ໃນສານ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືການຕ້ານອາດຊະຍາກຳທາງອິນເຕີເນັດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍປ້ອງກັນຄວາມສະຫງົບແຫ່ງຊາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມພ້ອມກັບປະຊາຄົມສາກົນ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງອິນເຕີເນັດ.
ທ່ານປະທານປະເທດ ເລືອງເກື່ອງ (ພາບ: VGP)
ໃນສານສະບັບ 1 ອອກວັນທີ 28 ກັນຍາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີຄວາມຍິນດີຕ້ອນຮັບແຂກສາກກົນທີ່ມານະຄອນຫຼວງ ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ ເພື່ອເຂົ້າຮ່ວມພິທີເປີດການລົງນາມໃນສົນທິສັນນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງອິນເຕີເນັດ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປສູ່ອະນາຄົດ” ໃນວັນທີ 25 ແລະ 26 ຕຸລາ 2025. ໃນສານ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືການຕ້ານອາດຊະຍາກຳທາງອິນເຕີເນັດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍປ້ອງກັນຄວາມສະຫງົບແຫ່ງຊາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມພ້ອມກັບປະຊາຄົມສາກົນ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງອິນເຕີເນັດ. ເລື່ອງສະມັດຊາໃຫຍ່ ສປຊ ຮັບຮອງເອົາສົນທິສັນຍາ ຕ້ານອາດຊະຍາກຳທາງອິນເຕີເນັດ (ເດືອນທັນວາ 2024) ແລະ ຈັດພິທີເປີດການລົງນາມຢູ່ຮ່າໂນ້ຍ ແມ່ນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາຈິດໃຈຄວາມຮັບຜິດຊອບຂອງບັນດາປະເທດໃນການປົກປ້ອງເຄືອຂ່າຍອິນເຕີເນັດ - ຊັບສົມບັດລວມຂອງມວນມະນຸດ. ຫວຽດນາມ ປາດຖະໜາວ່າ ເຫດການນີ້ບໍ່ພຽງແຕ່ແມ່ນລະບຽບການນິຕິກຳເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອຊຸກຍູ້ການໂອ້ລົມສົນທະນາ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ກາຍເປັນເວທີປາໄສເພື່ອຊຸກຍູ້ການປະຕິບັດສົນທິສັນຍາຂອງ ສປຊ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານອາດຊະຍາກຳທາງອິນເຕີເນັດ.
(ແຫຼ່ງຄັດຈາກ VOV)