• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປະ​ກອບ​ສ່ວ​ນ​ຢ່າງ​ຕັ້ງ​ໜ້າ​ຢູ່ທີ່ກອງ​ປະ​ຊຸມ ​ສະມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊຽນ ຄັ້ງ​ທີ 47

ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ ຊາດ AIPA-47 ໄດ້​ຈັດ ​31 ວາ​ລະ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ແລະ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ພ້ອມ​ກັບມະ​ຕິ 36 ສະ​ບັບ​ວ່າ​ດ້ວຍ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປັນ​ຍາ​ປະ​ດິດ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ບັນ​ຫາ​ສັງ​ຄົມ.
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຢ​ວານ​ແອັງ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2 ແລະ ພິ​ທີ​ອັດກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່​ງາ​ຊາດ ອາ​ຊຽນ ຄັ້ງ​ທີ 47 (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 20 ພະ​ຈິກ, ຢູ່​ມາ​ນີ​ລາ, ຟີ​ລິບ​ປິນ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຢ​ວານ​ແອັງ, ໄດ້​ຮັບ​ການມອບ​ສິດ​ຈາກທ່ານ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ, ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2 ແລະ ພິ​ທີ​ອັດກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່​ງາ​ຊາດ ອາ​ຊຽນ ຄັ້ງ​ທີ 47 (AIPA-47).

ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 16 – 21 ພະ​ຈິກ, ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ ຊາດ AIPA-47 ໄດ້​ຈັດ ​31 ວາ​ລະ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ແລະ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ພ້ອມ​ກັບມະ​ຕິ 36 ສະ​ບັບ​ວ່າ​ດ້ວຍ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປັນ​ຍາ​ປະ​ດິດ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ບັນ​ຫາ​ສັງ​ຄົມ. ພິ​ເສດ, ການ​ຮັບ​ເອົາ​ລັດ​ຖະ​ສະ​ພາ ຕີ​ມໍ​ແລັດ​ເຕ ເຂົ້າ​ເປັນ​ສະ​ມາ​ຊິກ ເປັນ​ການ​ສ້າງ​ຂີດ​ໝາຍ AIPA ມີ​ສະ​ມາ​ຊິກ​ຄົບ​ຖ້ວນ 11 ປະ​ເທດ, ຄື​ກັນ​ກັບ​ອາ​ຊຽນ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ມະ​ຕິ ທັງ 4 ສະ​ບັບ​ໂດຍ ຫວຽດ​ນາມ ນຳ​ສະ​ເໜີ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຮັບ​ຮອງ​ເອົາ​ເປັນ​ເອ​ກະ​ພາບ, ສຸມ​ໃສ່​ເຂົ້າ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຄວາມ​ສ່ຽງ​ຕໍ່ຄວາມ​ໝັ້ນ​ຄົງ​ທີ່​ສະຫຼັບ​​ກັນ, ປ່​ຽນ​ແປງ​ໃໝ່​ຮູບ​ແບບ​ພັດ​ທະ​ນາ​ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ແບບກວມ​ລວມ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ປະ​ຊາ​ຊົນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປັນ​ຍາ​ປະ​ດິດ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ.

(ແຫຼ່່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top