ຂ່າວສານ

ຮັບຫຼາຍ​ວັດ​ຖຸ​ພັນ​ສົງ​ຄາມ ແລະ​ ສຳ​ເນົາ​ເອ​ກະ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ຕອນ​ບ່າຍ​ວັນ​ທີ 09 ກໍ​ລະ​ກົດ, ຄະ​ນະ​ຊີ້​ນຳ​ການ​ຊ​ອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ (ເອີ້ນ​ຫຍໍ້​ວ່າ ຄະ​ນະ​ຊີ້ນ​ຳ 515 ນະ​ຄອນ ໂຮ່​ຈີ​ມິນ) ໄດ້​ຮັບ​ສຳ​ເນົາ​ເອ​ກະ​ສານ, ວັດ​ຖຸ​ພັນ​ສົງ​ຄາມ ແລະ ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ເປັນ​ຈຳ​ນວນຫຼາຍ​ຈ​າກ​ກຸ່ມ​ຄົ້ນ​ຄວ້​າ​ໂຄງ​ການ​ຂໍ້​ລິ​ເລີ່ມ​ຊອກ​ຫາ​ຊາວ ຫວຽດ​ນາມ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ (VWAI) ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ Texas Tech (ອາ​ເມ​ລິ​ກາ).
  ບັນ​ຍາ​ກາດ​ພິ​ທີ​ມອບ - ຮັບ​ວັດ​ຖຸ​ພັນ​ສົງ​ຄາມ ແລະ ສຳ​ເນົາ​ເອ​ກະ​ສານ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ພາບ: VNA)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ - ຮັບ, ທ່ານ ຫງວຽນ​ແມ້ງ​ເກື່ອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ຄື​ດັ່ງ​ຄຳ​ຊີ້​ນຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ນັ້ນ​ແມ່ນ ມາ​ນະ​ພະ​ຍາ​ຍາມ​ຈົດ​ສ​ຸດ​ຄວາມ​ສາ​ມາດ​ເພື່ອ​ປະ​ຕິ​ບັດ, ບໍ່​ພຽງ​ແຕ່​ແມ່ນ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ ເທົ່າ​ນັ້ນ, ຫາກ​ຍັງ​ແມ່​ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ແຕ່​ລະ​ຄົນ, ນຳ​ພວກ​ອ້າຍ, ເອື້ອຍ, ນັກ​ຮົບ, ຜູ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງນອນ ແລະ ຄອບ​ຄົວ”.

ເລື່ອງ​ຮັບ​ບັນ​ດາ​ສຳ​ເນົາ​ເອກ​ະ​ສານ, ວັດ​ຖຸ​ພັນ​ນີ້ ບໍ່​ພຽງ​ແຕ່​ແມ່ນການ​ເພີ່ມ​ເຕີມ​ແຫຼ່ງ​ຂໍ້​ມູນ​ທີ່​ມີ​ຄຸນ​ຄ່າ​ໃຫ້​ແກ່​ວຽກ​ງານ​ວິ​ຊາ​ການ​ເທົ່າ​ນັ້ນ ຫາກ​ຍັງ​ເປ​ີດກວ້າງ​ຄວາມ​ອາດ​ສາ​ມາດ​ເຊື່ອມ​ຕໍ່ຂໍ້​ມູນ​ຈາກຫຼາຍ​ແຫຼ່ງ​ຄື ຄົນ​ເປັນ​ພະ​ຍານ, ນັກ​ຮົບ​ເກົ່າ, ຍາດ​ພີ່​ນ້ອງ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຜ່ານ​ນັ້ນ ​ກໍ່ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຊອກ​ຫາ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ນັກ​ຮົບເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.


top