• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

“ຫ້າສິບປີແຫ່ງລະດູດອກໄມ້ບານ” ຂອງ ນັກຖ່າຍຮູບ ເຈິ່ນເຖ໋ຟອງ

ນັກຖ່າຍຮູບ ເຈິ່ນເຖ໋ຟອງ, ໜຶ່ງໃນບັນດານັກຖ່າຍຮູບສິລະປະ ທີ່ມີ ຊື່ສຽງ ໃນຂົງເຂດຮູບຖ່າຍສິລະປະ ຂອງ ຫວຽດນາມ ໄດ້ເປີດ ງານວາງ ສະແດງ  ຮູບຖ່າຍສ່ວນຕົວທີ່ມີຊື່ວ່າ “ຫ້າສິບປີ ແຫ່ງລະດູດອກໄມ້ບານ” ເມື່ອມໍ່ໆ ນີ້.
ງານວາງ ສະແດງ  ຮູບຖ່າຍ ສ່ວນຕົວທີ່ມີຊື່ວ່າ “ຫ້າສິບປີ ແຫ່ງລະ ດູດອກໄມ້ບານ” ຂອງນັກຖ່າຍຮູບ ເຈິ່ນເຖ໋ຟອງ ໄດ້ຈັດຂຶ້ນ ພາຍໃນ ງານເທດສະການລະດູບານໃໝ່ ຕາວດ່່ານ (ສວນສາທາລະນະ ຕາວດ່ານ, ເລກທີ 55 C, ຖະໜົນ ຫງວຽນທິມິງຄາຍ, ຕາແສງ ເບັ໋ນແທ່ງ, ເມືອງ 1, ນະຄອນ ໂຮ່ຈີມິນ) ແຕ່ວັນທີ 24 ມັງກອນ ເຖິງ ວັນທີ 2 ກຸມພາ. 
ມວນຊົນເຂົ້າຊົມງານວາງສະແດງ.
ນັກທ່ອງທ່ຽວຕ່າງປະເທດຊົມງານວາງສະແດງດ້ວຍຄວາມສົນໃຈເປັນພິເສດ.
ມຸມໜຶ່ງໃນງານວາງສະແດງ.

ງານວາງສະແດງດັ່ງກ່າວເປັນສັນຍາລັກ ກ່ຽວກັບຄວາມງາມ ຂອງນະຄອນ ໂຮ່ຈີມິນ ຜ່ານເຄິ່ງສະຕະວັດ. ດ້ວຍຮູບຖ່າຍ ທີ່ຄັດເລືອກມາກວ່າ 50 ແຜ່ນ, ທ່ານ ເຈິ່ນເຖ໋ຟອງ ໄດ້ພາຜູ້ຊົມ ຜ່ານຕະຫຼາດດອກໄມ້ ທີ່ມີສີສັນສົດໃສ, ເຮືອດອກໄມ້ ທາງພາກຕາເວັນຕົກ ທີ່ບັນຈຸດ້ວຍສີສັນລະດູບານໃໝ່ ແລະ ເສັ້ນທາງທີ່ເຕັມໄປດ້ວຍດອກເໝີຍ-ສັນຍາລັກທີ່ຂາດບໍ່ໄດ້ ຂອງລະດູບານໃໝ່ທາງພາກໃຕ້... ຮູບຖ່າຍແຕ່ລະແຜ່ນ ບໍ່ພຽງແຕ່ແມ່ນເລື່ອງລາວ ແຫ່ງຄວາມຊົງຈໍາ ແລະ ປະເພນີ ເທົ່ານັ້ນ, ຍັງສະແດງໃຫ້ເຫັນ ມຸມມອງໃໝ່ ກ່ຽວກັບ ຕົວເມືອງທີ່ທັນສະໄໝ ແລະ ພັດທະນາ, ແຕ່ຍັງຮັກສາ ເອກະລັກ ທາງວັດທະນະທຳ.

ນັກຖ່າຍຮູບ ເຈິ່ນເຖ໋ຟອງ ໄດ້ອຸທິດຄວາມພະຍາຍາມ ຢ່າງຫຼວງຫຼາຍ ເພື່ອຮັກສາ ແລະ ຍົກຍ້ອງ ຄວາມງາມ ຂອງ ນະຄອນ ໂຮ່ຈີມິນ. ຄວາມຮັກ ຂອງ ເພິ່ນ ທີ່ມີຕໍ່ ດິນແດນແຫ່ງນີ້ ມັກຈະສະແດງອອກ ຜ່ານມຸມມອງທີ່ມີມະນຸດສະທໍາ, ຊ່ວງເວລາທີ່ລຽບງ່າຍ ໃນຊີວິດປະຈໍາວັນ ແລະ  ຄວາມເລິກເຊິ່ງ  ທາງດ້ານວັດທະນະທໍາ ແລະ ປະຫວັດສາດ ໃນຮູບຖ່າຍແຕ່ລະແຜ່ນ.

ຮູບຖ່າຍ: ຮ່ວມກັນມ່ວນຊື່ນ.
ຮູບຖ່າຍ: ຕະຫຼາດ ເບັ໋ນແທ່ງ ໃນລະດູບານໃໝ່.
ຮູບຖ່າຍ: ຫວານຊື່ນ ບຸນເຕັດ ຫວຽດ.
ຮູບຖ່າຍ: ແສງສະຫວ່າງ ສີຂຽວ ໃນຍາມເຊົ້າ.
ຮູບຖ່າຍ: ຕະຫຼາດດອກໄມ້.
ຮູບຖ່າຍ: ລະດູບານໃໝ່ມາເຖິງ.
ຮູບຖ່າຍ: ລະດູບານໃໝ່.
ຮູບຖ່າຍ: ຄວາມສຸກ.
ຮູບຖ່າຍ: ງານບຸນລະດູບານໃໝ່.
ຮູບຖ່າຍ: ແຕ້ມພາບລະດູບານໃໝ່.
ຮູບຖ່າຍ: ອົງໂດ່ (ນັກຂຽນໜັງສື ຈີນບູຮານ).
ຮູບຖ່າຍ: ຄວາມສຸກ ຂອງ ເດັກນ້ອຍ.
ຮູບຖ່າຍ: ລະດູບານໃໝ່ ຂອງ ທະຫານ.
ຮູບຖ່າຍ: ຮ່ອງຮອຍລະດູບານໃໝ່.

ນັກຖ່າຍຮູບ ເຈິ່ນເຖ໋ຟອງ ໄດ້ກ່າວວ່າ: “ງານວາງສະແດງຄັ້ງນີ້ ແມ່ນສະແດງຄວາມຮູ້ບຸນຄຸນ ຂອງຂ້າພະເຈົ້າ ຕໍ່ ນະຄອນ ໂຮ່ຈີມິນ-ສະຖານທີ່ ທີ່ເກັບຮັກສາຄວາມຊົງຈໍາ ແລະ ຄວາມຮູ້ສຶກ ຫຼາຍຢ່າງ ໃນໄລຍະ 50 ປີ ແຫ່ງລະດູດອກໄມ້ບານ ທີ່ສົດໃສ. ຂ້າພະເຈົ້າ ຫວັງວ່າ ຮູບຖ່າຍ ແຕ່ລະແຜ່ນ ຈະນໍາເອົາ ຄວາມພາກພູມໃຈ ແລະ ຄວາມຮັກ ຕໍ່ບ້ານເກີດເມືອງນອນ ມາສູ່ຜູ້ຊົມ”. 

ບົດ: ເລມິງ - ພາບ: ເຈິ່ນເຖ໋ຟອງ - ແປໂດຍ: ບິກລຽນ

ຮ່ອງຮອຍປະຫວັດສາດ ແລະ ອະທິປະໄຕ ໃນງານວາງສະແດງ ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ

ຮ່ອງຮອຍປະຫວັດສາດ ແລະ ອະທິປະໄຕ ໃນງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ”

ເມື່ອບໍ່ດົນມານີ້, ທີ່ທ່າເຮືອທະຫານ ກາມຣານ, ກອງບັນຊາການເຂດ 4 ກອງທັບເຮືອ ໄດ້ສົມທົບກັບກົມການເມືອງກອງທັບເຮືອ, ສະໂມສອນນັກຂ່າວພາບ ຮ່າໂນ້ຍ, ສູນເກັບຮັກສາເອກະສານແຫ່ງຊາດ IV ຈັດພິທີເປີດງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ” ແລະ “ກອງທັບເຮືອປະຊາຊົນ ຫວຽດນາມ ຜູ້ມີໄຊ – 70 ປີແຫ່ງການປົກປ້ອງທະເລ”. ນີ້ແມ່ນກິດຈະກຳເນື່ອງໃນໂອກາດ 50 ປີແຫ່ງການປົດປ່ອຍໝູ່ເກາະ ເຈື່ອງຊາ (29/4/1975) ແລະ 70 ປີແຫ່ງການສ້າງຕັ້ງກອງທັບເຮືອປະຊາຊົນ ຫວຽດນາມ (7/5/1955).

Top