• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຢູ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ອີ​ຣານ ຄືນ​ໃໝ່

ວັນທີ 29 ກັນຍາ, ສະພາ ເອີລົບ ໄດ້ຕົກລົງຈັດວາງບັນດາມາດຕະການລົງໂທດນິເຄຼຍທີ່ມີຕໍ່ ອີຣານ ຄືນໃໝ່ ພາຍຫຼັງໄດ້ຢຸດຕິຊົ່ວຄາວມາເປັນເວລາເກືອບ 1 ທົດສະວັດ.
ຜູ້ແທນຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງ ອີຢູ ໃນການພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອີຢູ ແລະ ລັດຖະມົນຕີການຕ່າງປະເທດ ອີຣານ ຢູ່ ນິວຢອກ ໃນວັນທີ 23 ກັນຍາ 2025 (ພາບ: IRNA/TTXVN)

ກ່ອນໜ້ານັ້ນ 1 ວັນ, ສປຊ ໄດ້ຟື້ນຟູຄຳສັ່ງຂວ້ຳບາດອາວຸດ ແລະ ບັນດາມາດຕະການລົງໂທດອື່ນທີ່ມີຕໍ່ ອີຣານ ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງປະເທດນີ້ ພາຍຫຼັງທີ່ກຸ່ມ E3 (ລວມມີ ຝະລັ່ງ, ອັງກິດ ແລະ ເຢຍລະມັນ) ໄດ້ກ່າວຫາວ່າ ອີຣານ ບໍ່ປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍປີ 2015. ບັນດາມາດຕະການໂດຍ ອີຢູ ຈັດວາງຄືນໃໝ່ມີ: ຫ້າມສົ່ງອອກອາວຸດ, ຫ້າມນ້ຳເຂົ້າ ແລະ ຂົນສົ່ງນ້ຳມັນບໍ່, ອາຍແກັດທຳມະຊາດ, ຜະລິດຕະພັນ. ອີຢູກໍ່ຈະປິດລ້ອມຊັບສິນຂອງທະນາຄານສູນກາງ ອີຣານ ແລະ ຫຼາຍທະນາຄານການຄ້າໃຫ່ຍ.

  ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ປະກາດວ່າ ປະເທດນີ້ບໍ່ເຄີຍຊອກຫາວິທີຜະລິດອາວຸດນິວຄຼຍ; ປະຕິເສດ ແລະ ກ່າວປະນາມການຈັດວາງບໍ່ວ່າການຈຳກັດ ແລະ ຄຳສັ່ງລົງໂທດໃດໆ ພ້ອມທັງເນັ້ນໜັກວ່າ ປະເທດສາທາລະນະລັດອິດສະລາມນີ້ ພ້ອມແລ້ວທີ່ຈະເຈລະຈາຢ່າງໂປ່ງໃສ, ບັນລຸໄດ້ມາດຕະການຢ່າງຍຸດຕິທຳ ແລະ ເໝາະສົມໃຫ້ບັນຫານິວເຄຼຍ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງ​ທັບ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງ​ທັບ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ 12 ອາຍຸການ 2025 – 2030 ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. ກອງປະຊຸມໃຫຍ່ ເປັນຂີດໝາຍສຳຄັນພິເສດ ສຳລັບໜ້າທີ່ກໍ່ສ້າງ ແລະ ພັດທະນາກອງທັບໃນສັງກາດໃໝ່.

Top