ບັນດາການຫັນປ່ຽນຢ່າງແຮງຂອງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ການສ້າງໂຄງປະກອບບັນດາລະບົບສະໜອງຄືນ ພວມເປີດພື້ນທີ່ພັດທະນາໃໝ່, ສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດຢູ່ພາກພື້ນ ແມ່ນ້ຳຂອງ - ລ້ານຊ້າງ ຍົກສູງຄວາມສາມາດໃນການປັບຕົວ, ເພີ່ມທະວີລັກສະນະເຊື່ອມຕໍ່, ເຊື່ອມຈອດ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນ້ຳຂອງ ລ້ານຊ້າງຄັ້ງທີ 11 (ພາບ: VNA)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ວັນທີ 4 ພະຈິກ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ (MLC) ຄັ້ງທີ 11 ຢູ່ປັກກິ່ງ, ຈີນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ເນັ້ນໜັກວ່າ ບັນດາການຫັນປ່ຽນຢ່າງແຮງຂອງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ການສ້າງໂຄງປະກອບບັນດາລະບົບສະໜອງຄືນ ພວມເປີດພື້ນທີ່ພັດທະນາໃໝ່, ສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດຢູ່ພາກພື້ນ ແມ່ນ້ຳຂອງ - ລ້ານຊ້າງ ຍົກສູງຄວາມສາມາດໃນການປັບຕົວ, ເພີ່ມທະວີລັກສະນະເຊື່ອມຕໍ່, ເຊື່ອມຈອດ.
ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ສະເໜີສຸມໃສ່ສ້າງພາກພື້ນແມ່ນ້ຳຂອງ - ລ້ານຊ້າງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປ່ຽນແປງໃໝ່, ເພີ່ມທະວີການເຊື່ອມຕໍ່ພາກພື້ນ, ຍູ້ແຮງການປະສານສົມທົບລະຫວ່າງ MLC ແລະ ບັນດາກົນໄກຢູ່ພາກພື້ນ, ກົນໄກຮ່ວມມືແມ່ນ້ຳຂອງອື່ນໆ, ເພີ່ມທະວີການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ແລະ ຖືມະນຸດເປັນໃຈກາງຂອງການຮ່ວມມື MLC.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດຈີນ, ພົບປະກັບທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ທ່ານ Prak Sokhonnຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ.
(ແຫຼ່ງຄັດຈາກ VOV)