• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ + 3 ໃຫ້ຄຳໝັ້ນສັນຍາເຊື່ອມໂຍງດ້ານເສດຖະກິດ ແລະ ການປະຕິຮູບ WTO

ບັນດາລັດຖະມົນຕີໄດ້ຊົມເຊີຍເລື່ອງຮັບຮອງເອົາຖະແຫຼງການຂອງບັນດາການນຳ ອາຊຽນ ກ່ຽວກັບການຮັບມືກັບຄວາມຂາດສະຖຽນລະພາບດ້ານເສດຖະກິດ ແລະ ການຄ້າທົ່ວໂລກ.
ຫົວໜ້າຜູ້ຕາງໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ASEAN+3 (ພາບ: TTXVN)

ວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ບັນດາປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ (ASEAN+3, APT) ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດເຂົ້າກັບພາກພື້ນ ແລະ ຮັກສາລະບົບການຄ້າຫຼາຍຝ່າຍ ບົນກົດໝາຍໃນສະພາບການຂາດຄວາມສະຖຽນລະພາບດ້ານເສດຖະກິດ ແລະ ການຄ້າທົ່ວໂລກທີ່ເພີ່ມຂຶ້ນ.

ຖະແຫຼງການຂອງປະທານ ອາຊຽນ 2025 ພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 3 ຄັ້ງທີ 26 ໃຫ້ຮູ້ວ່າ, ບັນດາລັດຖະມົນຕີໄດ້ຊົມເຊີຍເລື່ອງຮັບຮອງເອົາຖະແຫຼງການຂອງບັນດາການນຳ ອາຊຽນ ກ່ຽວກັບການຮັບມືກັບຄວາມຂາດສະຖຽນລະພາບດ້ານເສດຖະກິດ ແລະ ການຄ້າທົ່ວໂລກ. ກອງປະຊຸມກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ ແລະ ຍົກສູງບັນດາສັນຍາການຄ້າເສລີກັບບັນດາຄູ່ຮ່ວມມືພາຍນອກ, ປັບປຸງກຳລັງແຮງຂອງລະບົບສະໜອງ ແລະ ຫັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ໄດ້ສູງທີ່ສຸດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top