ໃນການພົບປະກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ເມື່ອວັນທີ 29 ກັນຍາ, ທ່ານ Donald Trump ປະນາທິບໍດີ ອາເມລິກາ ໄດ້ປະກາດແຜນການ 20 ຂໍ້ເພື່ອແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ.
ຊາວ ປາແລັດສະຕິນ ຍົກຍ້າຍໄປຍັງບ່ອນປອດໄພ (ພາບ:THX/TTXVN)
ຕາມນັ້ນແລ້ວ, ຖ້າຫາກວ່າທັງ ອິດສະຣາແອັນ ແລະ ຮາມາສ ເຫັນດີນຳກັນ, ການປະທະກັນຢູ່ເຂດ ກາຊາ ຈະຢຸດຕິລົງໃນທັນທີ. ພາຍຫຼັງ 72 ຊົ່ວໂມງທີ່ ອິດສະຣາແອັນ ເຫັນດີກັບແຜນການ, ຕົວປະກັນທຸກຄົນທັງຜູ້ທີ່ໄດ້ເສຍຊີວິດ ຫຼືຍັງມີຊີວິດຢູ່ ຈະຖືກປ່ອຍຕົວ ແລະ ແທນທີນັ້ນ, ອິດສະຣາແອັນ ຈະປ່ອຍຕົວໃຫ້ນັກໂທດ 250 ຄົນ ທີ່ຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ ພ້ອມກັບຊາວ ກາຊາ 1.700 ຄົນທີ່ຖືກກັກຂັງຊົ່ວຄາວ ພາຍຫຼັງການບຸກໂຈມຕີຂອງ ຮາມາສ ເມື່ອເດືອນຕຸລາ ປີ 2023 ໃຫ້ເປັນເສລີ. ບັນດາສະມາຊິກ ຮາມາສ, ບັນດາຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາດຳລົງຊີວິດຮ່ວມໂດຍສັນຕິ ແລະ ມອບສົ່ງອາວຸດ ຈະໄດ້ຮັບອະໄພຍະໂທດ ຫຼືຈະໄດ້ຮັບເງື່ອນໄຂສະດວກເພື່ອໄປຍັງບັນດາປະເທດທີ່ເຫັນດີຮັບເຂົາເຈົ້າ. ພ້ອມກັນນັ້ນ, ເຄື່ອງຊ່ວຍເຫຼືອບັນເທົາທຸກຈະຖືກຂົນສົ່ງເຖິງເຂດ ກາຊາ ໃນທັນທີ.
(ແຫຼ່ງຄັດຈາກ VOV)