• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ປະສິດທິຜົນການກໍ່ສ້າງບັນດາເຂດເສດຖະກິດ-ປ້ອງກັນຊາດຢູ່ທະຫານເຂດ 9

ນັບແຕ່ຕົ້ນທົດສະວັດ 2020, ບົນພື້ນຖານແຜນນະໂຍບາຍ, ການກຳນົດທິດຂອງກົມການເມືອງ, ຄະນະເລຂາທິການ, ລັດຖະບານ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ການກໍ່ສ້າງ, ພັດທະນາບັນດາເຂດເສດຖະກິດ-ປ້ອງກັນຊາດຮອບດ້ານ ໄດ້ຈັດຕັ້ງປະຕິບັດຢ່າງຄົບຊຸດໃນຂອບເຂດທົ່ວປະເທດ.

ມາຮອດປະຈຸບັນ, ທົ່ວກອງທັບມີຄະນະເສດຖະກິດ-ການປ້ອງກັນຊາດ ຈຳນວນ 32 ຄະນະເຂົ້າຮ່ວມກໍ່ສ້າງ, ພັດທະນາຢູ່ 31 ເຂດເສດຖະກິດ-ການປ້ອງກັນຊາດ ໃນບໍລິເວນຍຸດທະສາດຫ່າງໄກສອກຫຼີກ, ຊາຍແດນ, ທະເລ, ໝູ່ເກາະ. ນີ້ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສະແດງອອກໃຫ້ເຫັນການສົມທົບສອງໜ້າທີ່ຍຸດທະສາດແມ່ນການສ້າງສາ ແລະປົກປັກຮັກສາປະເທດຊາດ, ສອດຄ່ອງກັບພາລະບົດບາດ, ໜ້າທີ່ຂອງກອງທັບໃນສະພາບການໃໝ່.

ບໍລິເວນທະຫານເຂດ 9 ລວມມີ 5 ແຂວງ, ນະຄອນ ມີເນື້ອທີ່ 40.600km², ປະຊາກອນ 17.273.630 ຄົນ; ມີເຂດທະເລ, ເກາະທີ່ກວ້າງໃຫຍ່ ແລະເສັ້ນຊາຍແດນທາງບົກຕິດຈອດກັບກຳປູເຈຍ. ໂດຍຊາບຊຶມບັນດາແຜນນະໂຍບາຍ, ເອກະສານຊີ້ນຳຂອງຂັ້ນເທິງ, ຄະນະພັກ, ກອງບັນຊາການທະຫານເຂດ 9 ໄດ້ປະສານສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ດົ່ງຖາບ ແລະອານຢາງ ສ້າງຕັ້ງຄະນະຊີ້ນຳກ່ຽວກັບການກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດ ເພື່ອຈັດຕັ້ງການລົງທຶນພັດທະນາ. ຕາມການວາງແຜນຜັງ, ເຂດເສດຖະກິດ-ປ້ອງກັນຊາດ ເຕີນຮົ່ງ (ແຂວງດົ່ງຖາບ) ມີເນື້ອທີ່ 51.907 ເຮັກຕາ ໃນບໍລິເວນ 8 ຕາແສງ; ເຂດເສດຖະກິດ-ປ້ອງກັນຊາດ ຕືຢາກລອງຊວຽນ (ແຂວງອານຢາງ) ມີເນື້ອທີ່ 44.320 ເຮັກຕາ ໃນບໍລິເວນ 3 ຕາແສງ; ເຂດເສດຖະກິດ-ປ້ອງກັນຊາດທະເລ, ເກາະທາງທິດຕາເວັນຕົກສ່ຽງໃຕ້ (ແຂວງອານຢາງ) ມີເນື້ອທີ່ 15.250 ເຮັກຕາ ໃນບໍລິເວນ 10 ຕາແສງ.

ພະນັກງານ, ປັນຍາຊົນໜຸ່ມຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ໜູນຊ່ວຍປະຊາຊົນລ້ຽງງົວປະສົມພັນ Sind. ພາບ: ກວາງດຶກ

ທ່ານພົນຈັດຕະວາ ແກັກວັນຍໍ, ຮອງຜູ້ບັນຊາການທະຫານເຂດ 9 ໃຫ້ຮູ້ວ່າ ໂດຍໃກ້ຊິດຕິດແທດກັບພາລະບົດບາດ, ໜ້າທີ່ທີ່ໄດ້ມອບໝາຍ, ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຂດ 9 ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ມາດຕະການນໍາພາ, ຊີ້ນຳການກໍ່ສ້າງ ແລະພັດທະນາບັນດາເຂດເສດຖະກິດ-ປ້ອງກັນຊາດ ຕາມທິດໝັ້ນຄົງ, ຍືນຍົງ. ບັນດາຄະນະເສດຖະກິດ-ປ້ອງກັນຊາດ ດ້ວຍບົດບາດເປັນເຈົ້າຂອງໂຄງການ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈັດຕັ້ງປະຕິບັດ 4 ກຸ່ມໂຄງການລົງທຶນກໍ່ສ້າງ. ຫຼາຍກິດຈະກໍາພື້ນຖານໂຄງລ່າງທີ່ຈຳເປັນ ໄດ້ສຳເລັດ, ຄື: ຂົວ, ທາງຄົມມະນາຄົມ, ໂຮງຮຽນ... ລວມຍອດລາຍຈ່າຍທັງໝົດເກືອບ 1.000 ຕື້ດົ່ງ.

ພ້ອມກັນນັ້ນ, ບັນດາຄະນະເສດຖະກິດ-ປ້ອງກັນຊາດ ຍັງໄດ້ຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາຍ່ອຍຂອງໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ. ຫຼາຍສິບພັນຄອບຄົວທີ່ທຸກຍາກ, ໃກ້ທຸກຍາກ, ຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຄອບຄົວຊົນເຜົ່າສ່ວນໜ້ອຍ ໄດ້ຮັບການໜູນຊ່ວຍແນວພັນສັດລ້ຽງ, ຝຶກອົບຮົມເຕັກນິກລ້ຽງສັດ. ວຽກງານຮັກສາສຸຂະພາບປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ດ້ວຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າຫຼາຍຄັ້ງ; ໄດ້ໜູນຊ່ວຍວັດຖຸອຸປະກອນການແພດທີ່ມີມູນຄ່າກວ່າ 13 ຕື້ດົ່ງໃຫ້ແກ່ທ້ອງຖິ່ນ.

ແຕ່ປີ 2010, ບັນດາຄະນະເສດຖະກິດ-ປ້ອງກັນຊາດ ຢູ່ບໍລິເວນທະຫານເຂດ 9 ໄດ້ຈັດຕັ້ງປະຕິບັດໂຄງການ 174 ຢ່າງມີປະສິດທິຜົນກ່ຽວກັບ “ການເພີ່ມທະວີປັນຍາຊົນໜຸ່ມອາສາສະໝັກມາເຮັດວຽກຢູ່ເຂດເສດຖະກິດ-ປ້ອງກັນຊາດ”. ມາຮອດປະຈຸບັນໄດ້ຮັບສະໝັກ, ຝຶກແອບ-ຫັດແອບ ແລະຈັດແບ່ງວຽກງານໃຫ້ 215 ຄົນ ໄປໜູນຊ່ວຍບໍລິເວນຮາກຖານ. ນີ້ແມ່ນກຳລັງຫຼັກແຫຼ່ງ ພ້ອມກັບພະນັກງານ, ນັກຮົບໃນຄະນະເສດຖະກິດ-ປ້ອງກັນຊາດ ເຂົ້າຮ່ວມບັນດາໂຄງການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງລະບົບການເມືອງຮາກຖານ, ໂຄສະນາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ແລະຖ່າຍຖອດວິທະຍາສາດເນັກນິກເຂົ້າໃນການຜະລິດ.

ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ໜູນຊ່ວຍແບ້ແມ່ພັນໃຫ້ປະຊາຊົນເຂດໂຄງການ. ພາບ: ກວາງດຶກ

ດ້ວຍຈິດໃຈປະຈັນບານ, ປະດິດສ້າງ, ປັນຍາຊົນໜຸ່ມອາສາສະໝັກ ໄດ້ຊ່ວຍເຫຼືອປະຊາຊົນ ກໍ່ສ້າງຫຼາຍຮູບແບບການຜະລິດຢ່າງມີປະສິດທິຜົນ, ຄື: ລ້ຽງງົວ, ລ້ຽງແບ້ ແບກຖາວ, ລ້ຽງໄກ່ເຄິ່ງອຸດສາຫະກຳ. ທ່ານພັນເອກພິເສດ ຫງວຽນຊວນຮຸຍ, ຫົວໜ້າການເມືອງຄະນະເສດຖະກິດ-ປ້ອງກັນຊາດ 915 ໃຫ້ຮູ້ວ່າ ຜ່ານໄລຍະເວລາປະຕິບັດງານ, ບັນດາປັນຍາຊົນໜຸ່ມຍາມໃດກໍ່ສະແດງອອກໃຫ້ເຫັນຈິດໃຈຝຶກຝົນຫຼໍ່ຫຼອມ, ອຸທິດຕົນ; ຫຼາຍຄົນໄດ້ເຕີບໃຫຍ່ ແລະໄດ້ເຂົ້າເປັນສະມາຊິກພັກ.

ຕາມສະຫາຍ ໂຮ່ວັນລິ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ເຕີນຮົ່ງ ແລ້ວ, ບັນດາໂຄງການໂດຍຄະນະເສດຖະກິດ-ປ້ອງກັນຊາດ ຈັດຕັ້ງປະຕິບັດໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ຫຼາຍຕາແສງທີ່ຢູ່ໃນເຂດບັນລຸມາດຕະຖານຊົນນະບົດໃໝ່, ບາງຕາແສງໄດ້ຮັບໃບຢັ້ງຢືນເປັນຊົນນະບົດໃໝ່ຍົກສູງ. ຜົນສຳເລັດຂອງບັນດາໂຄງການ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ ຫາກຍັງສ້າງພື້ນຖານພັດທະນາແບບຍືນຍົງໃຫ້ບໍລິເວນຊາຍແດນອີກດ້ວຍ.

ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ໜູນຊ່ວຍງົວພັນໃຫ້ປະຊາຊົນໃນເຂດໂຄງການ. ພາບ: ກວາງດຶກ

ຢູ່ທະເລ, ເກາະ, ກອງບັນຊາການທະຫານເຂດ 9 ໄດ້ຊີ້ນຳບັນດາກົມກອງປະສານສົມທົບຢ່າງແໜ້ນແຟ້ນກັບທ້ອງຖິ່ນເພີ່ມທະວີວຽກງານຂົນຂວາຍປະຊາຊົນຕິດພັນກັບການພັດທະນາເສດຖະກິດ-ສັງຄົມເຂດແຄມທະເລ ແລະເກາະ. ຫຼາຍກິດຈະກໍາພື້ນຖານໂຄງລ່າງທ່ອງທ່ຽວ, ການບໍລິການໄດ້ຮັບການລົງທຶນຢູ່ບັນດາບໍລິເວນຈຸດສຸມ, ຄື: ຝູ໊ກວກ, ໝູ່ເກາະນາມຢູ, ບ່າລົ້ວ, ຫາຍຕັ້ກ, ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາເສດຖະກິດທະເລ ຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດທະເລທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.

ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ມອບວັດຖຸອຸປະກອນການແພດໃຫ້ອຳນາດການປົກຄອງທ້ອງຖິ່ນໃນເຂດໂຄງການ. ພາບ: ກວາງດຶກ

ທ່ານພົນຕີ ໂຮ່ວັນຖ໊າຍ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຂດ 9 ຢັ້ງຢືນວ່າ ບັນດາຄະນະເສດຖະກິດ-ປ້ອງກັນຊາດ ໄດ້ເຮັດສຳເລັດໜ້າທີ່ທີ່ໄດ້ມອບໝາຍເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ໃນບໍລິເວນ. ໃນໄລຍະຈະມາເຖິງ, ທະຫານເຂດ ຈະສືບຕໍ່ນຳພາ, ຊີ້ນໍາບັນດາກົມກອງຍົກສູງປະສິດທິຜົນການຄຸ້ມຄອງ, ບໍລິຫານ,  ສົມທົບການພັດທະນາເສດຖະກິດກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ; ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ, ເສີມຂະຫຍາຍປະສິດທິຜົນວຽກງານຂົນຂວາຍປະຊາຊົນ, ກໍ່ສ້າງ “ທ່າສະໜາມໃນໃຈປະຊາຊົນ” ຢ່າງແຂງແຮງ. ຜ່ານນັ້ນສືບຕໍ່ຢັ້ງຢືນບົດບາດພິເສດຂອງບັນດາຄະນະເສດຖະກິດ-ການປ້ອງກັນຊາດ ໃນການຕິດພັນການພັດທະນາເສດຖະກິດ-ສັງຄົມ ກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານກັບປະຊາຊົນ, ສົມກັບຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: ກອງທັບປະຊາຊົນຫວຽດນາມ ແມ່ນກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທຳການຜະລິດ.

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

ຂີດໝາຍມະຕິ ເລກທີ 80 ໃນງານເທສະການ ຫວຽດນາມ

ຂີດໝາຍມະຕິ ເລກທີ 80 ໃນງານເທສະການ ຫວຽດນາມ

ມະຕິເລກທີ 80 ຂອງ ກົມການເມືອງ ກ່ຽວກັບການພັດທະນາ ວັດທະນະທຳ, ແມ່ນມະຕິທີ່ໄດ້ ແລະ ກຳລັງ ສ້າງພະລັງຊີວິດໃໝ່ ໃຫ້ແກ່ ບັນດາຄຸນຄ່າທາງ ວັດທະນະທຳ ມູນເຊື້ອ ຫວຽດນາມ ໃນບັນດາງານເທສະການ ສະຫຼອງປີໃໝ່ ປີ ມະເມຍ 2026.

Top