊື່ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ.
(ແຫຼ໋ງຄັດຈາກ VOV)