• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ​ ອີ​ຢູ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ຂໍ້​ກຳ​ນົດ​ອຸດ​ສາ​ຫະ​ກຳ

ການກະທຳນີ້ຖືກຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ເອີລົບ ແນ່ໃສ່ປັບປຸງຄວາມສາມາດເປັນເຈົ້າການຍຸດທະສາດ...
(ພາບປະກອບ: Reuters)

ວັນທີ  3 ພະຈິກ, ລັດຖະມົນຕີອຸດສາຫະກຳຂອງ 17 ປະເທດ ອີຢູ, ໃນນັ້ນມີ ເຢຍລະມັນ, ຝະລັ່ງ, ອີຕາລີ, ແອສະປາຍ ແລະ ໂປໂລຍ ໄດ້ພ້ອມກັນລົງນາມໃນຖະແຫຼງການ ແບກແລງ ແນໃສ່ຮຽກຮ້ອງດຳເນີນການປະຕິຮູບຢ່າງເລິກເຊິ່ງກ້ວາງຂວາງ ເພື່ອຫັນບັນດາຂໍ້ກຳນົດອຸດສາຫະກຳພາຍໃນກຸ່ມເປັນງ່າຍດາຍ. ຕາມເນື້ອໃນຂອງຖະແຫຼງການດັ່ງກ່າວ, ປະເທດຕ່າງໆ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພື້ນຖານອຸດສາຫະກຳປ້ອງກັນຊາດ ເອີລົບ ໃຫ້ເຂັ້ມແຂງກ່ວາ, ທັງຕອບສະໜອງຄວາມຕ້ອງການປ້ອງກັນຄວາມສະຫງົບ, ທັງໜູນຊ່ວຍພັດທະນາບັນດາຂົງເຂດພົນລະເຮືອນ. ນອກຈາກນັ້ນແລ້ວ, ຖະແຫຼງການ ແບກແລງ ກໍ່ໄດ້ຮຽກຮ້ອງສ້າງຕັ້ງບັນດາເຄື່ອງມືການເງິນໃໝ່ ເພື່ອຮັບປະກັນຄວາມສາມາດເຂົ້າເຖິງ ແລະ ປົກປ້ອງແຫຼ່ງສະໜອງວັດຖຸດິບຍຸດທະສາດ ຊື່ງຖືກຖືວ່າແມ່ນປັນໄຈແກ່ນສານໃຫ້ແກ່ຄວາມສາມາດແກ່ງແຍ້ງຂອງ ອີຢູ ໃນສະພາບຕ່ອງໂສ້ການສະໜອງທົ່ວໂລກມີການຜັນແປຢ່າງແຮງ.

  ການກະທຳນີ້ຖືກຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ເອີລົບ ແນ່ໃສ່ປັບປຸງຄວາມສາມາດເປັນເຈົ້າການຍຸດທະສາດ, ຫລຸດຜ່ອນການເອື້ອຍອີງບັນດາແຫຼ່ງສະໜອງພາຍນອກ ແລະ ເພີ່ມກຳລັງແກ່ງແຍ້ງໃຫ້ແກ່ບັນດາຂະແໜງອຸດສາຫະກຳຫຼັກຂອງກຸ່ມ.

(ແຫຼ່ງຄັດຈາກ VOV)

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top