ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການຮ່ວມມືເຕັກນິກດີຈີຕອນ (DCO), ອົງການຈັດຕັ້ງສາກົນ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດດີຈີຕອນທົ່ວໂລກ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດ ອິດສະລາມ.
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງ Deemah AIYahya, ເລຂາທິການໃຫຍ່ DCO (ພາບ: VGP)
ຕອນບ່າຍວັນທີ 27 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ Riyadh, ອາຣັບບິ ຊະອຸດິ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການຮ່ວມມືເຕັກນິກດີຈີຕອນ (DCO), ອົງການຈັດຕັ້ງສາກົນ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດດີຈີຕອນທົ່ວໂລກ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດ ອິດສະລາມ. ເມື່ອຕ້ອນຮັບທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາງ Deemah AIYahya, ເລຂາທິການໃຫຍ່ DCO, ເປັນກຽດເຊື້ອເຊີນ ຫວຽດນາມ ກາຍເປັນສະມາຊິກຖາວອນ; ພ້ອມທັງປາດຖະໜາຢາກ ເພີ່ມທະວີການຮ່ວມມືຄົ້ນຄວ້າ, ບໍາລຸງສ້າງ, ໝູນໃຊ້ເຕັກໂນໂລຢີ. ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ກໍເຫັນດີຕໍ່ຄຳເຊື້ອເຊີນ ຫວຽດນາມ ກາຍເປັນສະມາຊິກຂອງ DCO , ທ່ານສະເໜີໃຫ້ ສອງຝ່າຍສ້າງຕັ້ງກຸ່ມຮ່ວມມື, ພ້ອມກັນແລກປ່ຽນບັນດາວຽກງານລະອຽດ ເພື່ອມຸ່ງໄປເຖິງການຮ່ວມມືຢ່າງຮອບດ້ານ, ໜູນຊ່ວຍ, ແບ່ງປັນຄົ້ນຄວ້າພັດທະນາ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ເຕັກໂນໂລຢີ, AI.
ກໍໃນວັນດຽວກັນ, ເມື່ອເປັນປະທານການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ການລົງທຶນ ຫວຽດນາມ - ອາຣັບບິ ຊະອຸດິ”, ເຫດການທີ່ດຶງດູດກວ່າ 25 ວິສາຫະກິດ ອາຣັບບິ ຊະອຸດິ ໃນບັນດາຂົງເຂດທີ່ພວມມີແນວຄວາມຄິດຄົ້ນຄວ້າລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ໃນນັ້ນ ການຮ່ວມມືດ້ານເສດຖະກິດແມ່ນຈຸດສຸມ. ທ່ານຫວັງວ່າ ອາຣັບບິ ຊະອຸດິ ຈະກາຍເປັນ “ປະຕູ” ຊ່ວຍໃຫ້ ຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ, ໃນຂະນະທີ່ ຫວຽດນາມ ແມ່ນ “ປະຕູ” ເພື່ອໃຫ້ ອາຣັບບິ ຊະອຸດິ ເປີດກວ້າງຕະຫຼາດຢູ່ ອາຊຽນ.
(ແຫຼ່ງຄັດຈາກ VOV)