• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ຫວຽດນາມວາງເປົ້າໝາຍການເຕີບໂຕໃນປີ 2025 ບັນລຸກ່ວາ 8% ສ້າງພື້ນຖານໃຫ້ແກ່ການເຕີບໂຕຢູ່ລະດັບສອງຕົວເລກໃນປີ 2025 ແລະ ສ້າງເງື່ອນໄຂທີ່ດີກ່ວາໃຫ້ແກ່ການຊຸກຍູ້ສິດທິມະນຸດ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ (ພາບ: TTXVN)
ວັນທີ 26 ກຸມພາ, ຢູ່ນະຄອນ ເຊີແນວ (ປະເທດສະວິດ) ໃນຂອບເຂດວາລະປຶກສາຫາລືລວມຢູ່ ກອງປະຊຸມຄັ້ງທີ 58 ຂອງສະພາສິດທິມະນຸດ ສປຊ,  ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ເຊີແນວ ໄດ້ເນັ້ນໜັກຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະຕິບັດສຳເລັດ ຮອບທີ 4 ຂອງ ກົນໄກກວດກາຄືນປະຈຳໄລຍະ  (UPR)ໃນເດືອນກັນຍາ 2024 ແລະ ພວມສ້າງແຜນການສັງລວມເພື່ອປະຕິບັດບັນດາຂໍ້ສະເໜີແນະທີ່ໄດ້ຮັບການຍອມຮັບ. ໃນປີ 2024 ການເຕີບໂຕເສດຖະກິດຂອງຫວຽດນາມບັນລຸ 7%. ຫວຽດນາມວາງເປົ້າໝາຍການເຕີບໂຕໃນປີ 2025 ບັນລຸກ່ວາ 8% ສ້າງພື້ນຖານໃຫ້ແກ່ການເຕີບໂຕຢູ່ລະດັບສອງຕົວເລກໃນປີ 2025 ແລະ ສ້າງເງື່ອນໄຂທີ່ດີກ່ວາໃຫ້ແກ່ການຊຸກຍູ້ສິດທິມະນຸດ. ທ່ານເອກອັກຄະລັດຖະທູດ ແຈ້ງໃຫ້ຊາບວ່າ ຫວຽດນາມ ຈະສືບຕໍ່ຂໍສະໝັກຮັບເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ໃນອາຍຸການ 2026 – 2028. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຊຸກຍູ້ໂຄງການສິດທິມະນຸດທີ່ຮອບດ້ານ, ສ້າງສັນ, ອີງຕາມການສົນທະນາ ແລະ ການຮ່ວມມື.

(ແຫຼ່ງຄັດຈາກ VOV)

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທັງສອງຝ່າຍໄດ້ດຳເນີນ ພົບປະກັນຢ່າງມີປະສິດທິຜົນ ເມື່ອປຶກສາຫາລືກ່ຽວກັບວິວັດການສັນຕິພາບ ຢູ່ຢູແກຼນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອັງກິດ ໄປປະຕິບັດງານຢູ່ ອາເມລິກາ.

Top