ປັດຈຸບັນ, ບັນດາທ້ອງຖິ່ນເຂດແຄມທະເລຂອງ ຫວຽດນາມ ພວມສົມທົບກັບບັນດາກະຊວງ, ຂະແໜງການ… ຜັນຂະຫຍາຍຫຼາຍມາດຕະການແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຊາວປະມົງກ່ຽວກັບການຂຸດຄົ້ນສິນໃນນ້ຳແບບຍືນຍົງ, ຫຼຸດຜ່ອນ ແລະ ມຸ່ງໄປເຖິງການຢຸດຕິສະພາບການລະເມີດ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU.
ຢູ່ແຂວງ ກວາງນິງ, ມີກ່ຳປັ່ນຫາປາກວ່າ 4.100 ລຳ, 275 ລຳເຄື່ອນໄຫວຢູ່ເຂດນອກຝັ່ງ ລ້ວນແຕ່ໄດ້ຈົດທະບຽນ, ອັບເດດຂໍ້ມູນໃນລະບົບ Vnfishbase... (ພາບ: VOV)
ປັດຈຸບັນ, ແຂວງ ກາເມົາ ມີກ່ຳປັ່ນຫາປາກວ່າ 5.200 ລຳ, ໃນນັ້ນ ມີກ່ຳປັ່ນຫາປາກວ່າ 1.900 ລຳ ມີຄວາມຍາວສຸດແຕ່ 15 ແມັດຂຶ້ນໄປ, ລ້ວນແຕ່ຕິດຕາມເຄື່ອງຕິດຕາມໄລຍະການເຄື່ອນໄຫວ. ປັດຈຸບັນ, ກາເມົາ ພວມສຸມໃສ່ວຽກງານໂຄສະນາໃຫ້ແກ່ຊາວປະມົງ; ເພີ່ມທະວີວຽກງານຄຸ້ມຄອງກ່ຳປັ່ນ; ຕິດຕາມ, ຄວບຄຸມ ແລະ ກວດກາການເຄື່ອນໄຫວຂອງກ່ຳປັ່ນຫາປາຢູ່ທະເລ ແລະ ທ່າກ່ຳປັ່ນ; ກວດກາແຫຼ່ງທີ່ມາຂອງສິນໃນນ້ຳທີ່ໄດ້ຂຸດຄົ້ນມາ. ພ້ອມດຽວກັນນັ້ນ, ວຽກງານການປະຕິບັດກົດໝາຍ ແລະ ປັບໄໝລົງໂທດການກະທຳລະເມີດກົດໝາຍພວມໄດ້ຮັບຄວາມເອົາໃຈໃສ່. ທ່ານ ເລວັນສື, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ກາເມົາ, ໃຫ້ຮູ້ວ່າ:
“ບັນດາບັນຫາທີ່ກ່ຽວຂ້ອງເຖິງເຄື່ອງອຸປະກອນຕິດຕາມໄລຍະການເຄື່ອນໄຫວ, ທາງແຂວງໄດ້ສຳຫຼວດກວດຄືນການປະຕິບັດນະໂຍບາຍເພື່ອປະກາດໃຊ້ຢ່າງທັນການ, ເພື່ອແນໃສ່ໜູນຊ່ວຍຊາວປະມົງ. ພ້ອມກັບການເພີ່ມທະວີການປັບໄໝລົງໂທດການກະທຳລະເມີດກົດໝາຍ. ໃນໄລຍະດຳເນີນການປັບໄໝນັ້ນ ຕ້ອງເຮັດແນວໃດເພື່ອຮັກສາຫຼັກຖານໄວ້. ນອກຈາກນັ້ນ, ທາງແຂວງກໍມີການສຳຫຼວດກວດຄືນບັນດາສຳເນົາເອກະສານແກ້ໄຂການລະເມີດ, ກວດກາຄືນຢ່າງລອບຄອບຖີ່ຖ້ວນ”.
ຕຳຫຼວດທະເລມອບເສື້ອຊູຊີບໃຫ້ແກ່ຊາວປະມົງແຂວງ ເລິມດົ່ງ
ຢູ່ແຂວງ ກວາງນິງ, ມີກ່ຳປັ່ນຫາປາກວ່າ 4.100 ລຳ, ທາງແຂວງກໍພວມຮີບເຮັ່ງສ້າງ ແລະ ຍົກສູງລະບົບກ່ຳປັ່ນເຂົ້າທຽບທ່າ, ຮັບໃຊ້ຊາວປະມົງລາຍງານປະລິມານ, ອັດເດດສະພາບການເຂົ້າ ແລະ ອອກຈາກທ່າ.
ໃນຂະນະນັ້ນ, ໃນລະຫວ່າງວັນທີ 3 – 4 ພະຈິກ, ກອງບັນຊາການຕຳຫຼວດທະເລ ເຂດ 3 ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະພັກເລິມດົ່ງ ຈັດຕັ້ງລາຍການ “ຕຳຫຼວດທະເລ ຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ຕາແສງ ຟານຣີເກືອ ແລະ ເທດສະບານ ຝູຖຸຍ.
(ແຫຼ່ງຄັດຈາກ VOV)