• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດເຂົ້າ​ເຂດ ກາ​ຊາ ແລະ ລີ​ບັງ

ວັນທີ 3 ພະຈິກ, ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ເປົ້າໝາຍແມ່ນສະມາຊິກຂອງ ແຮັກໂບລາ.
Smoke rises from Gaza following an Israeli airstrike, as seen from Israel, October 19, 2025. Photo: REUTERS/Amir Cohen

ຕອນບ່າຍວັນທີ  11, ພະຈິກ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF)  ໃຫ້ຮູ້ວ່າ: ກອງທັບປະເທດນີ້ ຫາກໍ່ດຳເນີນການບຸກໂຈມຕີ ເຂັ່ນຂ້າເປົ້າໝາຍຈຳນວນໜຶ່ງທີ່ຖືກສົງໃສວ່າ ໄດ້ຂ້າມຜ່ານເສັ້ນຊາຍແດນຄຳໂດຍກອງທັບ ອິດສະຣາແອັນ ສ້າງຂຶ້ນຢູ່ເຂດ ກາຊາ. ເຫດການໄດ້ເກີດຂຶ້ນຢູ່ທາງທິດໃຕ້ ກາຊາ, ທະຫານບົກ ອິດສະຣາແອັນ  ໄດ້ຄົ້ນພົບ ແລະ ແຈ້ງໃຫ້ກຳລັງກອງທັບອາກາດໜູນຊ່ວຍ. IDF ຢືນຢັນວ່າ: ກອງທັບ ອິດສະຣາແອັນ  ຍັງໄດ້ປະຕິບັດຄຳໝັ້ນສັນຍາຢຸດຍິງທີ່ບັນບລຸໄດ້ຢູ່ເຂດ ກາຊາ ກັບຂະບວນການ ຮາມາສ ແຕ່ບໍ່ໄດ້ເວົ້າແຈ້ງວ່າ ບັນດາມືປືນຖືກເຂັ່ນຂ້າໃນຕອນທ່ຽງຂອງວັນທີ 4 ພະຈິກ ແມ່ນສະມາຊິກຂອງ ຮາມາສ ຫຼືບໍ່.

  ຄຽງຂ້າງແນວຮົບ ກາຊາ, ໂດຍກ່າວຫາວ່າ ຂະບວນການ ແຮັກໂບລາ ລະເມີດຄຳສັ່ງຢຸດຍິງທີ່ມີຜົນສັກສິດນັບແຕ່ເດືອນພະຈິກປີ 2024 ລະຫວ່າງ ອິດສະຣາແອັນ  ແລະ ລີບັງ ນັ້ນ, ວັນທີ 3 ພະຈິກ, ກອງທັບ ອິດສະຣາແອັນ  ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ເປົ້າໝາຍແມ່ນສະມາຊິກຂອງ ແຮັກໂບລາ, ທ່ານ Mohammad Ali Hadid, ຢູ່ເຂດເທດສະບານ Doueir, ທາງທິດໃຕ້ ລິບັງ.

(ແຫຼ່ງຄັດຈາກ VOV)

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top