ເມື່ອເຕື້ອງເຖິງບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ, ບັນດາການນຳໄດ້ແລກປ່ຽນການກຳນົດທິດ ແລະ ມາດຕະການຍູ້ແຮງການເຊື່ອມໂຍງ ອາຊີ - ເອີລົບ.
ກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ (ພາບ: TTXVN)
ໃນຂອບເຂດກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ, ຈັດຂຶ້ນຢູ່ Kazan, ສະຫະພັນ ລັດເຊຍ, ຕອນທ່ຽງວັນທີ 18 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳ ອາຊຽນ ໄດ້ເຂົ້າຮ່ວມການຮັບປະກັນປະທານອາຫານທ່ຽງ ແລະ ເຮັດວຽກ ໂດຍທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ເປັນປະທານ, ດ້ວຍຫົວຂໍ້ “ການເຊືີ່ອມໂຍງ ອາຊີ - ເອີລົບ”.
ເມື່ອເຕື້ອງເຖິງບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ, ບັນດາການນຳໄດ້ແລກປ່ຽນການກຳນົດທິດ ແລະ ມາດຕະການຍູ້ແຮງການເຊື່ອມໂຍງ ອາຊີ - ເອີລົບ. ຕາມນັ້ນແລ້ວ, ກ່ຽວກັບດ້ານເສດຖະກິດ - ການຄ້າ, ບັນດາປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ສຳພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU), ສະເໜີຊຸກຍູ້ການຫັນການຄ້າ, ພາສີ, ການຄ້າເອເລັກໂຕນິກ, ອາຍແກັດທຳມະຊາດເຫຼວ (LNG), ໄຟຟ້ານິວເຄຼຍພົນລະເຮືອນ, ພະລັງງານຜະລິດຄືນໃໝ່… ໃຫ້ເປັນສະດວກ. ກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ການຂົນສົ່ງ, ບັນດາປະເທດສະເໜີຕ້ອງຂຸດຂົ້ນຄວາມສາມາດບົ່ມຊ້ອນຂອງບັນດາເສັ້ນທາງຂົນສົ່ງຍຸດທະສາດຢ່າງສຸດຂີດ, ຄື: ເສັ້ນທາງຂົນສົ່ງສາກົນ ເໜືອ - ໃຕ້ (INSTC), ບັນດາເສັ້ນທາງລົດໄຟຂ້າມ ອາຊີ ແລະ ຂ້າມ Siberia, ເສັ້ນທາງທະເລ ອັກລັງຕິກເໜືອ… ເພື່ອຫຼຸດຜ່ອນເວລາຂົນສົ່ງ, ຫຼຸດຜ່ອນລາຍຈ່າຍ logistics ແລະ ເພີ່ມທະວີຄວາມທົນທານຂອງລະບົບສະໜອງພາກພື້ນ.
(ແຫຼ່ງຄັດຈາກ VOV)