ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ທ່ອງທ່ຽວ

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຕັ້ງຢູ່ເຮືອນສວນບູຮານ ລານວຽນ (ເລກທີ 120, ຖະໜົນ     ຫງວຽນຟຸກ ງວຽນ, ນະຄອນ ເຫວ້), ຫໍພິພິທະພັນ ເຄື່ອງປັ້ນ ດິນເຜົາບູຮານແມ່ນ້ຳ ເຮືືອງ ຂອງ ທ່ານນາງ ສຈ.ປອ ຖ໋າຍກີມລານ ແມ່ນຫໍພິພິທະພັນ ພິເສດ ທ່ີໄດ້ຮວບຮວມ ແລະ ຈັດວາງ ສະແດງເຄື່ອງປັ້ນດິນເຜົາ ເກືອບ 5.000 ສິ້ນ ທີ່່ເປັນວັດຖຸບູ ຮານ ໄດ້ເອົາຂຶ້ນມາຈາກໃຕ້ພື້ນແມ່ນ້ຳ ເຮືອງ ມີມາແຕ່ສະໄໝ ຊາຮີ່ວນ (ກ່ອນໜ້ານີ້ປະມານ 2.500-3.000 ປີ). ນີ້ແມ່ນ ຫໍພິ ພິທະພັນ ເອກະຊົນ ແຫ່ງທຳອິດ ແລະ ໜຶ່ງດຽວຢູ່ ຫວຽດນາມ ທ່ີໄດ້ຈັດວາງສະແດງ ສະເພາະເຄື່ອງປັ້ນດິນເຜົາບູຮານ ທີ່ໄດ້ຄົ້ນພົບ ໃນແມ່ນ້ຳ ພຽງແຫ່ງດຽວ.

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ ເປັນຜົນ ງານຂອງ ມື້ລາງ ຈິດຕະກອນ ຖ໋າຍຫງວຽນບ໋າ ແລະ ທ່ານນາງ ສຈ.ປອ ຖ໋າຍກີມລານ ພາຍຫຼັງ ການເກັບກຳ ແລະ ເກັບຮັກ ສາ ວັດຖຸພັນເຄື່ອງປັ້ນດິນເຜົາ ຈາກແມ່ນໍ້າເຮືອງ ຂອງ ເມືອງເຫວ້ ມາເປັນເວລາເກືອບ 40 ປີ. ທ່ານນາງ ສຈ.ປອ ຖ໋າຍກີມລານ ໄຂຄວາມໃນໃຈອອກມາວ່າ ໃນເມື່ອກ່ອນ, ທ່ານນາງ ມີຄວາມຝັນ ຢາກສ້າງຕັ້ງ ມະຫາວິທະຍາໄລ ເອກະຊົນ ແຫ່ງໜຶ່ງ ແຕ່ບໍ່ປະສົບຜົນສຳເລັດ, ປັດຈຸບັນ ການສ້າງຕັ້ງຫໍພິພິທະພັນ ເອກະຊົນນີ້ ຍັງຖືວ່າ ເປັນ “ໂຮງຮຽນປະຖົມ” ໃນດ້ານປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ ເພື່ອ​ເປັນ​ສະຖານ ທ່ີໄວ້ວາງ ໃຈ, ສົ່ງຕໍ່ສິ່ງດີໆ ໃຫ້​ຄົນ​ລຸ້ນຫຼັງ, ເພາະສະນັ້ນ ທ່ານນາງ ມີຄວາມຮູ້ສຶກ​ພໍໃຈເປັນທີ່ສຸດ. 

ຫໍພິພິທະ​ພັນ ມີ​ເນື້ອ​ທີ່​ປະມານ 700 ມ2, ​ ເປັນ​ບ່ອນຈັດ​ວາງສະ​ແດງ​ບູຮານວັດຖຸ ກວ່າ 5.000 ສິ້ນ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ປັ້ນດິນ​ເຜົາ​ບູຮານ​ ທີ່​ໄດ້ເອົາຂຶ້ນມາຈາກ​ໃຕ້ພື້ນແມ່​ນ້ຳເຮືອງ, ​ໃນຫຼາຍ​ສະ​ໄໝ, ນັບ​ແຕ່ເຄື່ອງ​ປັ້ນດິນ​ເຜົາ​ ຈ່າມ, ​ເຄື່ອງ​ປັ້ນດິນ​ເຜົາ ຊາຮີ່ວນ, ​ສະໄໝ ຕ່ຽນສື (ສະໄໝ​ກ່ອນດຶກດຳບັນ), ສະໄໝ ເຊີສື, ສະໄໝ ເລເຊີ... ນີ້ແມ່ນເຄື່ອງໃຊ້ໃນຊີວິດປະຈຳວັນ ເຊັ່ນ: ໄຫ, ກວດ, ຈອກ, ຖ້ວຍ, ເຕົ້າປູນ, ເຮັດຈາກວັດຖຸທີ່ແຕກຕ່າງກັນເຊັ່ນ ດິນເຜົາ, ດິນເຄືອບໄດ້ຮັບການວາງສະແດງ ໃນຫໍພິພິທະພັນ ຢ່າງອຸດົມສົມບູນ. 

ການທີ່ ຫໍພິພິທະ​ພັນ ​ເຄື່ອງ​ປັ້ນດິນ​ເຜົາ​ບູຮານ​ແມ່​ນ້ຳ ເຮືອງ ເຂົ້າສູ່ການເຄື່ອນໄຫວ ໄດ້ປະກອບສ່ວນ​ ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ ມີທາງເລືອກ ເມື່ອ​ມາ​ຢ້ຽມຢາມ ​ເຫວ້. ນີ້​ຍັງຖື​ວ່າ ​ແມ່ນ​ສະ​ຖານ​ທີ່ ​ເພື່ອ​ໃຫ້​ຊາວເມືອງ ເຫວ້ຊອກຮູ້, ສຳຜັດຕົວຈິງ ແລະ ມີຄວາມ​ພາກ​ພູມ​ໃຈ​ ກ່ຽວກັັບຜືນແຜ່ນ​ດິນ​ຂອງ​ຕົນ. ບາງທີຍ້ອນຄວາມຮູ້ສຶກອັນເລິກເຊິ່ງຕໍ່ ເຫວ້, ເພາະສະນັ້ນ ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ ໃນປັດຈຸ ບັນບໍ່ພຽງແຕ່ເປັນ ຫໍພິພິທະພັນ ເທົ່ານັ້ນ, ແຕ່ຍັງເປັນຈຸດນັດໝາຍດ້ານວັດທະນະທຳ ເພື່ອໃຫ້ຜູ້ເປັນເຈົ້າຂອງ ໃຊ້ເປັນບ່ອນຕ້ອນຮັບ, ແບ່ງປັນບັນດາເລື່ອງລາວຕ່າງໆ, ແນວຄວາມຄິດທີ່ໜ້າສົນໃຈວ່່າ ດ້ວຍວັດທະນະທຳ ພື້ນເມືອງ ກັບເພື່ອນມິດຜູ້ຮັກ ແພງເມືອງ ເຫວ້ ທີ່ມາຈາກທຸກແຫ່ງຫົນ. . 

ດ້ວຍ​ທີ່​ຕັ້ງ ​​ຕິດ​ກັບ​ຝັ່ງແມ່​ນ້ຳ ເຮືອງ ແລະ ​ວັດ ທຽນມູ້, ເພາະ ສະນັ້ນ ເສັ້ນ​ທາງ​ໄປຍັງ​ ​ຫໍ​ພິ​ພິ​ທະ​ພັນ ​ເຄື່ອງ​ປັ້ນ​ດິນ​ເຜົາ​ບູຮານ​ແມ່​ນ້ຳ ເຮືອງ ​​ແມ່ນ​ຫາ​ງ່າຍ.

ລາຄາປີ້ສໍາລັບນັກທ່ອງທ່ຽວ: 120.000 ດົ່ງ/ຄົນ
ຊາວ​ເມືອງ ​ເຫວ້ ​ແລະ ນັກ​ສຶກສາ: 60.000 ດົ່ງ/ຄົນ

ສໍາລັບເດັກນ້ອຍ ອາຍຸຕ່ໍາກວ່າ 10 ປີ ແມ່ນບໍ່ເກັບຄ່າປີ້

ເວລາເປີດ:
ຫໍພິພິທະພັນ ເປີດແຕ່ 8:00 ໂມງເຊົ້າ ຫາ 17:00 ໂມງ ແລງທຸກໆ ວັນເສົາ ແລະ ວັນອາທິດ
ສໍາລັບກຸ່ມນັກທ່ອງທ່ຽວ ແຕ່ 5-20 ຄົນ ທີ່ຕ້ອງການໄປຢ້ຽມ ຢາມ ໃນມື້ອື່ນໆ ໃນອາທິດ, ກະລຸນາ ຈອງເວລາເຂົ້າຢ້ຽມຢາມ ຫໍພິພິທະພັນ ລ່ວງໜ້າ ຜ່ານ gmail: gomcosonghuong@gmail.com

ບົດ​ ​ແລະ​ ​ພາບ: ກົງ​ດາ​ດ ແລະ ​ເອ​ກະ​ສານ​ ​ຫໍ​ພິ​ພິ​ທະ​ພັນ​ ເຄື່ອງ​ປັ້ນ​ດິນ​ເຜົາ​ບູ​ຮານ​ ແມ່​ນ້ຳ​ ເຮືອງ/VNP

ຄົ້ນພົບ ເຂດອະນຸສອນສະຖານ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ

ຄົ້ນພົບ ເຂດອະນຸສອນສະຖານ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ

ຕັ້ງຢູ່ບ້ານ ຈຸງອາມ (ເມືອງ ຫວິ໊ງບ໋າວ, ນະຄອນ ຫາຍຟ່ອງ), ເຂດ ອະນຸສອນສະຖານ ຈໍຫງວນຈິ່ງ ຫງວຽນບິ່ງຄຽມ ເປັນກຸ່ມ ບູຮານ ສະຖານ ວັດທະນະທຳ ປະຫວັດສາດ ທີ່ສຳຄັນ, ຕິດພັນກັບ ຊີວິດ ແລະ ພາລະກິດ ຂອງບຸລຸດຜູ້ມີຊື່ສຽງ ຫງວຽນບິ່ງຄຽມ. ໃນປີ 2015, ດ້ວຍຮ່ອງຮອຍ ທີ່ຍັງເຫຼືອໄວ້, ເຂດອະນຸສອນສະຖານ ໄດ້ຮັບການ ຈັດອັນດັບ ເປັນ ອະນຸສອນສະຖານ ແຫ່ງຊາດພິເສດ, ກາຍເປັນ ຈຸດໝາຍປາຍທາງ ທີ່ດຶງດູດ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ ຈາກ ທົ່ວທຸກສາລະທິດ ທີ່ມາເຄົາລົບບູຊາ ຖະຫວາຍທູບທຽນ ແລະ ຮຽນ ຮູ້ ກ່ຽວກັບ ຊີວິດ ຂອງ ນັກແນວຄິດ, ນັກການສຶກສາ, ນັກກະວີ ຜູ້ ຍິ່ງໃຫຍ່ ຂອງຊາດ ໃນສະຕະວັດ ທີ XVI.

Top