• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ໂຮງ​ໝໍ​ເສ​ນາ​ຮັກ

 ບັນ​ດາ​ໂຮງ​ໝໍ​ເສ​ນາ​ຮັກ, ບ່ອນ​ທີ່​ທັງປະ​ຕິ​ບັດ​ໜ້າ​ທີ່​ເບິ່ງ​ແຍງ​ສຸ​ຂະພາບ, ທັງ​ຮັບ​ປະ​ກັນ​ຄວາມພ້ອມ​ຮັບ​ໃຊ້​ການ​ປ້ອງ​ກັນ​ຊາດນັ້ນ, ການຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ແມ່ນ​ມາດ​ຕະ​ການ​ຍົກ​ສູງ​ຄຸນ​ນະ​ພາບການກວດ, ປິ່ນປົວ​ພະ​ຍາດເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບາດ​ກ້າວ​ຍຸດ​ທະ​ສາດ ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ຂອງ​ຍຸກ​ສະ​ໄໝອີກ​ດ້ວຍ.

ໃນ​ສະ​ພາບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ແຮງ, ຂະ​ແໜງ​ສ​າ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເວົ້າ​ລວມ ແລະ ລະ​ບົບ​ເສ​ນາ​ຮັກ​ເວົ້າ​ສະ​ເພາະ ກໍ​ບໍ່​ຢູ່ນອກ​ເໜືອ​ຈາກ​ທ່າ​ອ່ຽງ​ດັ່ງ​ກ່າວ. ບັນ​ດາ​ໂຮງ​ໝໍ​ເສ​ນາ​ຮັກ, ບ່ອນ​ທີ່​ທັງປະ​ຕິ​ບັດ​ໜ້າ​ທີ່​ເບິ່ງ​ແຍງ​ສຸ​ຂະພາບ, ທັງ​ຮັບ​ປະ​ກັນ​ຄວາມພ້ອມ​ຮັບ​ໃຊ້​ການ​ປ້ອງ​ກັນ​ຊາດນັ້ນ, ການຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ແມ່ນ​ມາດ​ຕະ​ການ​ຍົກ​ສູງ​ຄຸນ​ນະ​ພາບການກວດ, ປິ່ນປົວ​ພະ​ຍາດເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບາດ​ກ້າວ​ຍຸດ​ທະ​ສາດ ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ຂອງ​ຍຸກ​ສະ​ໄໝອີກ​ດ້ວຍ.

ຕອນ​ເຊົ້າ​ມື້​ໜຶ່ງ​ຢູ່​ເຂດກວດ​ພະ​ຍາດ​ຂອງ​ໂຮງ​ໝໍ​ກອ​ງ​ທັບ 354, ໜ້າ​ຈໍ​ເອ​ເລັກ​ໂຕ​ນິກ​ໄດ້​ປະ​ກົດ​ລຳ​ດັບຄິວ​ຄົນ​ເຈັບເຂົ້າກວດ ແທນ​ໃຫ້​ບັນ​ດາປຶກ​ເຈ້ຍໜາທີ່​ຈົດ​ດ້ວຍ​ມື​​ ເຊິ່ງ​ເປັນ​​ພາບທີ່​ຄ​ຸ້ນ​ເຄີຍ​ໃນ​ເມື່ອ​ກ່ອນ. ​ຄົນ​ເຈັບ​ນັ່ງ​ລໍ​ຖ້າ​ຮອດ​ຄິວ, ໃນມື​ບໍ່​ໄດ້​ຈັບ​ປຶ້ມກວດ​ພະ​ຍາດ​ອີກ​ແລ້ວ, ຫາກ​ພຽງ​ແຕ່​ຈັບ​ບັດ​ປະ​ຈຳ​ຕົວ​ທີ່​ມີ​ລະ​ຫັດ​ພົນ​ລະ​ເມືອງ​ເທົ່າ​ນັ້ນ.

“ຄ​ົນ​ເຈັບ​ສາ​ມາດລົງ​ທະ​ບຽນ​ຫ້ອງກວດ​ພະ​ຍາດ​ດ້ວຍ​ຕົນ​ເອງ, ບໍ່ຕ້ອງ​ມາ​ລໍ​ຖ້າ​ລຽນ​ແຖວ​ເອົາ​ບັດ​ຄິວ​ຄື​ເມື່ອ​ກ່ອນ​ອີກແລ້ວ”.

ຢູ່​ທີ່​ນີ້​ມີ​ບັນ​ດາ​ການ​ບໍ​ລິ​ການກວດ​ພະ​ຍາດ​ໄວ​ທີ່​ສຸດ,ຖ້າ​ເຮັດ​ການກວດວິໄຈໃນ​ຕອນ​ເຊົ້າ, ຮອດ​ຕອນ​ທ່ຽງ​ກໍ​ມີ​ຜົນ​ກວດແລ້ວ, ສ່ວນ​ຕອນ​ບ່າຍ ໃຊ້​ເວ​ລາ​ປະ​ມານ 1 – 2 ຊົ່ວ​ໂມງ​ກໍ​ໄດ້​ຮັບ​ຢາ​ພ້ອມເລີຍ”.

ຕໍ່​ຄວາມເພິ່ງ​ພໍ​ໃຈ​ຂອງ​ຄົນ​ເຈັບ, ທ່ານ ພັນ​ຕີ ນາງ ເງາະ​ທິ​ດ່າວ, ຫົວ​ໜ້າ​ພະ​ແນກກວດ​ພະ​ຍາດ ໂຮງ​ໝໍ 354 ໃຫ້​ຮູ້​ວ່າ:

“​ເມື່ອ​ໄປ​ກວດ​ພະ​ຍາດ, ຄົນ​ເຈັບ​ພຽງ​ແຕ່​ຖື​ລະ​ຫັດບັດ​ກວດ​ພະ​ຍາດ​ໄປແລ້ວ​ສະ​ແກນ​ ກໍ​ຈະເຫັນ​ຂໍ້​ມູນ​ຕ່າງ​ໆ​ປະ​ກົດ​ຕົວ​ໃນ​ລະ​ບົບ​ໝົດ​. ຄົນ​ເຈັບ​ບໍ່​ຕ້ອງ​ຈັບ​ເອ​ກະ​ສານ​ຫຍັງໄປແລະ ກໍ​ບໍ່​ຕ້ອງ​ລໍ​ຖ້າ​ຮັບ​ຜົນ​ກວດຢູ່​ແຕ່​ລະ​ຫ້ອງ ເພາະ​ວ່າ ​​ຜົນ​ກວດຢູ່​ແຕ່​ລະ​ຫ້ອງ​ໄດ້ເຊື່ອມ​ຕໍ່ ແລະ ປະ​ກົດ​ຢູ່​ໃນລະ​ບົບໝົດ​ແລ້ວ”.

ຍ້ອນ​ມີ​ເຕ​ັກ​ໂນ​ໂລ​ຢີ, ຫຼັງຈາກນັ້ນພ​ຽງ​ແຕ່ສອ​ງ​ສາມ​ວິ​ນາ​ທີ, ທ່າ​ນ​ໝໍ​ກໍ​ມີ​ຂໍ້​ມູນ​ກ່ຽວ​ກັບ​ສຸ​ຂະ​ພາບ​ຂອງ​ຄົນ​ເຈັບ​ຢ່າງ​ຄົບ​ຖ້ວນ, ນັບ​ແຕ່​ປະ​ຫວັດ​ເປັນ​ພະ​ຍາດ​ຕະຫຼອດ​ຮອດ​ຜົນ​ການ​ວິເຄາະ​ຄັ້ງຫຼ້າ​ສຸດ. ທ່ານພັນ​ຈັດ​ຕະ​ວາ ເຈິ່ນ​ແອ​ັງ​ຢຸງ, ຫົວ​ໜ້າ​ພາກ​ສ່ວນ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ໂຮງ​ໝໍ​ກອງ​ທັບ 354 ແບ່ງ​ປັນ​ວ່າ:

“ເມື່ອ​ຖື​ບັດ​ປະ​ຈຳ​ຕົວ​ ແລະ ສະ​ແກນ​ໃບໜ້າ​ແລ້ວ ຂໍ້​ມູນ​ຂ​ອງ​ເຮົາ​ຈະ​ໄດ້​ຮັບ​ການກວດ​ກາ​ຜ່ານ​ສູນ​ຂໍ້​ມູນ​ແຫ່ງ​ຊາດ. ຈາກ​ນັ້ນ, ຄົນ​ເຈັບ​ສາ​ມາດ​ກໍລົງ​ທະ​ບຽນ​ຫ້ອງກວດ​ພະ​ຍາດ​ທີ່​ຖືກ​ກັບ​ພະ​ຍາດ​ຂອງ​ຕົນ ໂດຍ​ບໍ່​ຕ້ອງ​ໄປເອົາ​ບັວ​ຄິວ, ລຽນ​ແຖວ​ລໍ​ຖ້າຄື​ເມື່ອ​ກ່​ອນ​ອີກ​ແລ​້​ວ”.

ຢູ່​ໂຮງ​ໝໍ​ເສ​ນາ​ຮັກ 175, ບັນ​ດາ​ກໍ​ລະ​ນີປຶກ​ສາ​ຫາ​ລື​ບົ່ງ​ມະ​ຕິ​ພະ​ຍາດ​ທາງ​ໄກ ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ດີ. ​ຄົນ​ເຈັບ​ຜູ້​ໜຶ່ງ​ຢູ່​ເກາະທີ່ຫ່າງໄກກໍ​ສາ​ມາດ​ເຊື່ອມ​ຕໍ່ໂດຍກົງ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ຂະ​ແໜງ​ໂດຍ​​ຜ່ານ​ໜ້າ​ຈໍ. ໄລ​ຍະ​ຫ່າງ​ກ່ຽວ​ກັບ​ພູ​ມີ​ສາດ ທີ່​ເຄີຍ​ເປັນ​ຮົ້ວ​ກີດ​ຂວາງ​ຢ່າງ​ໃຫຍ່ຫຼວງ​ໃນ​ວຽກ​ງານ​ເສ​ນາ​ຮັກ​ໃນ​ເມື່ອ​ກ່ອນ, ປັດ​ຈຸ​ບັນ​ນີ້​ຄ່ອຍໆ​ໄດ້​ຮັບ​ການຮັດແຄບ​ເຂົ້າ, ນຳ​​ໂອ​ກາດ​ລອດ​ຊີວິດມາໃຫ້​ແກ່​ຜູ້​ເຈັບ​ໜັກຫຼາຍ​ຄົນ. ທ່ານ​ໝໍ ເຈືອງ​ຈູງ​ຫຽວ, ສູນ​ບົ່ງ​ມະ​ຕິ​ພະ​ຍາດ​ຜ່ານ​ຮູບ​ພາບ ຂອງ​ໂຮງ​ໝໍເສ​ນາ​ຮັກ 175 ແບ່ງ​ປັນ​ວ່າ:

“ນ​ັບ​ແຕ່​ເມື່ອ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າຫຼຸດ​ຜ່ອນ​ຂັ້ນ​ຕອນ​ການ​ກະ​ກຽມໃຫ້ຄົນ​ເຈັບ​ລົງ​ແຕ່ 30 – 40%. ເມື່ອ​ກ່ອນ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ອີງ​ໃສ່​ປະ​ສົບ​ການ​ເຮັດ​ວຽກ, ການ​ສ່ອງ ເລ​ເຊ​ີ ຂອງ​ເຄື່ອງ​ຈັກ​ເພື່ອຈ​ັບ​ຈຸດ​ທີ່​ຕັ້ງ​ຂອງ​ຄົນ​ເຈັບ​ເມື່ອ​ສ່ອງ, ຕ້ອງວັດ​ແທກ​ແຕ່​ລະ​ພາກ​ສ່ວນ​ເພື່ອ​ສົ່ງ​ຄົນ​ເຈ​ັບ​ເຂົ້າ, ເຮັດ​ໃຫ້​ເພີ່ມ​ເວ​ລາ​ກະ​ກຽມ”.

 

ໃນ​ຫ້ອງ​ບໍ​ລິ​ຫານ, ລະ​ບົບ​ຄຸ້ມ​ຄອງ​ຄົນ​ເຈັບ​ໄດ້​ເຄື່ອນ​ໄຫວ​ຄ​ື​ດັ່ງ​ເປັນ “ສະ​ໝອງ​ດີ​ຈີ​ຕ​ອນ”. ຈາກ​ການ​ຮັບ​ຄ​ົນ​ເຈັບ, ແຈກ​ຢາຍ​ຢຸກ​ຢາ ຕະຫຼອດ​ຮອດ​ການ​ຄຸ້ມ​ຄອງ​ອຸ​ປະ​ກອນ​ການ​ແພດ ລ້ວນ​ແຕ່​ໄດ້​ຮັບ​ການ​ຕິດ​ຕາມ​ຕາມ​ເວ​ລາ​ຕົວ​ຈິງ. ເລື່ອງ​ປ່ຽນ​ແທນ​ເອ​ກະ​ສານ​ເຈ້ຍ ດ້ວຍ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ກໍ​ຊ່ວຍ​ໃຫ້​ທ່ານ​ໝໍ​ປະ​ຢ​ັດ​ເວ​ລາ, ຍົກ​ສູງ​ຄຸນ​ນະ​ພາບ​ວິ​ຊາ​ສະ​ເພາະ.

ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ດີ​ຈີ​ຕອນ​ພວມ​ຄ່ອຍໆ​ກຳ​ນົດໂສມ​ໜ້າ​ໃໝ່​ໃຫ້​ແກ່​ຂະ​ແໜງ​ເສ​ນາ​ຮັກ ຫວຽດ​ນາມ. ບໍ່​ພຽງ​ແຕ່​ຮັບ​ໃຊ້​ກອງ​ທັບ​, ບັນ​ດ​າ​ໂຮງ​ໝໍ​ເສ​ນາ​ຮັກ​ໄດ້​ເປັນ​ຢ່າງ​ດີກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ແບ່ງ​ເບົາ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ພົນ​ລະ​ເຮືອນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ໄລ​ຍະ​ຈຸດ​ເຮັ່ງຮ້ອນຄື​ໂລກ​ລະ​ບາດ. ທ່ານ ພັນ​ເອກ ຮ່າ​ຢຸຍ​ເຢຶອງ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ເສ​ນາ​ຮັກ 354 ຢັ້ງ​ຢືນ​ວ່າ:

“ການ​ຫັນ​ເປັນ​ດີ​ຈີ​ຕ​ອນ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ, ປະ​ສິດ​ທິ​ຜົນຫຼາຍ​ຢ່າງ, ບໍ່​ພຽງ​ແຕ່​ໃນ​ການ​ຄຸ້ມ​ຄອງ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ສູງ​ຄຸ​ນະ​ພາບ​ການກວດ, ປິ່ນ​ປົວ​ພະ​ຍາດ, ຊ່ວຍ​ໃຫ້​ຄົນ​ເຈັບ ແລະ ພະ​ນັກ​ງານ​ການ​ແພດມີ​ການ​ລົງ​ຕົວ​ຈິງ​ດີ​ທີ່​ສຸດ. ທີ​ສອງ​ແມ່ນ​ຊ່ວຍ​ໃຫ້ທ່ານ​ໝໍ​ໃນ​ການ​ບົ່ງ​ມະ​ຕິ​ພະ​ຍາດ​ດ້ວຍ​ຮູບ​ພາບ,ພົບ​ເຫັນ​ພະ​ຍາດ​ຕ່າງໆ​ໄດ້​ໂດຍ​ໄວ. ພິ​ເສດ,ເມື່ອ​ປະ​ຕິ​ບັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ນີ້, ມັນ​ຈະ​ສ້າງ​ແຫຼ່ງ​ຂໍ້​ມູນ​ໃຫຍ່ ແລະ ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ກ່ຽວກັບສຸ​ຂະ​ພາບ​ດີກວ່າ​ເກົ່າ”.

ທ່າມກາງ​ຈັງ​ຫວະ​ຫັນ​ປ່ຽນ​ຂອງ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ,ຮູບ​ພາບ​ແພດ​ໝໍ​ເສ​ນາ​ຮັກ​ຍັງ​ຮັກ​ສາ​ຄຸນ​ຄ່າ​ແກ່ນ​ສານ: ສຸດ​ຈິດ​ສຸດ​ໃຈ, ຊັດ​ເຈນ ແລະ ກຽມ​ພ້ອມ​ໃນ​ທຸກ​ກໍ​ລະ​ນີ​ໄວ້​ໄດ້​ເໝືອນ​ເດີມ. ດຽວ​ນີ້, ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ພ​ວມ​ເປີດ​ໜ້າ​ສັງ​ກາດ​ໃໝ່​ໃຫ້​ແກ່​ການ​ແພດ​​ທະ​ຫານ, ບ່ອນ​ທີ່​ລະ​ດັບ​ຄວາມ​ໄວ, ຂໍ້​ມູນ ແລະ ການ​ເຊື່ອມ​ຕໍ່​ກາຍ​ເປັນ​ບັນ​ດາ​ປັດ​ໄຈ​ເປັນ​ຕາຍ, ກາຍ​ເປັນ​ຄຳ​ຮຽກ​ຮ້ອງ​ທີ່​ຈຳ​ເປັນ, ຍົກ​ສູງ​ການ​ບໍ​ລິ​ການ​ການ​ແພດ, ຫັນ​ການ​ຄຸ້ມ​ຄອງ ແລະ ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ກຽມ​ພ້ອມ​ຕໍ່​ສູ້​ຂອງກອງ​ທັບ ຫວຽດ​ນາມ ໄດ້​ເປັນ​ຢ່າງ​ດີ​ທີ່​ສຸດ./.

(ແຫຼ່ງຄັດຈາກ qdnd.vn)

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ຫຼັງຈາກເກືອບສອງປີ ຈັດຕັ້ງປະຕິບັດມະຕິ ສະບັບທີ 57-NQ/TW ຂອງ ກົມການເມືອງ (ປະກາດໃຊ້ ໃນວັນທີ 22 ທັນວາ 2024) ກ່ຽວກັບການບຸກທະລຸ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແຫ່ງຊາດ, ຫວຽດ ນາມ ກຳລັງຄ່ອຍໆ ຫັນບັນດາຂົງເຂດນີ້ ໃຫ້ກາຍເປັນແຮງ ຜັກດັນ ທີ່ສຳຄັນ ຊຸກຍູ້ການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກລະ ດັບ ຄວາມສາມາດ ໃນການແຂ່ງຂັນ ແລະ ສ້າງພື້ນຖານ ໃຫ້ແກ່ ບັນດາບາດກ້າວບຸກທະລຸ ໃນຍຸກ ດີຈີຕອນ.

Top