• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນ ກ່ຽວກັບວຽກງານ ບຸກຄະລາກອນ ເພື່ອສະເໜີ ຕໍ່ສະພາແຫ່ງຊາດ

ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຕາມແຜນການ, ກອງປະ ຊຸມສະໄໝສາມັນ ຄັ້ງທີ 56 ຂອງ ຄະນະປະຈຳ ສະພາແຫ່ງຊາດ ຈະດຳ ເນີນເປັນເວລາ 1,5 ວັນ (ເລີ່ມແຕ່ ຕອນບ່າຍ ວັນທີ 1 ແລະ ວັນທີ 2 ເມສາ 2026).
ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ກ່າວປາໄສໄຂກອງປະຊຸມສະໄໝສາມັນ ຄັ້ງທີ 56 ຂອງຄະນະປະຈຳສະພາແຫ່ງຊາດ. (ພາບ: ຢວ໊ານເຕິ໋ນ/VNA)

ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຕາມແຜນການ, ກອງປະ ຊຸມສະໄໝສາມັນ ຄັ້ງທີ 56 ຂອງ ຄະນະປະຈຳ ສະພາແຫ່ງ ຈະດຳ ເນີນເປັນເວລາ 1,5 ວັນ (ເລີ່ມແຕ່ ຕອນບ່າຍ ວັນທີ 1 ແລະ ວັນທີ 2 ເມສາ 2026) ຢູ່ຫ້ອງປະຊຸມ ເຕິນຈ່າວ, ຫໍສະພາ ແຫ່ງຊາດ. ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ຈະກ່າວເປີດກອງປະຊຸມ ແລະ ພ້ອມກັບ ບັນດາ ຮອງປະທານສະພາແຫ່ງຊາດ ຜັດປ່ຽນກັນ ເປັນປະທານ ຄວບຄຸມ ບັນດາເນື້ອໃນກອງປະຊຸມ.  

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳ ເຫັນກ່ຽວກັບ: ຮ່າງມະຕິ ຂອງ ສະພາແຫ່ງຊາດ ກ່ຽວກັບໂຄງປະ ກອບການຈັດຕັ້ງ ຂອງ ລັດຖະບານ ຊຸດທີ XVI; ຮ່າງມະຕິ ຂອງ ສະພາແຫ່ງຊາດ ກ່ຽວກັບໂຄງປະກອບ ຈຳນວນ ສະມາຊິກ ລັດຖະ ບານ ຊຸດທີ XVI; ຮ່າງກົດໝາຍວ່າດ້ວຍ ການປັບປຸງ ແລະ ເພີ່ມ ເຕີມ ບາງມາດຕາ ຂອງ ກົດໝາຍວ່າດ້ວຍ ການປະກັນສັງຄົມ.

ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາ ມະຕິ ປັບປຸງ ແລະ ເພີ່ມເຕີມບາງມາດຕາ ຂອງ ມະຕິສະບັບ ເລກທີ 730/2004/NQ-UBTVQH11 ລົງວັນທີ 30 ກັນຍາ 2004 ຂອງ ຄະ ນະປະຈຳສະພາແຫ່ງຊາດ ກ່ຽວກັບການອະນຸມັດ ອັດຕາເງິນເດືອນ ຕຳແໜ່ງ, ເງິນອຸດໜູນ ຕຳແໜ່ງ ສຳລັບພະນັກງານ ການນຳ ຂອງ ລັດ; ອັດຕາເງິນເດືອນ ວິຊາສະເພາະ, ໜ້າທ່ີ ຂອງ ຕຸລາການ ແລະ ອົງການໄອຍະການ; ພິຈາລະນາ, ຕັດສິນວຽກງານ ການທົບທວນ ຄືນ ລະບົບເອກະສານ ທາງກົດໝາຍ.  

ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳ ສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນ ຕໍ່ບົດລາຍງານຜົນການປະຕິບັດ ແຜນການ ຕິດຕາມກວດກາ ປີ 2025 ແລະ ຊຸມເດືອນ ຕົ້ນປີ 2026, ຄາດວ່າ ສະພາແຫ່ງຊາດ ແລະ ຄະນະປະຈຳ ສະພາແຫ່ງຊາດ ຈະ ຈັດຕັ້ງປະຕິບັດໂຄງການຕິດຕາມກວດກາ ປີ 2027.

ກ່ຽວກັບການຕັດສິນ ບັນດາບັນຫາທີ່ສຳຄັນ, ຄະນະປະຈຳ ສະພາ ແຫ່ງຊາດ ຈະປະກອບຄຳເຫັນຕໍ່ ບັນດາບົດສະເໜີ, ບົດລາຍງານ ຂອງ ລັດຖະບານ ກ່ຽວກັບ: ການຕີລາຄາເພີ່ມເຕີມ ຜົນການປະຕິ ບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2025, ສະພາບການ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຊຸມເດືອນ ຕົ້ນປີ 2026; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026 - 2030); ປະກອບ ຄຳເຫັນຕໍ່ບັນດາບົດສະເໜີ, ບົດລາຍງານຂອງ ລັດຖະບານ ກ່ຽວ ກັບ: ການຕີລາຄາເພີ່ມເຕີມ ຜົນການປະຕິບັດ ງົບປະມານແຫ່ງ ລັດ ປີ 2025, ສະພາບ ການປະຕິບັດ ງົບປະມານແຫ່ງລັດ ຊຸມເດືອນ ຕົ້ນປີ 2026; ວຽກງານການປະຕິບັດ ການປະຢັດມັດທະຍັດ, ຕ້ານ ການໃຊ້ຈ່າຍ ຟຸ່ມເຟືອຍ ປີ 2025; ການເງິນ ແຫ່ງລັດ ປີ 2024; ການສໍາລະງົບປະມານ ແຫ່ງລັດ ປີ 2024.

ຄະນະປະຈຳສະພາແຫ່ງຊາດ ຍັງຈະໄດ້ປະກອບຄຳເຫັນ ຕໍ່ບັນດາ ບົດສະເໜີ, ບົດລາຍງານ ຂອງ ລັດຖະບານ ກ່ຽວກັບ: ຜົນການປະຕິ ບັດແຜນການລົງທຶນພາກລັດ ໄລຍະ 2021 - 2025 ແລະ ຄາດຄະ ເນແຜນການລົງທຶນ ພາກລັດ ໄລຍະ 2026 - 2030; ຜົນການປະຕິ ບັດແຜນການ ການເງິນແຫ່ງຊາດ ແລະ ການກູ້ຢືມ, ຊຳລະໜີ້ ສາ ທາລະນະ 5 ປີ (2021 - 2025) ແລະ ຄາດຄະເນແຜນການ ການ ເງິນແຫ່ງຊາດ, ແຜນການກູ້ຢືມ, ຊຳລະໜີ້ ສາທາລະນະ 5 ປີ  (2026 - 2030).  

ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ກ່າວປາໄສໄຂກອງປະຊຸມສະໄໝສາມັນ ຄັ້ງທີ 56 ຂອງຄະນະປະຈຳສະພາແຫ່ງຊາດ. (ພາບ: ຢວ໊ານເຕິ໋ນ/VNA)

ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນ ກ່ຽວກັບ: ແຜນການຈັດວາງ, ຈັດສັນເນື້ອທີ່ບ່ອນເຮັດວຽກ ແລະ ຮັບ ປະກັນພື້ນຖານໂຄງລ່າງ, ອຸປະກອນ, ພາຫະນະຮັບໃຊ້ ກິດຈະກຳ ຂອງສະພາແຫ່ງຊາດ ຊຸດທີ XVI; ການປັບປຸງ, ເພີ່ມເຕີມບາງມາດ ຕາ ຂອງ ມະຕິສະບັບເລກທີ 524/2012/UBTVQH13 ລົງວັນທີ 20 ກັນຍາ 2012 ກ່ຽວກັບ ບາງລະບຽບການ ລາຍຈ່າຍ ເພື່ອຮັບປະກັນ ການເຄື່ອນໄຫວ  ຂອງ ສະພາແຫ່ງຊາດ; ປະກອບຄຳເຫັນ ກ່ຽວກັບ ວຽກງານ ບຸກຄະລາກອນ ເພື່ອນຳສະເໜີ ຕໍ່ ສະພາແຫ່ງຊາດ ໃນ ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຊຸດທີ XVI; ປະ ກອບຄຳເຫັນ ກ່ຽວກັບການປະກາດ ໃຊ້ດຳລັດ ຂອງ ລັດຖະບານ ທີ່ ກຳນົດກ່ຽວກັບການຄຸ້ມຄອງ, ການນຳໃຊ້ ງົບປະມານ ແຫ່ງລັດ ສຳ ລັບບາງກິດຈະກຳ ວຽກງານຕ່າງປະເທດ.  

ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນ (ຄັ້ງທີ 3) ກ່ຽວກັບການກະກຽມ ກອງປະຊຸມ ຄັ້ງປະຖົມມະລືກ, ສະ ພາແຫ່ງຊາດ ຊຸດທີ XVI.

ບົດ: ຢ້ຽວເວິນ - ພາບ: VNP - ແປໂດຍ: ບິກລຽນ

ຜັນຂະຫຍາຍປະຕິບັດ ບັນດາມະຕິ ຂອງ ສະພາແຫ່ງຊາດ ກ່ຽວກັບ ການລົງທຶນບາງໂຄງການທາງລົດໄຟ

ຜັນຂະຫຍາຍປະຕິບັດ ບັນດາມະຕິ ຂອງ ສະພາແຫ່ງຊາດ ກ່ຽວກັບ ການລົງທຶນບາງໂຄງການທາງລົດໄຟ

ລັດຖະບານ ໄດ້ຮຽກຮ້ອງໃຫ້ຊຸກຍູ້ ຄວາມຄືບໜ້າ ຂອງ ທາງລົດໄຟ ເໜືອ - ໃຕ້, ລາວກາຍ - ຫາຍຟ່ອງ ແລະ ລົດໄຟຟ້າ Metro ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ; ຮັບປະກັນຄຸນນະພາບ, ກຸ້ມຕົນເອງ ດ້ານເຕັກ ໂນໂລຊີ, ພັດທະນາ TOD (ພັດທະນາຕົວເມືອງ ຕິດພັນ ກັບ ຄົມ ມະນາຄົມ ສາທາລະນະ) ຢ່າງມີປະສິດທິຜົນ.

Top