ຕອນບ່າຍວັນທີ 20 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.
ທີ່ການຕ້ອນຮັບ (ພາບ: VGP)
ໂດຍຢືນຢັນເລື່ອງຍາມໃດ ຫວຽດນາມ ກໍ່ຖືການພົວພັນກັບ ອັງກິດ ເປັນສຳຄັນ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ, ຄື: ການຄ້າ - ການລົງທຶນ, ການເງິນ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ, ການຫັນເປັນສີຂຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… ທ່ານກໍ່ສະເໜີໃຫ້ 2 ຝ່າຍຊຸກຍູ້ການຍົກວົງເງິນການຄ້າ 2 ຝ່າຍຂຶ້ນລະດັບ 10 ຕື້ USD ໃນປີ 2026 ແລະ ມຸ່ງໄປເຖິງລະດັບ15 ຕື້ USD ໃນໄລຍະຈະມາເຖິງ.
ສ່ວນທ່ານເອກອັກຄະລັດຖະທູດ Iain Frew ຢືນຢັນວ່າ, ອັງກິດ ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ການຄ້າ 2 ຝ່າຍ ແລະ ສາກົນ; ທ່ານເນັ້ນໜັກວ່າ ອັງກິດ ປາດຖະໜາຢາກເປັນຄູ່ຮ່ວມມືຍາວນານຂອງ ຫວຽດນາມ ໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ.