ຂ່າວສານ ຫວຽດນາມຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 2 ລ້ານເທື່ອຄົນໃນເດືອນເມສາ 2026 04/05/2026 ໃນ 4 ເດືອນຕົ້ນປີ 2026, 10 ຕະຫຼາດສົ່ງແຂກທ່ອງທ່ຽວມາຫວຽດນາມ ຫຼາຍທີ່ສຸດລວມມີ: ຈີນ, ສ.ເກົາຫຼີ, ລັດເຊຍ, ໄຕຫວັນ (ຈີນ), ກຳປູເຈຍ, ອາເມລິກາ, ອິນເດຍ, ຍີ່ປຸ່ນ, ອົດສະຕາລີ ແລະ ຟີລິບປິນ ແຂກທ່ອງທ່ຽວສາກົນ ຢູ່ເມືອງເກົ່າ ໂຮ້ຍອານ (ພາບ: TTXVN) ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມແລ້ວ, ໃນເດືອນເມສາ 2026, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ 2,03 ລ້ານເທື່ອຄົນ, ອັນໄດ້ຍົກຍອດຈຳນວນແຂກທ່ອງທ່ຽວສາກົນໃນ4 ເດືອນຕົ້ນປີ 2026 ບັນລຸລະດັບ 8,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ປະຕິບັດສຳເລັດ 35%ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 25 ລ້ານເທື່ອຄົນໃນປີ 2026. ໝາກຜົນທີ່ເປັນໜ້າປະທັບໃຈນີ້ໄດ້ຢັ້ງຢືນຖານະບົດບາດຂອງ ຫວຽດນາມ ຄືສະຖານທີ່ນັດພົບທີ່ປອດໄພ, ສະຖຽນລະພາບ ແລະ ນັບມື້ນັບດຶງດູດໃຈບົນແຜນທີ່ທ່ອງທ່ຽວສາກົນ. ນີ້ກໍ່ແມ່ນຄັ້ງທຳອິດໃນ 4 ເດືອນຢ່າງລຽນຕິດ, ຂະແໜງທ່ອງທ່ຽວ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 2 ລ້ານເທື່ອຄົນໃນເດືອນໜຶ່ງ, ກໍ່ແມ່ນຄັ້ງທຳອິດຈຳນວນແຂກທ່ອງທ່ຽວໃນ 4 ເດືອນຕົ້ນປີບັນລຸຈຳນວນ 8,8 ລ້ານເທື່ອຄົນ. ໃນ 4 ເດືອນຕົ້ນປີ 2026, 10 ຕະຫຼາດສົ່ງແຂກທ່ອງທ່ຽວມາຫວຽດນາມ ຫຼາຍທີ່ສຸດລວມມີ: ຈີນ, ສ.ເກົາຫຼີ, ລັດເຊຍ, ໄຕຫວັນ (ຈີນ), ກຳປູເຈຍ, ອາເມລິກາ, ອິນເດຍ, ຍີ່ປຸ່ນ, ອົດສະຕາລີ ແລະ ຟີລິບປິນ. ກຸ່ມຕະຫຼາດນີ້ໄດ້ປະກອບສ່ວນປະມານ 72%ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ, ສະເພາະສອງຕະຫຼາດໃຫຍ່ທີ່ສຸດແມ່ນ ຈີນ ແລະ ສ.ເກົາຫຼີ ກວມເອົາເກືອບ 40%. (ແຫຼ່ງຄັດຈາກ VOV)

ໃນ 4 ເດືອນຕົ້ນປີ 2026, 10 ຕະຫຼາດສົ່ງແຂກທ່ອງທ່ຽວມາຫວຽດນາມ ຫຼາຍທີ່ສຸດລວມມີ: ຈີນ, ສ.ເກົາຫຼີ, ລັດເຊຍ, ໄຕຫວັນ (ຈີນ), ກຳປູເຈຍ, ອາເມລິກາ, ອິນເດຍ, ຍີ່ປຸ່ນ, ອົດສະຕາລີ ແລະ ຟີລິບປິນ ແຂກທ່ອງທ່ຽວສາກົນ ຢູ່ເມືອງເກົ່າ ໂຮ້ຍອານ (ພາບ: TTXVN) ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມແລ້ວ, ໃນເດືອນເມສາ 2026, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ 2,03 ລ້ານເທື່ອຄົນ, ອັນໄດ້ຍົກຍອດຈຳນວນແຂກທ່ອງທ່ຽວສາກົນໃນ4 ເດືອນຕົ້ນປີ 2026 ບັນລຸລະດັບ 8,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ປະຕິບັດສຳເລັດ 35%ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 25 ລ້ານເທື່ອຄົນໃນປີ 2026. ໝາກຜົນທີ່ເປັນໜ້າປະທັບໃຈນີ້ໄດ້ຢັ້ງຢືນຖານະບົດບາດຂອງ ຫວຽດນາມ ຄືສະຖານທີ່ນັດພົບທີ່ປອດໄພ, ສະຖຽນລະພາບ ແລະ ນັບມື້ນັບດຶງດູດໃຈບົນແຜນທີ່ທ່ອງທ່ຽວສາກົນ. ນີ້ກໍ່ແມ່ນຄັ້ງທຳອິດໃນ 4 ເດືອນຢ່າງລຽນຕິດ, ຂະແໜງທ່ອງທ່ຽວ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 2 ລ້ານເທື່ອຄົນໃນເດືອນໜຶ່ງ, ກໍ່ແມ່ນຄັ້ງທຳອິດຈຳນວນແຂກທ່ອງທ່ຽວໃນ 4 ເດືອນຕົ້ນປີບັນລຸຈຳນວນ 8,8 ລ້ານເທື່ອຄົນ. ໃນ 4 ເດືອນຕົ້ນປີ 2026, 10 ຕະຫຼາດສົ່ງແຂກທ່ອງທ່ຽວມາຫວຽດນາມ ຫຼາຍທີ່ສຸດລວມມີ: ຈີນ, ສ.ເກົາຫຼີ, ລັດເຊຍ, ໄຕຫວັນ (ຈີນ), ກຳປູເຈຍ, ອາເມລິກາ, ອິນເດຍ, ຍີ່ປຸ່ນ, ອົດສະຕາລີ ແລະ ຟີລິບປິນ. ກຸ່ມຕະຫຼາດນີ້ໄດ້ປະກອບສ່ວນປະມານ 72%ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ, ສະເພາະສອງຕະຫຼາດໃຫຍ່ທີ່ສຸດແມ່ນ ຈີນ ແລະ ສ.ເກົາຫຼີ ກວມເອົາເກືອບ 40%.
ບັນດາບົດຕໍ່ໄປ ນະຄອນໂຮ່ຈີມິນ ຕ້ອນຮັບແຂກທ່ອງທ່ຽວໃນໂອກາດວັນບຸນ 30 ເມສາ 1 ພຶດສະພາເກືອບ 1,7 ລ້ານເທື່ອຄົນ04/05/2026ຂ່າວສານຕາມພະແນກທ່ອງທ່ຽວນະຄອນໂຮ່ຈີມິນແລ້ວ, ໃນ 9 ວັນແຕ່ວັນທີ 25 ເມສາ ຫາວັນທີ 3 ພຶດສະພາ, ຄາດວ່າ ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 190.000 ເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນ 1,5 ລ້ານເທື່ອຄົນ. ໜຶ່ງປີແຫ່ງການຜັນຂະຫຍາຍມະຕິເລກທີ 68: ຫັນບັນດາກົນໄກພິເສດໃນການພັດທະນາເສດຖະກິດເອກະຊົນໃຫ້ປະກົດຜົນເປັນຈິງ04/05/2026ຂ່າວສານຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ອິນເດຍ04/05/2026ຂ່າວສານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມສີລັງກາທາງລັດຖະກິດ04/05/2026ຂ່າວສານໂປໂລຍ ກ່າວເຕືອນໄພແຕກແຫງກັບ ນາໂຕ ພາຍຫຼັງ ອາເມລິກາ ຕັດສິນໃຈຖອນທະຫານອອກຈາກ ເຢຍລະມັນ04/05/2026ຂ່າວສານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ04/05/2026ຂ່າວສານທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວຄຳເຫັນນະໂຍບາຍຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ04/05/2026ຂ່າວສານ ອ່ານເພີ່ມ