ການປ່ຽນແປງ ຄັ້ງສໍາຄັນ ໃນແນວຄິດການດຶງດູດ FDI

ການປ່ຽນແປງ ຄັ້ງສໍາຄັນ ໃນແນວຄິດການດຶງດູດ FDI

ການທີ່ ກົມການເມືອງ ໄດ້ອອກມະຕິ ສະບັບເລກທີ 10-NQ/TW ລົງວັນທີ 08 ກໍລະກົດ 2026 ກ່ຽວກັບການພັດທະນາ ເສດຖະກິດ ທີ່ມີການລົງທຶນ ຈາກຕ່າງປະເທດ ບໍ່ພຽງແຕ່ ແມ່ນການສືບຕໍ່ ນະໂຍບາຍ ເປີດປະຕູເທົ່ານັ້ນ, ແຕ່ຍັງສ້າງບາດກ້າວ ຫັນປ່ຽນ ຈິນຕະນາການ ທີ່ມີລັກສະນະເປັນບາດລ້ຽວ, ກຳນົດຮູບແບບ ກະແສທຶນຕ່າງປະເທດ ຄືນໃໝ່ ເພື່ອກາຍເປັນແຮງຂັບເຄື່ອນ ບຸກທະລຸ ໃຫ້ແກ່ຮູບແບບ ການຈະເລີນເຕີບໂຕໃໝ່ ຂອງ ຫວຽດນາມ.

ຕອນເຊົ້າວັນທີ 30 ມິຖຸນາ 2026, ຢູ່ ຮ່າໂນ້ຍ, ກົມການ ເມືອງ ໄດ້ຈັດກອງປະຊຸມທົ່ວປະເທດ ຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງ ກ່ຽວກັບ ການພັດທະນາເສດຖະກິດ ທີ່ມີການລົງທຶນ ຈາກຕ່າງປະເທດ. ສະ ຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ ທີ່ກອງປະຊຸມ. ພາບ: VNA
ຕອນເຊົ້າວັນທີ 30 ມິຖຸນາ 2026, ຢູ່ ຮ່າໂນ້ຍ, ກົມການ ເມືອງ ໄດ້ຈັດກອງປະຊຸມທົ່ວປະເທດ ຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງ ກ່ຽວກັບ ການພັດທະນາເສດຖະກິດ ທີ່ມີການລົງທຶນ ຈາກຕ່າງປະເທດ. ສະ ຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ ທີ່ກອງປະຊຸມ. ພາບ: VNA

ພາຍຫຼັງ 40 ປີ ແຫ່ງການປ່ຽນແປງໃໝ່, ຂົງເຂດເສດຖະກິດ ທີ່ມີການລົງທຶນໂດຍກົງ ຈາກຕ່າງປະເທດ (FDI) ໄດ້ຢືນຢັນ ຖານະບົດບາດ ແມ່ນສ່ວນປະກອບສຳຄັນ ຂອງ ພື້ນຖານ ເສດຖະກິດແຫ່ງຊາດ. ເຖິງຢ່າງໃດກໍຕາມ, ໃນຄວາມເປັນຈິງ, ຄຸນນະພາບ ແລະ ປະສິດທິພາບ ຂອງ ກະແສທຶນນີ້ ຍັງບໍ່ທັນສົມຄູ່ ກັບທ່າແຮງ, ເມື່ອຫຼາຍໂຄງການ ຍັງໃຊ້ແຮງງານຄົນເປັນຫຼັກ, ທ່ີດິນ, ມີອັດຕາ ການຈ້າງງານ ພາຍໃນປະເທດ ຍັງຕ່ຳ ແລະ ການເຊື່ອມໂຍງ ກັບວິສາຫະກິດ ພາຍໃນປະເທດ ຍັງອ່ອນແອ.

ເວທີປາໄສ “FDI Connect 2026” ພາຍໃຕ້ຫົວຂໍ້ ມຸ່ງໄປສູ່ລະບົບຕ່ອງໂສ້ການສະໜອງທົ່ວໂລກ ແບບຍືນຍົງ" ໄດ້ຖືກຈັດຂຶ້ນໂດຍສູນວັດທະນະທຳ ກິງບັກ, ຄະນະກຳມະການປະຊາຊົນແຂວງ ບັກນິງ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ. ພາບ: ແທງເທືອງ/VNA

ຕໍ່ໜ້າສະພາບທີ່ປະເທດຊາດ ກຳລັງສຸມກຳລັງ ໃຫ້ແກ່ ການຫັນເປັນ ດີຈີຕອນ, ການຫັນເປັນສີຂຽວ ແລະ ຍົກສູງ ຄວາມສາມາດ ເປັນເຈົ້າຕົນເອງ ທາງດ້ານຍຸດທະສາດ, ມະຕິ ສະບັບເລກທີ 10-NQ/TW ເກີດຂຶ້ນ ຖືເປັນການປະຕິວັດ ທາງດ້ານຈິນຕະນາການ ເມື່ອກຳນົດ ການດຶງດູດ ແລະ ພັດທະນາເສດຖະກິດ ທີ່ມີທຶນ ການລົງທຶນ ໂດຍກົງຈາກຕ່າງປະເທດ ຕ້ອງຖືກຈັດວາງ ຢູ່ໃນ ຍຸດທະສາດ ພັດທະນາປະເທດໂດຍລວມ; ຕ້ອງຫັນປ່ຽນ ຢ່າງແຂງແຮງ ຈາກແນວຄິດ “ດຶງດູດທຶນເປັນຕົ້ນຕໍ” ໄປສູ່ “ພັດທະນາ ພື້ນຖານ ການລົງທຶນຍຸດທະສາດແຫ່ງຊາດ”, ຈາກ ການດຶງດູດ ຕາມຂອບເຂດບໍລິຫານ ໄປສູ່ການພັດທະນາ ກຸ່ມຂະແໜງການ, ຕ່ອງໂສ້ມູນຄ່າ ແລະ ລະບົບນິເວດປະດິດສ້າງ. ເປັນທີ່ໜ້າສັງເກດວ່າ ແມ່ນມາດຕະຖານ ເລືອກເອົາ ກະແສທຶນ FDI ກໍໄດ້ ປ່ຽນແປງ ເມື່ອທຽບໃສ່ແຕ່ກ່ອນ, ນັ້ນແມ່ນ ຈະສຸມໃສ່ ແຫຼ່ງທຶນ FDI ລຸ້ນໃໝ່, ເອົາຄຸນນະພາບ, ປະສິດທິຜົນ, ເນື້ອໃນ ເຕັກໂນໂລຊີ ແລະ ຄວາມສາມາດ ເຊື່ອມໂຍງ ວິສາຫະກິດ ພາຍໃນປະເທດເປັນຫຼັກ ໃນການພິຈາລະນາ. 

 

* ເປົ້າໝາຍ ຂອງ ມະຕິ ສະບັບເລກທີ 10-NQ/TW:

ໄລຍະ 2026 - 2030: ດຶງດູດທຶນ ລົງທຶນຕ່າງປະເທດ ຈົດທະບຽນ ປະມານ 200-300 ຕື້ ໂດລາສະຫະລັດ; 75% ທຶນລົງທຶນຕ່າງ ປະເທດ ມາຈາກ ບັນດາພື້ນຖານເສດຖະກິດ ພັດທະນາ ທີ່ມີທ່າແຮງ ທາງດ້ານ ເຕັກໂນໂລຊີ, ທຶນ ແລະ ການບໍລິຫານ ທັນສະໄໝ; ເພີ່ມຈຳນວນ ກຸ່ມບໍລິສັດຂ້າມຊາດ ໃນລາຍຊື່ Fortune 500 ທີ່ມີການເຄື່ອນໄຫວ ລົງທຶນ ຢູ່ ຫວຽດນາມ ຂຶ້ນເປັນ 30%; ນຳເອົາອັດຕາ ການຫັນເປັນ ຜະລິດຕະພັນ ພາຍໃນ ຂອງ ບັນດາຂະແໜງ ອຸດສາຫະກຳ ຕົ້ນຕໍ ຂຶ້ນເປັນ 45-50%; ມີຢ່າງໜ້ອຍ 3 ກຸ່ມບໍລິສັດ ເຕັກໂນໂລຊີ ແຖວໜ້າ ຂອງ ໂລກ ສ້າງສູນຄົ້ນຄວ້າ ແລະ ພັດທະນາ ຢູ່ ຫວຽດນາມ.

 

ຮອດປີ 2045: FDI ກວມປະມານ 25% ຂອງທຶນລົງທຶນ ທົ່ວສັງຄົມ, ປະກອບສ່ວນ ປະມານ 30% ຈີດີພີ ຂອງປະເທດ; ປະກອບສ່ວນ ນຳເອົາ ຫວຽດນາມ ກາຍເປັນປະເທດ ພັດທະນາ ທີ່ມີລາຍໄດ້ສູງ.
ນະຄອນ ໂຮ່ຈີມິນ ພາຍຫຼັງການລວມຕົວ ໄດ້ກາຍເປັນສູນກາງ ອຸດສາຫະກຳ, ຜະລິດ ທີ່ມີຂະໜາດໃຫຍ່, ຂະຫຍັນຂັນແຂງ ລະດັບຕົ້ນໆ ໃນທົ່ວປະເທດ ດ້ວຍຂະໜາດ 66 ເຂດປຸງແຕ່ງ ສົ່ງອອກ, ເຂດອຸດສາຫະກຳ ທີ່ມີເນື້ອທີ່ລວມກວ່າ 27.000 ເຮັກຕາ. ພາບ: VNA

ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມທົ່ວປະເທດ ຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ມະຕິສະບັບເລກທີ 10-NQ/TW, ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກວ່າ ຕ້ອງມີຄວາມເປັນເອກະພາບ ທາງດ້ານການຮັບຮູ້, ປ່ຽນແປງໃໝ່ທາງດ້ານ ຈິນຕະນາການ ຢ່າງແຂງແຮງ ກ່ຽວກັບ ການລົງທຶນຕ່າງປະເທດ. ເສດຖະກິດ ທີ່ມີທຶນ ລົງທຶນຕ່າງປະເທດ ແມ່ນສ່ວນປະກອບສຳຄັນ ຂອງ ພື້ນຖານເສດຖະກິດແຫ່ງຊາດ, ພ້ອມກັນຮ່ວມມື, ແຂ່ງຂັນຢ່າງປອດໄສ ແລະ ພັດທະນາ ຄຽງຄູ່ກັບ ເສດຖະກິດຂອງລັດ, ເສດຖະກິດເອກະຊົນ ແລະ ເສດຖະກິດ ຮ່ວມມື. ພວກເຮົາສ້າງທຸກເງື່ອນໄຂ ສະດວກສະບາຍ ເພື່ອໃຫ້ ບັນດານັກລົງທຶນ ທີ່ມີຄວາມສາມາດ, ເຕັກໂນໂລຊີ, ຄວາມຮັບຜິດຊອບ ແລະ ໝັ້ນໝາຍ ເຂົ້າມາລົງທຶນໄລຍະຍາວ ແລະ ດຳເນີນທຸລະກິດ ຢ່າງສຳເລັດຜົນ ຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ຕ້ອງຄັດເລືອກ ຢ່າງເຂັ້ມງວດ, ບໍ່ຮັບເອົາ ບັນດາໂຄງການ ເຕັກໂນໂລຊີ ທ່ີຫຼ້າສະໄໝ, ສິ້ນເປືອງ ພະລັງງານຫຼາຍ, ນຳໃຊ້ທ່ີດິນບໍ່ມີປະສິດທິຜົນ, ມີຄວາມສ່ຽງ ກໍ່ມົນລະພິດ, ໂອນລາຄາ, ໜີພາສີ, ຫຼົບຫຼີກແຫຼ່ງກຳເນີດ ຫຼື ກໍ່ຄວາມສ່ຽງ ຕໍ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂໍ້ມູນ ແລະ ພື້ນຖານໂຄງລ່າງສຳຄັນ.

ດ້ວຍຂໍ້ໄດ້ປຽບຫຼາຍຢ່າງ, ຫວຽດນາມມີໂອກາດທີ່ຈະເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນລະບົບ ຕ່ອງໂສ້ມູນຄ່າ ເຕັກໂນໂລຊີທົ່ວໂລກ. ໃນປີ 2026 ແລະ ປີຕໍ່ໆໄປ, ລັດຖະບານ ຫວຽດນາມຈະພະຍາຍາມ ກະກຽມເງື່ອນໄຂທີ່ດີທີ່ສຸດ ເພື່ອຕ້ອນຮັບ ນັກລົງທຶນ ໃນອຸດສາຫະກຳເຕັກໂນໂລຊີສູງ. ພາບ: VNA
ແຂວງ ຖ໋າຍງວຽນ ມີ 5 ເຂດອຸດສາຫະກຳ ທີ່ມີທຶນ FDI ລວມມີ: 1 ຊົງກົງ I; ເຂດອຸດສາຫະກຳ ຊົງກົງ II; ເຂດອຸດສາຫະກຳ ອຽນບິ່ງ; ເຂດອຸດສາຫະກຳ ດ່ຽມຖຸ້ຍ ແລະ ເຂດອຸດສາຫະກຳ ນາມໂຝອຽນ. ພາບ: ເຈິ່ນຫວຽດ/VNA
 

ສາມາດຢືນຢັນໄດ້ວ່າ ດ້ວຍການປ່ຽນແປງໃໝ່ ແນວຄວາມຄິດ ຄຽງຄູ່ກັບຄຳໝັ້ນສັນຍາ ປົກປ້ອງກຳມະສິດ ທາງປັນຍາ, ຊັບສິນ ຂອງນັກລົງທຶນ ແລະ ສ້າງສະພາບແວດລ້ອມ ການແຂ່ງຂັນ ຢ່າງປອດໄສ, ມະຕິ ເລກທີ 10 ໄດ້ສົ່ງສານ ຢ່າງແຂ່ງແຮງ ກ່ຽວກັບຍຸດທະສາດ ດຶງດູດ FDI ລຸ້ນໃໝ່ ແນໃສ່ສ້າງແຮງກະຕຸ້ນ ນຳເອົາປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່.

ບົດ: ແທັງຮ່ວາ - ພາບ: VNP & VNA


Top