ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ
ຜັນຂະຫຍາຍປະຕິບັດ ບັນດາມະຕິ ຂອງ ສະພາແຫ່ງຊາດ ກ່ຽວກັບ ການລົງທຶນບາງໂຄງການທາງລົດໄຟ
ຫ້ອງການລັດຖະບານ ໄດ້ອອກເອກະສານ ສະບັບເລກທີ 3357, 3358, 3359/VPCP-CN ລົງວັນທີ 17 ເມສາ 2026 ໂດຍນໍາຄໍາຄິດ ເຫັນ ຂອງທ່ານ ຟ້າມຢາຕຸ໋ກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ມອບໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຜັນຂະຫຍາຍ ປະຕິບັດ ບັນດາມະຕິ ຂອງ ສະພາແຫ່ງຊາດ ກ່ຽວກັບການລົງທຶນ ບາງໂຄງການທາງລົດໄຟ.
ເມື່ອບໍ່ດົນມານີ້, ຫ້ອງການສະພາແຫ່ງຊາດ ໄດ້ມີເອກະສານ ແຈ້ງ ຄຳເຫັນ ຂອງ ຄະນະ ປະຈຳສະພາແຫ່ງຊາດ ກ່ຽວກັບການປະຕິບັດ 3 ມະຕິ ຂອງ ສະພາແຫ່ງຊາດ (ມະຕິ ສະບັບເລກທີ 172/2024/QH15 ລົງວັນທີ 30 ພະຈິກ 2024 ກ່ຽວກັບ ແຜນນະໂຍ ບາຍລົງທຶນ ໂຄງການທາງລົດໄຟຄວາມໄວສູງ ເໜືອ-ໃຕ້; ມະຕິສະ ບັບເລກທີ 187/2025/QH15 ລົງວັນທີ 19 ກຸມພາ 2025 ກ່ຽວກັບ ແຜນນະໂຍບາຍລົງທຶນ ໂຄງການກໍ່ສ້າງ ທາງລົດໄຟສາຍ ລາວ ກາຍ - ຮ່າໂນ້ຍ - ຫາຍຟ່ອງ; ມະຕິສະບັບເລກທີ 188/2025/QH15 ລົງວັນທີ 19 ກຸມພາ 2025 ກ່ຽວກັບການທົດລອງ ບາງກົນໄກ, ນະ ໂຍບາຍພິເສດ ເພື່ອພັດທະນາລະບົບເຂືອຂ່າຍທາງລົດໄຟ ໃນຕົວ ເມືອງ ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ).
ເພື່ອຜັນຂະຫຍາຍບັນດາມະຕິດັ່ງກ່າວ, ທ່ານຮອງນາຍົກລັດຖະ ມົນຕີ ຜູ້ປະຈຳການ ຟ້າມຢາຕຸ໋ກ ໄດ້ມອບໃຫ້ ບັນດາກະຊວງ, ຂະ ແໜງການ ແລະ ທ້ອງຖິ່ນ ປະຕິບັດ ບັນດາ ວຽກງານລະອຽດ.
ຊຸກຍູ້ໄລຍະກະກຽມການລົງທຶນ ໂຄງການທາງລົດໄຟຄວາມໄວສູງ ເໜືອ-ໃຕ້
ສຳລັບໂຄງການທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ທ່ານ ຮອງນາ ຍົກລັດຖະມົນຕີ ມອບໃຫ້ກະຊວງກໍ່ສ້າງ ເປັນເຈົ້າການ ສົມທົບກັບ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ ກ່ຽວຂ້ອງ ເພື່ອທົບທວນ, ປັບປຸງ, ເພີ່ມເຕີມບັນດານິຕິກຳ ເພື່ອສ້າງ ແລວທາງກົດໝາຍ ທີ່ສະດວກ ໃຫ້ແກ່ການພັດທະນາ ລະບົບ ຄົມມະນາຄົມຂົນສົ່ງທາງ ລົດໄຟ; ຍົກສູງຄວາມຮັບຜິດຊອບ, ຄວາມມຸ່ງໝັ້ນ, ສູ້ຊົນ ເຮັດໃຫ້ ສຳເລັດ ຕາມກຳນົດເວລາ, ຮັບປະກັນ ຄຸນນະພາບ ແລະ ປະສິດທິຜົນ ຕາມຄວາມຮຽກຮ້ອງ ຕ້ອງການ ຂອງ ຄະນະບໍລິຫານງານ ສູນກາງພັກ ແລະ ບັນດາມະຕິ ຂອງ ສະພາແຫ່ງຊາດ, ຜ່ານນັ້ນກໍ່ສ້າງ ແລະ ກໍ່ຕົວເປັນເຄືອຂ່າຍ ທາງລົດໄຟຂົນ ສົ່ງຜູ້ໂດຍສານສາທາລະນະໃນທົ່ວປະເທດ ຢ່າງເປັນລະບົບ, ສະດວກ, ທັນສະໄໝ, ວ່ອງໄວ, ປອດໄພ, ມີຈຸດສຸມ ແລະ ມີເປົ້າໝາຍ.
ຊຸກຍູ້ໄລຍະກະກຽມການລົງທຶນ; ຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າ ໃນການສ້າງ, ກວດກາ, ອະນຸມັດ ບົດລາຍງານ ການ ສຶກສາ ຄວາມເປັນໄປໄດ້ ໃຫ້ຖືກຕ້ອງຕາມກົດລະບຽບ. ຂະບວນ ການຜັນຂະຫຍາຍ ຕ້ອງຮັບປະກັນ ຄວາມຮັດກຸມ, ຈະຕ້ອງບໍ່ລະ ເລີຍ ຂັ້ນຕອນທາງເຕັກນິກ ແລະ ຂະບວນການທາງກົດໝາຍ ຍ້ອນ ແຮງ ກົດດັນ ດ້ານການກໍານົດເວລາ, ເພື່ອຮັບປະກັນຄຸນນະພາບ ການກໍ່ສ້າງ ແລະ ປະສິດທິພາບການລົງທຶນ ຂອງ ໂຄງການ ຢ່າງ ແທ້ຈິງ.
ເປັນເຈົ້າການຄົ້ນຄວ້າ, ຕີລາຄາຢ່າງລະອຽດ ບັນດາທາງເລືອກ ດ້ານເຕັກໂນໂລຊີ, ຮູບແບບການລົງທຶນ ແລະ ຄັດເລືອກ ຄູ່ຮ່ວມມື ຍຸດທະສາດ ເພື່ອປະຕິບັດໂຄງການ; ລາຍງານ ຕໍ່ຂັ້ນທີ່ ມີສິດອຳ ນາດຢ່າງທັນການ ເພື່ອພິຈາລະນາ ແລະ ຕັດສິນ; ຮັບປະກັນຄວາມ ຄືບໜ້າ, ປະສິດທິຜົນ, ຄວາມເປັນໄປໄດ້, ຄວາມຮຽກຮ້ອງຕ້ອງ ການ ດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນຂະບວນການ ຜັນຂະຫຍາຍ ປະຕິບັດໂຄງການ.
ພັດທະນາຊຸດ ແນວທາງແກ້ໄຂ ທ່ີຄົບຖ້ວນ ແລະ ລະອຽດເພື່ອຄວບ ຄຸມຄວາມຄືບໜ້າ, ໂດຍສະເພາະແມ່ນສຸມໃສ່ບັນດາຂັ້ນຕອນທີ່ສຳ ຄັນ: ກະກຽມ ການລົງທຶນ, ການທົດແທນຄ່າເສຍຫາຍ, ຊ່ວຍເຫຼືອ, ຈັດສັນທີ່ຢູ່ ອາໄສໃໝ່, ກໍ່ສ້າງຊັບພະຍາກອນມະນຸດ ທີ່ມີ ຄຸນນະ ພາບສູງ ແລະ ການຖ່າຍທອດເຕັກໂນໂລຊີ.
ບັນດາທ້ອງຖິ່ນ ທີ່ຢູ່ໃນຂອບເຂດຂອງໂຄງການ ຕ້ອງສົມທົບ ຢ່າງ ແໜ້ນແຟ້ນກັບ ກະຊວງກໍ່ສ້າງ ແລະ ບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ໃນການກະກຽມກອງທຶນ ທີ່ດິນ, ປະຕິບັດວຽກງານ ທົດ ແທນຄ່າເສຍຫາຍ, ຊ່ວຍເຫຼືອ, ຈັດສັນທີ່ຢູ່ອາໄສໃໝ່; ຮັບປະກັນຊີ ວິດການເປັນຢູ່ ແລະ ການຜະລິດ ໃຫ້ແກ່ປະຊາຊົນ ຢູ່ສະຖານທີ່ ແຫ່ງໃໝ່.
ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ: ຮັບປະກັນ ຄວາມເປັນເອກະລາດ, ກຸ້ມຕົນເອງດ້ານເຕັກໂນໂລຊີ ໃນໄລຍະຍາວ
ສຳລັບໂຄງການສາຍທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງກໍ່ສ້າງ ເປັນເຈົ້າ ການ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ ກ່ຽວຂ້ອງ ສືບຕໍ່ທົບທວນ, ປັບປຸງ, ເພີ່ມເຕີມ ແລະ ເຮັດໃຫ້ບັນດານິ ຕິກຳໃຫ້ສົມບູນແບບ ເພື່ອສ້າງກອບທາງກົດໝາຍ ທີ່ສະດວກ ໃຫ້ ແກ່ການພັດທະນາ ລະບົບຂົນສົ່ງທາງລົດໄຟ, ຮັບປະກັນຄວາມ ເປັນລະບົບ, ທັນສະໄໝ, ເຊື່ອມຕໍ່ຢ່າງມີປະສິດທິຜົນ ກັບບັນດາ ເຄືອຂ່າຍທາງລົດໄຟ ທັງພາຍໃນ ແລະ ຕ່າງປະເທດ, ຕິດພັນກັບ ການຮັບປະກັນປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບມື ກັບການປ່ຽນແປງ ຂອງ ສະພາບອາ ກາດ; ປະກອບສ່ວນເຮັດໃຫ້ບັນດາເປົ້າໝາຍ, ໜ້າທີ່ ທີ່ວາງອອກ ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ບັນດາ ມະຕິຂອງພັກ ປະກົດຜົນເປັນຈິງ; ລາຍງານ ຜົນການທົບທວນ ຕໍ່ ນາຍົກລັດຖະມົນຕີ ກ່ອນວັນທີ 30 ມິຖຸນາ 2026.
ຊຸກຍູ້ຄວາມຄືບໜ້າໃນການສ້າງ, ກວດກາ, ອະນຸມັດ ບົດລາຍງານ ການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ໃຫ້ຖືກຕ້ອງຕາມລະ ບຽບການ, ຮັບປະກັນຄຸນນະພາບ, ບໍ່ລົດຂັ້ນຕອນ ແລະ ມາດຖານ ດ້ານເຕັກນິກ ຍ້ອນແຮງກົດດັນ ດ້ານການກໍານົດເວລາ.
ເປັນເຈົ້າການຄົ້ນຄວ້າ, ຕີລາຄາຢ່າງລະອຽດບັນດາທາງເລືອກ ໃນ ຂອບເຂດເຕັກໂນໂລຊີ ທີ່ສະພາແຫ່ງຊາດ ໄດ້ກຳນົດໄວ້, ຮັບປະ ກັນຄວາມເປັນເອກະລາດ, ກຸ້ມຕົນເອງດ້ານເຕັກໂນໂລຊີ ໃນໄລຍະ ຍາວ; ພ້ອມກັນນັ້ນ, ຕ້ອງຕີລາຄາຜົນກະທົບ ຢ່າງຮອບດ້ານ ໃນ ການໝູນໃຊ້ມາດຕະຖານ ແລະ ເຕັກໂນໂລຊີ ຕ່າງປະເທດ ທີ່ມີຕໍ່ ຄ່າໃຊ້ຈ່າຍໃນການດຳເນີນງານ ແລະ ບຳລຸງຮັກສາ ຕະຫຼອດອາຍຸ ການໃຊ້ງານຂອງໂຄງການ ເພື່ອຮັບປະກັນປະສິດທິພາບ ຄວາມ ເປັນໄປໄດ້ ຄວາມປອດໄພ ດ້ານປ້ອງກັນຊາດ - ປ້ອງກັນຄວາມສະ ຫງົບ ແລະ ຄວາມສາມາດໃນການດຸ່ນດ່ຽງ, ຊຳລະຄືນທຶນ ກໍ່ຄືຮັບ ປະກັນແຫຼ່ງທຶນໃນການ ຊຳລະໜີ້ສິນ.
ບັນດາທ້ອງຖິ່ນ ທີ່ຢູ່ໃນຂອບເຂດຂອງໂຄງການ ຕ້ອງສົມທົບ ຢ່າງ ແໜ້ນແຟ້ນກັບກະຊວງກໍ່ສ້າງ ແລະ ບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ໃນການຊຸກຍູ້ປະຕິບັດ ວຽກງານທົດແທນ ຄ່າເສຍຫາຍ, ຊ່ວຍເຫຼືອ, ຈັດສັນທີ່ຢູ່ອາໄສໃໝ່; ໃນນັ້ນຕ້ອງ ຮັບປະກັນ ຊີວິດການ ເປັນຢູ່, ອາຊີບ ແລະ ການຜະລິດທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ ທີ່ໄດ້ ຮັບຜົນກະທົບຈາກໂຄງການ ຢູ່ສະຖານທີ່ແຫ່ງໃໝ່.
ບຸລິມະສິດ ກໍ່ສ້າງບັນດາໂຄງການ TOD ຢູ່ບັນດາເຂດ ທີ່ມີທ່າ ແຮງ ບົ່ມຊ້ອນສູງ ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດ ເພື່ອພັດທະ ນາລະບົບເຄືອຂ່າຍທາງລົດໄຟ ໃນຕົວເມືອງ ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ໃຫ້ບັນດາກະຊວງ: ກໍ່ສ້າງ, ການເງິນ, ຍຸຕິທຳ, ການຕ່າງປະເທດ, ອຸດສາຫະກຳ ແລະ ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ; ຄະ ນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເພີ່ມທະວີການປະສານງານ, ສຸມໃສ່ຜັນຂະຫຍາຍ ປະຕິບັດ ບັນດາ ໜ້າທີ່, ຕີລາຄາຄວາມເໝາະສົມ, ຄວາມເປັນໄປໄດ້, ປະສິດທິຜົນ ຂອງ ແຕ່ລະກົນໄກ ແລະ ນະໂຍບາຍທົດລອງຢ່າງທັນການ; ເຮັດໃຫ້ຈະແຈ້ງ ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງກີດຂວາງ ໃນການ ຈັດຕັ້ງປະຕິບັດ; ກຳນົດທິດທາງ, ໜ້າທີ່ ແລະ ມາດຕະການ ໃນຕໍ່ ໜ້າ ຢ່າງຈະແຈ້ງ; ລາຍງານ ແລະ ເຮັດໃຫ້ແຈ້ງ ໃນຂະບວນການ ສະຫຼຸບເບື້ອງຕົ້ນ 2 ປີ ແຫ່ງການ ປະຕິບັດມະຕິ ສະບັບເລກທີ 188/2025/QH15.
ກະຊວງກໍ່ສ້າງ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ຕ້ອງທົບທວນ, ປັບປຸງກົນໄກການພັດທະນາ TOD ໃຫ້ສົມບູນ, ໂດຍສະເພາະແມ່ນກົນໄກການເງິນ ທີ່ດິນ ຕາມ ທິດກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງ, ແຫຼ່ງທຶນຈະແຈ້ງ, ກົນ ໄກ ການດັດສົມ ແລະ ການນຳໃຊ້ຄຸນຄ່າ ທີ່ເພີ່ມຂຶ້ນຈາກທີ່ດິນ ຢ່າງ ຈະແຈ້ງ. ບັນດາກະຊວງ: ກໍ່ສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ, ຄະນະ ກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ຕ້ອງປັບປຸງລະບົບກົດລະບຽບ, ມາດຕະຖານເຕັກນິກ ໃຫ້ສົມບູນ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ຂອງ ຫວຽດນາມ ແຕ່ກໍ່ຕ້ອງ ຫຍັບ ເຂົ້າໃກ້ກັບ ລະບຽບການສາກົນ; ໃຫ້ສຳເລັດ ໃນໄຕມາດ II/2026.
ບັນດາກະຊວງ: ກໍ່ສ້າງ, ການເງິນ ແລະ ບັນດາກະຊວງ, ຂະແໜງ ການທີ່ກ່ຽວຂ້ອງ ຕ້ອງຊີ້ນຳ, ກວດກາ ແລະ ຊຸກຍູ້ຄວາມຄືບໜ້າໃນ ການຜັນຂະຫຍາຍ ບັນດາສາຍທາງລົດໄຟ ໃນຕົວເມືອງ ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ຮັບປະກັນການເຊື່ອມຕໍ່ ຢ່າງເປັນ ລະບົບ ໃນທົ່ວເຄືອຂ່າຍ, ທັງຍົກສູງປະສິດທິຜົນ ການດຳເນີນງານ ຂອງ ບັນດາສາຍທາງທີ່ ໄດ້ເປີດນຳໃຊ້ແລ້ວ, ຄ່ອຍໆ ຫຼຸດຜ່ອນການ ສະໜັບສະໜູນ ຈາກງົບປະມານແຫ່ງລັດ; ບຸລິມະສິດກໍ່ສ້າງ ບັນດາ ໂຄງການ TOD ຢູ່ບັນດາເຂດທີ່ມີທ່າແຮງບົ່ມຊ້ອນສູງ, ຕິດພັນ ກັບ ການພັດທະນາ ຕົວເມືອງທີ່ມີລະດັບຄວາມໜາແໜ້ນສູງ, ນຳໃຊ້ ກອງທຶນທີ່ດິນ ແລະ ພື້ນຖານໂຄງລ່າງຢ່າງມີປະສິດທິຜົນ.
ບົດ: ຢ້ຽວເວິນ - ພາບ: VNP - ແປໂດຍ: ບິກລຽນ

