ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສົ່ງເສີມການຕິດພັນຍຸດທະສາດໃນທຸກຂົງເຂດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ
ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ. (ພາບ: VNA)
ຕອນບ່າຍວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ຄະນະຜູ້ແທນ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV 12) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມື ເສດຖະກິດ ອິຣະວະດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS 11).
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສົ່ງເສີມການຕິດພັນຍຸດທະສາດໃນທຸກຂົງເຂດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ ແລະ ກະກຽມໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືໃນປີ 2027. ໃນນັ້ນ, ສືບຕໍ່ຮັກສາວຽກງານແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ; ສ້າງບາດກ້າວບຸກທະລຸໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນ; ຍູ້ແຮງການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພື້ື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານຈຸດສຸມ; ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ... ພ້ອມກັນນັ້ນ, ກໍ່ສົມທົບກັນຈັດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2027 ໃຫ້ເປັນຢ່າງດີ, ເພີ່ມທະວີການປະສານສົມທົບຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເສີມຂະຫຍາຍການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້ມີປະສິດທິຜົນ.
ສ່ວນທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນວ່າ ລັດຖະບານ ລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ຊຸກຍູ້ບັນດາໂຄງການຈຸດສຸມ ແລະ ສ້າງການຫັນປ່ຽນໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ຕອນຄ່ຳວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ພົບປະສົນທະນາກັບ ທ່ານນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ.
(ແຫຼ່ງຄັດຈາກ VOV)