• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮອງສາດສະດາຈານ ວິຊາຄະນິດສາດ ຟານທິຮ່າເຢືອງ

ໄດ້ຮັບນາມມະຍົດ ຮອງສາດສະດາຈານ (ຮສຈ) ຂອງ ມະ ຫາວິທະຍາໄລ ປາຣີ 7 ເມື່ອອາຍຸ 26 ປີ, ທ່ານນາງ ຟານທິ ຮ່າເຢືອງ (ສະຖາບັນຄະນິດສາດ, ສະພາບັນດິດ ວິທະຍາ ສາດ ແລະ ເຕັກໂນໂລຢີ ຫວຽດນາມ) ປັດຈຸບັນ ເປັນແມ່ຍິງ ຫວຽດນາມ ມີອາຍຸໜຸ່ມທີສຸດ ໄດ້ຮັບນາມມະຍົດນີ້. ເພື່ອປະ ຕິບັດຄວາມຝັນ ກ່ຽວກັບ ວິຊາຄະນິດສາດຂອງຕົນ, ທ່ານ ນາງ ໄດ້ຕັດສິນໃຈກັມເມືອ ຫວຽດນາມ ແລະ ໃນມໍ່ໆນີ້ ໄດ້ ວາລະສານ Forbes ເຊີດຊູ ໃນບັນຊີລາຍຊື່ ຜູ້ຍິງ 50 ຄົນ ທີ່ມີຜົນສະທ້ອນທີສຸດ ປີ 2018 ໃນຂົງເຂດ ວິທະຍາສາດ-ການສຶກສາ. 
ຜົນງານທີ່ດີເລີດຢູ່ປະເທດ ຝຣ່ັງ
 
ເມື່ອຮຽນຈົບປີທີ 3 ມະຫາວິທະຍາໄລສັງລວມ ຮ່າໂນ້ຍ, ຟານທິຮ່າເຢືອງ ໄດ້ຮັບທຶນການສຶກສາ ຈາກລັດຖະບານ ຝຣັ່ງ. ຍ້ອນມີຜົນງານການຮຽນທີ່ດີເດັ່ນ, ນາງ ຖືກພິຈາລະນາ ພິເສດ ໃຫ້ສືບຕໍ່ຮຽນປີທີ 4 ທີ່ມາຫາວິທະຍາໄລ ປາຣີ 6. ນີ້ ແມ່ນ ສິ່ງທີ່ບໍ່ຄ່ອຍມີ ສຳລັບນັກສຶກສາ ຫວຽດນາມ ຄືນາງ.

ເມື່ອໄດ້ຮັບໃບປະກາດຂັ້ນເໜືອມະຫາ ກ່ຽວກັບ ວິຊາເລຂາ ຄະນິດ ພິດຊະ ຄະນິດ ເມື່ອປີ 1995, ອາຈານແນະນຳ ຂອງ ນາງຄື ສຈ Christian Peskine (ຫົວໜ້າສະຖາບັນ ຄະນິດສາດ  ມະຫາ ວິທະຍາໄລ 6 ແລະ ປາຣີ 7) ໄດ້ສະເໜີ ໃຫ້ລູກສິດ ຂອງ ຕົນ ຈົ່ງ ຄົ້ນຄວ້າ ກ່ຽວກັບຂົງເຂດນີ້ ຢູ່ລະດັບ ສູງກວ່າ ແຕ່ ຟານທິຮ່າເຢືອງ ໄດ້ຕັດສິນໃຈ ເລືອກວິຊາ ຄອມພີວເຕີ ເພື່ອ ສືບຕໍ່ ການຮຽນ.

ຕາມການອະທິບາຍຂອງ ຮສຈ ກ່ຽວກັບ ການຫັນປ່ຽນນີ້ແມ່ນ ຍ້ອນ “ວິຊາຄອມພີວເຕີ ຢູ່ ຫວຽດນາມ ໃນຄາວນັ້ນ ຍັງ ໃໝ່ ອ່ຽມ ແລະ ອ່ຽງໄປໃນດ້ານໝູນໃຊ້, ແຕ່ຍິ່ງ ຂະຫຍາຍຕົວ, ຂະແໜງການຄອມພີວເຕີ ຍິ່ງຕ້ອງການ ຄົ້ນຄວ້າໂດຍ ພື້ນ ຖານຫຼາຍ, ໃນນັ້ນມີວິຊາຄະນິດສາດ”.


ປັດຈຸບັນ, ຮອງສາດສະດາຈານ (ຮສຈ) ຟານທິ ຮ່າເຢືອງ ເປັນຜູ້ ຍິງ ຫວຽດນາມ ໜຸ່ມທີ່ສຸດ ໄດ້ຮັບນາມ ມະຍົດ ຮສຈ ທີ່ມະຫາ ວິທະຍາໄລ ປາຣີ ໃນໄວ 26 ປີ. 


ຮສຈ ຟານທິຮ່າເຢືອງ ພ້ອມກັບບັນດານັກຄະນິດສາດ ທີ່ມີ ຊື່ ສຽງໃນໂລກ ຢູ່ເທິງເວັບໄຊ  Maths Day for Development.


ຮສຈ ຟານຮ່າເຢືອງ (ຜູ້ທີສາມຈາກຊ້າຍ) ພ້ອມກັບບັນດາ ຜູ້ ແທນ ໃນງານສຳມະນາ “Maths Day for Development” (ວັນຮຽນຄະນິດສາດ ກັບການພັດທະນາ). 

ເດືອນມັງກອນ 1999, ບົດນິພົນປະລິນຍາເອກ (ປອ) ຂອງ ຟານທິຮ່າເຢືອງ ໄດ້ຄະນະກວດສອບ ຂອງ ມະຫາ ວິທະ ຍາໄລ ປາຣີ 7 ຈັດປະເພດດີເດັ່ນ. ກໍໃນຈຸດເວລານັ້ນ, ພະ ແນກ ຄອມພີວເຕີ, ມະຫາວິທະຍາໄລ ປາຣີ 7 ມີຄວາມ ຕ້ອງ ການຄັດເລືອກ ຕໍາແໜ່ງ ຮສຈ 3 ຄົນ ໃນຈຳນວນ 100 ໃບ ຄຳຮ້ອງ ຂໍເຂົ້າເຮັດວຽກ ດ້ວຍຂັ້ນຕອນພິຈາລະນາ ແລະ ກວດຜ່ານຢ່າງເຄັ່ງຄັດທີສຸດ. ຕາມທຳມະດາ, ຜູ້ຍື່ນເອກະ ສານໄດ້ ມີໃບປະກາດ Postdoc (ຫຼັງ ປອ) ຫຼື ມີປະສົບ ການໃນການ ສອນເປັນເວລາ ຫຼາຍປີແລ້ວ.

ແຕ່ວ່າ, ປອ ໜຸ່ມ ຟານທິຮ່າເຢືອງ ໄດ້ຂ້າມຜ່ານ ຜູ້ມີປະສົບ ການ ແລະ ມີອາຍຸລື່ນຕົນເກືອບທຸກຄົນ ເພື່ອໄດ້ຈັດເຂົ້າ ຢູ່ ໃນອັນດັບ 1.

ຢູ່ປະເທດ ຝຣັ່ງ, ຕຳແໜ່ງ ສຈ, ຮສຈ ຈະໄດ້ນຳເຂົ້າລະບົບການຈັດຕັ້ງທາງການຢ່າງຖາວອນ. ພິເສດ, ດ້ວຍເງິນເດືອນ 3000 ເອີໂຣ/ເດືອນ (ອັນດັບປານກາງຢູ່ ຝຣັ່ງ) ແລະ ໂອກາດເຂົ້າຮ່ວມກອງປະຊຸມ, ງານສຳມະນາຕ່າງໆ ພ້ອມກັບ ຄວາມ ຊ່ວຍໜູນດ້ານຫົວຂໍ້, ຟານທິຮ່າເຢືອງ ສາມາດອຸ່ນອຽນໃຈ ເພື່ອສະຫງວນເວລາ ທັງໝົດໃຫ້ແກ່ວຽກງານການສິດສອນ ແລະ ຄົ້ນຄວ້າ.

ແຕ່ວ່າ, ເມື່ອເດືອນ ສິງຫາ 2005, ຫຼັງຈາກເຮັດວຽກຢູ່ ຝຣັ່ງ ໄດ້ 12 ປີ, ທ່ານນາງ ຟານທິຮ່າເຢືອງ ພ້ອມກັບ ສາມີ (ກຳ ລັງສິດສອນ ຢູ່ ສ ອາເມລິກາ, ອັງກິດ ແລະ ຝຣັ່ງ ໄດ້ຕັດສິນໃຈ ລາຈາກຕຳແໜ່ງທີ່ເປັນຄວາມຝັນຂອງຫຼາຍຄົນ  ກັບເມືອ ຫວຽດນາມ ເພື່ອເຮັດວຽກເປັນພະນັກງານ ຢູ່ສະຖາບັນຄະ ນິດສາດ.


ປະຕິບັດຄວາມຝັນຄະນິດສາດ ຢູ່ ບ້ານເກີດເມືອງນອນ ໄດ້ປະກົດຜົນເປັນຈິງ

ຮສຈ ຟານທິຮ່າເຢືອງ ໄດ້ໄຂຄວາມໃນໃຈ ໃຫ້ຮູ້ ກ່ຽວກັບໜຶ່ງໃນບັນດາຂໍ້ອ້າງທີ່ພາໃຫ້ເພິ່ນຕັດສິນໃຈກັບມາເຮັດວຽກຢູ່ ຫວຽດນາມວ່າ: “ບົດບັນຍາຍ ຂອງ ອາຈານ ໃນຕອນຮຽນມະຫາວິທະຍາໄລປີທຳອິດ ໄດ້ເຮັດໃຫ້ຂ້າພະເຈົ້າ ມີມູມມອງໃໝ່. ຂ້າພະເຈົ້າ ມີຄວາມຝັນໄດ້ກາຍເປັນອາຈານສອນ ເພື່ອສາມາດຖ່າຍທອດ ຄວາມຫຼົງໄຫຼ ດ້ານຄະນິດສາດ ກັບລູກ ສິດລຸ້ນຕ່າງໆ”.

ຮສຈ ຟານທິຮ່າເຢືອງ ກ່າວວ່າ “ໄດ້ສອນນັກສຶກສາ ຫວຽດ ນາມ ແລະ ໄດ້ເຮັດວຽກຢູ່ໃນອົງການ ຂອງ ຫວຽດນາມ ແມ່ນ ຄວາມດີໃຈ ແລະ ມີຄວາມໝາຍສຳລັບຂ້າພະເຈົ້າ”.


ດ້ວຍເຫດນັ້ນ, ເມື່ອກັບມາເຮັດວຽກ ຢູ່ຫ້ອງການພື້ນຖານ ຄະ ນິດສາດ, ສະຖາບັນຄະນິດສາດ ຢູ່ ຫວຽດນາມ, ຮສຈ  ຟານ ທິຮ່າເຢືອງ ໄດ້ເຂົ້າຮ່ວມການສອນ ແລະ ຄົ້ນຄວ້າ ອີກດ້ວຍ. ປັດຈຸບັນ ຮສຈ  ຟານທິຮ່າເຢືອງ ກຳລັງເຂົ້າຮ່ວມການ ສອນ ກ່ຽວກັບຄະນິດສາດຂັ້ນສູງ ຢູ່ສະຖາບັນ ຄະນິດສາດ ແລະ ມະຫາວິທະຍາໄລ ທີ່ມີຊື່ສຽງຈຳນວນໜຶ່ງ ຢູ່ພາຍໃນປະເທດ.



ຮສຈ ຟານທິຮ່າເຢືອງ ໄດ້ວາລະສານ Forbes ເຊີດຊູ ໃນ ບັນຊີລາຍຊື່ ຜູ້ຍິງ 50 ຄົນ ທີ່ມີຜົນສະທ້ອນທີສຸດ ປີ 2018 ໃນຂົງເຂດ ວິທະຍາສາດ-ການສຶກສາ.


ຮສຈ ຟານທິຮ່າເຢືອງ ເປີດເຜີຍໃຫ້ຮູ້ ກ່ຽວກັບ ລາຍການ ສຶກ ສາຄະນິດສາດ ສະເພາະຢ່າງ ຢູ່ ຫວຽດນາມ ໃນງານສຳມະ ນາ “Maths Day for Development”. 


ວິທີການສອນຄະນິດສາດທີມີຊີວິດຊີວາ ແລະ ມີຄວາມ ປະ ດິດສ້າງ ຂອງ ຮສຈ ຟານທິຮ່າເຢືອງ ເປັນແຮງກຳລັງໃຈ ສຳ ລັບຊາວໜຸ່ມ ຜູ້ຮັກມັກຄະນິດສາດຫຼາຍຄົນ ຢູ່ ຫວຽດນາມ. 


ຮສຈ ຟານທິຮ່າເຢືອງ ຖ່າຍຮູບຮ່ວມກັບບັນດານັກຮຽນ ທີ່ ເຂົ້າຮ່ວມຄ້າຍພັກແລ້ງຄະນິດສາດ ແລະ ວິທະຍາສາດ (MaSSP) 2019.

ແຕ່ລະປີ, ທ່ານນາງ ຮ່າເຢືອງ ຍັງຄົງໄດ້ຮັບຄຳເຊື້ອເຊີນຈາກ ມະຫາວິທະຍາໄລທີ່ມີຊື່ສຽງຂອງຝັ່ງ ເຊັ່ນ: ປາຣີ 6, ປາຣີ 7... ເພື່ອການຄົ້ນຄວ້າ ແລະ ບັນຍາຍ ໃນຖານະເປັນສາດສະດາ ຈານ ທີ່ຖືກເຊີນ ໃນເວລາ 1-2 ເດືອນ.

ໃນຊ່ວງເວລາຮ່ວມມືກັບບັນດາກຸ່ມນັກຄົ້ນຄວ້າ ຢູ່ຝຣັ່ງ, ຮສຈ ຮ່າເຢືອງ ໄດ້ເອົາໃຈໃສ່ ໃນການຊອກຫາທຶນ ການສຶກສາ ໃຫ້ ແກ່ນັກສຶກສາ ຜູ້ມີຜົນງານດີເດັ່ນດ້ານການຮຽນ ຂອງ ຫວຽດ ນາມ ເພື່ອໄປຮຽນຢູ່ບັນດາໂຮງຮຽນ ທີ່ຊົງກຽດຂອງ ຝຣ່ັງ.

ປັດຈຸບັນ, ຮອງສາດສະດາຈານ ຟານທິຮ່າເຢືອງ ກຳລັງເປັນ ຕົວແທນໜຶ່ງດຽວ ຂອງ ຫວຽດນາມ ໄດ້ຮັບຄຳເຊີນ ເຂົ້າຮ່ວມ ງານສຳມະນາ “Maths Day for Development (ວັນຮຽນ ຄະນິດສາດ ກັບການພັດທະນາ) ຊຶ່ງໄດ້ຈັດຂຶ້ນ ຢູ່ສູນ ຢູແນັສ ໂກ (ຝຣັ່ງ) ເມື່ອເດືອນ ມີນາ 2019. ງານສຳມະນາດັ່ງກ່າວ ມີການເຂົ້າຮ່ວມ ຂອງຜູ້ແທນ ກວ່າ 300 ທ່ານ ທີ່ເປັນຕົວ ແທນ ທີ່ດີເດັ່ນທີສຸດ ໃນຂົງເຂດຕ່າງໆ ທີ່ມາຈາກ ຫຼາຍປະ ເທດ ຢູ່ໃນໂລກ. 

ປັດຈຸບັນ, ຮສຈ ຮ່າເຢືອງ ກຳລັງຄົ້ນຄວ້າ ບັນດາບັນຫາ ກ່ຽວ ກັບ ຄະນິດສາດໝູນໃຊ້ໃນຂົງເຂດສາລະສົນເທດ, ເປັນຕົ້ນ ແມ່ນຄະນິດສາດ ບໍ່ຕໍ່ເນື່ອງ.

ຕາມ ຮສຈ ຟານທິຮ່າເຢືອງ, ຄະນິດສາດ ບໍ່ຕໍ່ເນື່ອງ ແມ່ນ ພື້ນຖານ ຕ້ອງກຳແໜ້ນ ຖ້າຫາກຢາກພັດທະນາ ບັນດາ ວິທີ ຄະນິດ ເຂົ້າໃນຂະແໜງຄອມພີວເຕີ.

ປັດຈຸບັນ, ໂຄງປະກອບບໍ່ຕໍ່ເນື່ອງນີ້ ໄດ້ໝູນໃຊ້ ໃຫ້ແກ່ ບົດ ເລກພາຍໃຕ້ຮູບການເປັນ ກຣາຟິກ ເຊັ່ນເທິງເຄືອຄ່າຍ ອິນ ເຕີເນັດ ແລະ ອີກຫຼາຍຂະແໜງການອື່ນໆ.

ສຳລັບບັນດາບົດເລກກ່ຽວກັບອັດຕາຄວາມແນ່ນອນ, ສະຖິຕິ ໃນຄະນິດສາດ ໄດ້ຮັບການໝູນໃຊ້ໃນການຊອກຫາ ວິທີການ ປິ່ນປົວພະຍາດ.

ຫຼືຄ້າຍຄືທິດສະດີເລກ ສາຂາວິຊາຄະນິດສາດ ທີ່ເກົ່າແກ່ ທ່ີ ສຸດຂອງ ຄະນິດສາດ ກໍໄດ້ຮັບການໝູນ ໃຊ້ໃນຂະແໜງ ການ ຕ່າງໆ ເຊັ່ນ: ກົດລັບ, ການເງິນ, ທະນາຄານ ແລະອື່ນໆ.

ຮສຈ ຟານທິຮ່າເຢືອງໄດ້ເນັ້ນໜັກວ່າ “ພວກເຮົາຈະນັບມື້ ເຫັນໄດ້ບົດບາດ ຂອງ ຄະນິດສາດ ໃນການພັດທະນາ ຂອງ ວິທະຍາສາດ ແລະ ເຕັກໂນໂລຢີ ໃນອະນາຄົດ”.

ດ້ວຍເຫດນັ້ນ, ຕາມ ຮສຈ ຟານທິຮ່າເຢືອງ, ປັດຈຸບັນ, ໜຶ່ງ ໃນ ບັນດາທິດທາງ ພັດທະນາວິຊາຄະນິດສາດ ຂອງ ຫວຽດ ນາມ ໄດ້ວົງການນັກຄະນິດສາດ ພັດທະນາ ນັ້ນແມ່ນກໍ່ສ້າງ ຄະນິດສາດ ນໍາໃຊ້ ໃນຂະແໜງການຕ່າງໆ ເຊັ່ນ: ອຸດສາຫະ ກຳ.

ຮສຈ ຟານທິຮ່າເຢືອງ ມີຄວາມເຊື່ອໝັ້ນວ່າ ໃນອະນາຄົດ ອັນໃກ້ໆ ນີ້, ດ້ວຍການຂະຫຍາຍຕົວ ຢ່າງຂະຫຍັນຂັນແຂງ ຂອງ ເສດຖະກິດ ຫວຽດນາມ, ບັນດານັກຄະນິດສາດ ຄືທ່ານ ນາງ ຈະຮ່ວມມືພ້ອມກັບ ບັນດາວິສາຫະກິດ ເພື່ອແກ້ໂຈດ ຂອງ ເຂົາ ຄືຢູ່ບັນດາ ປະເທດຕາເວັນຕົກ ທ່ີພັດທະນາ ໄດ້ປະ ຕິບັດ ເມື່ອຫຼາຍທົດສະວັດ ຜ່ານມາ. 
ບົດ: ຖາວວີ-ຫວຽດເກື່ອງ


Top