ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ປາດຖະໜາວ່າ ຊູແອັດ ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການພັດທະນາສີຂຽວ.
ທີ່ການຕ້ອນຮັບ (ພາບ: ກະຊວງການຕ່າງປະເທດ)
ຕອນບ່າຍວັນທີ 19 ພຶດສະພາ, ຢູ່ສຳນັກງານການຕ່າງປະເທດ, ທີ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Dag Hartelius, ລັດຖະມົນຕີການຕ່າງປະເທດ ຊູແອັດ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 18 – 19 ພຶດສະພາ ແລະ ເປັນປະທານຮ່ວມກອງປະຊຸມທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ຊູແອັດ ຄັ້ງທີ 2.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ປາດຖະໜາວ່າ ຊູແອັດ ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການພັດທະນາສີຂຽວ. ທ່ານສະເໜີໃຫ້ 2 ຝ່າຍຍົກສູງປະສິດທິຜົນກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄົ້ນຄວ້າສ້າງບັນດາກົນໄກຮ່ວມມືໃໝ່ຕື່ມອີກ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ, ການຄົ້ນຄວ້າ, ວັດທະນະທຳ ແລະ ການສຶກສາ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Dag Hartelius, ປາດຖະໜາຢາກເປີດກວ້າງການຮ່ວມມືຄົ້ນຄວ້າ, ຮັບເອົາບັນດານັກຄົ້ນຄວ້າ ແລະ ນັກສຶກສາ ຫວຽດນາມ ໄປຮ່ຳຮຽນ, ຄົ້ນຄວ້າຢູ່ ຊູແອັດ, ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດປະດິດຄິດສ້າງ, ເຕັກໂນໂລຊີ ແລະ ຄວາມໝັ້ນຄົງທາງໄຊເບີ.
(ແຫຼ່ງຄັດຈາກ VOV)