ຕອນເຊົ້າວັນທີ 30 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຝູທໍ້ ຄັ້ງທີ 1, ອາຍຸການ 2025 – 2030.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີໃຫ້ແຂວງ ຝູທໍ້ ຮັກສາຄວາມສາມັກຄີ, ເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳຢ່າງໝັ້ນແກ່ນ; ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ພ້ອມດຽວກັນນັ້ນ ສ້າງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ມີຄວາມກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນຢ່າງແທ້ຈິງ.
“ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍສຸມໃສ່ຜັນຂະຫຍາຍບັນດາບາດກ້າວບຸກທະລຸຍຸດທະສາດຢ່າງມີປະສິດທິຜົນ; ສຸມໃສ່ພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ, ສ້າງພື້ນຖານໃຫ້ແກ່ການພັດທະນາວ່ອງໄວ ແລະ ຍືນຍົງ; ຊຸກຍູ້ການພັດທະນາຂົງເຂດເສດຖະກິດເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງການພັດທະນາເສດຖະກິດຢ່າງແທ້ຈິງ; ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ດຶງດູດບັນດາແຫຼ່ງເງິນລົງທຶນຍຸດທະສາດຢ່າງມີປະສິດທິຜົນ…”
(ແຫຼ່ງຄັດຈາກ VOV)