• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອັງກິດ ມຸ່ງໄປເຖິງລະດັບ 15 ຕື້ USD ໃນດ້ານການຄ້າ 2 ຝ່າຍ

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.
  ທີ່​ການຕ້ອນຮັບ (ພາບ: VGP)  

ໂດຍ​ຢືນຢ​ັນ​ເລື່ອງຍາມ​ໃດ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ກັບ ອັງ​ກິດ ເປັນ​ສຳ​ຄັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເນັ້ນ​ໜັກ​ວ່າ 2 ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ຄື: ກາ​ນ​ຄ້າ - ການ​ລົງ​ທຶນ, ການ​ເງິນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ, ການ​ຫັນ​ເປັນ​ສີ​ຂຽວ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ… ທ່ານ​ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກ​ຍູ້​ການ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ລະ​ດັບ 10 ຕື້ USD ໃນ​ປີ 2026 ແລະ ມຸ່ງ​ໄປ​ເຖິງ​ລະ​ດັບ15 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Iain Frew ຢືນ​ຢັນ​ວ່າ, ອັງ​ກິດ ພ້ອມ​ແລ​້ວ​ທີ່​ຈະ​ສົ​ມ​ທົບ​ກັບ ຫວຽດ​ນາມ​ ເພື່ອ​ຊຸກ​ຍູ້​ການ​ຄ້າ 2 ຝ່າຍ ແລະ ສາ​ກົນ; ທ່ານ​ເນັ້ນ​ໜັກ​ວ່າ ອັງ​ກິດ ປາດ​ຖະ​ໜາ​ຢາກເປັນ​ຄູ່​ຮ່ວມ​ມື​ຍາວ​ນານ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫັນ​ປ່ຽນ​ພະ​ລັງ​ງານ​ຢ່າງ​​ຍຸ​ຕິ​ທຳ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ກ່າວ​ເຕືອນ​ເປີດກວ້າງ​ການ​ປະ​ທະ​ກັນ​ຖ້າ​ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ສືບ​ຕໍ່​ເກາະ​ຜິດ

ອີ​ຣານ ກ່າວ​ເຕືອນ​ເປີດກວ້າງ​ການ​ປະ​ທະ​ກັນ​ຖ້າ​ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ສືບ​ຕໍ່​ເກາະ​ຜິດ

ຖະ​ແຫຼງ​ການ​ຂອງ​ກອງກຳ​ລັງ​ພິ​ທັກປະ​ຕິ​ວັດ​ອິດ​ສະ​ລາມ ອີຣານ (IRGC) ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ​ຖ້າການ​ກະ​ທຳ​ເປັນ​ປໍ​ລະ​ປັກ​ຂອງ ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ໄດ້​ດຳ​ເນີນ​ຄືນອີກ, ການ​ປະ​ທະ​ກັນ​ຈະ​ເປີດກວ້າງອອກ ​ເກີນ​ຂອບ​ເຂດ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ.

Top