ວັນທີ 3 ພະຈິກ, ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ເປົ້າໝາຍແມ່ນສະມາຊິກຂອງ ແຮັກໂບລາ.
Smoke rises from Gaza following an Israeli airstrike, as seen from Israel, October 19, 2025. Photo: REUTERS/Amir Cohen
ຕອນບ່າຍວັນທີ 11, ພະຈິກ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ: ກອງທັບປະເທດນີ້ ຫາກໍ່ດຳເນີນການບຸກໂຈມຕີ ເຂັ່ນຂ້າເປົ້າໝາຍຈຳນວນໜຶ່ງທີ່ຖືກສົງໃສວ່າ ໄດ້ຂ້າມຜ່ານເສັ້ນຊາຍແດນຄຳໂດຍກອງທັບ ອິດສະຣາແອັນ ສ້າງຂຶ້ນຢູ່ເຂດ ກາຊາ. ເຫດການໄດ້ເກີດຂຶ້ນຢູ່ທາງທິດໃຕ້ ກາຊາ, ທະຫານບົກ ອິດສະຣາແອັນ ໄດ້ຄົ້ນພົບ ແລະ ແຈ້ງໃຫ້ກຳລັງກອງທັບອາກາດໜູນຊ່ວຍ. IDF ຢືນຢັນວ່າ: ກອງທັບ ອິດສະຣາແອັນ ຍັງໄດ້ປະຕິບັດຄຳໝັ້ນສັນຍາຢຸດຍິງທີ່ບັນບລຸໄດ້ຢູ່ເຂດ ກາຊາ ກັບຂະບວນການ ຮາມາສ ແຕ່ບໍ່ໄດ້ເວົ້າແຈ້ງວ່າ ບັນດາມືປືນຖືກເຂັ່ນຂ້າໃນຕອນທ່ຽງຂອງວັນທີ 4 ພະຈິກ ແມ່ນສະມາຊິກຂອງ ຮາມາສ ຫຼືບໍ່.
ຄຽງຂ້າງແນວຮົບ ກາຊາ, ໂດຍກ່າວຫາວ່າ ຂະບວນການ ແຮັກໂບລາ ລະເມີດຄຳສັ່ງຢຸດຍິງທີ່ມີຜົນສັກສິດນັບແຕ່ເດືອນພະຈິກປີ 2024 ລະຫວ່າງ ອິດສະຣາແອັນ ແລະ ລີບັງ ນັ້ນ, ວັນທີ 3 ພະຈິກ, ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ເປົ້າໝາຍແມ່ນສະມາຊິກຂອງ ແຮັກໂບລາ, ທ່ານ Mohammad Ali Hadid, ຢູ່ເຂດເທດສະບານ Doueir, ທາງທິດໃຕ້ ລິບັງ.