ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມ ຝລັ່ງໂກໂຟນີ, ທ່ານປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍຢ່າງມີປະສິດທິຜົນກວ່າ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການສາກົນ ຝລັ່ງໂກໂຟນີ (OIF) (ພາບ: VNA)
ຕອນບ່າຍວັນທີ 15 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ທີ່ພວມໄປເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX.
ທີ່ການແລກປ່ຽນກັບ ທ່ານ ໂຕເລິມ, ທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການສາກົນ ຝລັ່ງໂກໂຟນີ (OIF) ໄດ້ຕີລາຄາສູງບົດບາດ, ຖານະທີ່ຕັ້ງ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງ ຫວຽດນາມ ໃນປະຊາຄົມ ຝລັ່ງໂກໂຟນີ; ຢັ້ງຢືນ OIF ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນບັນດາຂົງເຂດການສິດສອນ ແລະ ເຜີຍແຜ່ພາສາ ຝລັ່ງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຢີ, ກະສິກຳ ແລະ ພັດທະນາແບບຍືນຍົງ.
ສ່ວນຝ່າຍຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມ ຝລັ່ງໂກໂຟນີ, ທ່ານປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍຢ່າງມີປະສິດທິຜົນກວ່າ, ນຳການຮ່ວມມື ຫວຽດນາມ - OIF ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ມາຣົກ, ຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນອາບຟຼິກກາເໜືອ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນຄືດັ່ງກ່າວທີ່ການພົບປະກັບ ທ່ານ Fatima Ezzahra El Mansouri ນາຍົກລັດຖະມົນຕີ ມາຣົກ.
(ແຫຼ່ງຄັດຈາກ VOV)