• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ໃຈ ເພື່ອສັນຕິພາບທີ່ໝັ້ນຄົງ

ວັນທີ 7 ມິຖຸນາ 2019, ຢູ່ສຳນັກງານອົງການສະຫະປະຊາຊາດທີ່ ນິວຢອກ, ສ ອາເມລິກາ, ສະມັກຊາໃຫຍ່ ສະຫະປະຊາຊາດ ໄດ້ ເລືອກຫວຽດນາມ ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ດ້ວຍຈຳນວນບັດສະ ໜັບສະໜູນ 192/193 ບັດ. ຜົນງານດັ່ງກ່າວ ຕອບສະໜອງໄດ້ ຄວາມ ມຸ່ງຫວັງຂອງປະຊາຊົນ ຫວຽດນາມ ແລະ ສະແດງໃຫ້ເຫັນວ່າ ພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ ຢ່າງ ຕັ້ງໜ້າ, ອິດທິຜົນ, ຖານະບົດບາດຂອງ ຫວຽດນາມ ນັບມື້ສູງເດັ່ນ ຢູ່ ສະຫະປະຊາຊາດ ແລະ ບົນເວທີສາກົນ ອີກດ້ວຍ.

ຫຼັງຈາກ ຫວຽດນາມ ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ສະຫາຍ ເລຂາທິການ, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີສານສະ ແດງ ຄວາມຂອບໃຈ ຕໍ່ການຮັບຮອງ ຂອງ ປະຊາຄົມສາກົນ ກ່ຽວກັບບົດ ບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນບັນດາ ວຽກ ງານ ຂອງ ສາກົນ ແລະ ພາກພື້ນ ພ້ອມທັງຢືນຢັນວ່າ: “ດ້ວຍຄວາມ ຕັດສິນໃຈໃໝ່,  ບັນຍາກາດໃໝ່, ຄວາມໄວ້ເນື້ອເຊື່ອ ໃຈຢ່າງເລິກ ເຊິ່ງ ຕໍ່ກຳລັງແຮງ, ຄວາມຕັ້ງໝັ້ນຂອງ ທົ່ວພັກ, ທົ່ວປວງຊົນ, ດ້ວຍ ຄວາມພະຍາຍາມ ແລະ ການປະສານສົມທົບຢ່າງ ມີປະສິດທິຜົນ ຂອງ ທຸກຂັ້ນ, ທຸກກະຊວງ, ຂະແໜງການ ແລະ ການສະໜັບສະໜູນ ຂອງ ປະຊາຊົນ, ພວກເຮົາເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຄວາມ ສຳເລັດ ໃນຖານະຕຳແໜ່ງອັນໜັກໜ່ວງ ທີ່ເປັນ ສະມາຊິກ ບໍ່ຖາ ວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ, ສົມເປັນຄູ່ຮ່ວມມື ທີ່ໄວ້ເນື້ອ ເຊື່ອໃຈ ເພື່ອສັນຕິພາບ ທີ່ໝັ້ນຄົງ”.

ການທີ່ຫວຽດນາມ ໄດ້ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນ ຄົງ ສະຫະປະຊາຊາດ ເປັນຄັ້ງທີ 2, ອີກເທື່ອໜຶ່ງໄດ້ ຢືນຢັນເຖິງການ ຕັດສິນໃຈຂອງ  ຫວຽດນາມ ໃນການປະຕິບັດແນວ ທາງການຕ່າງປະ ເທດເພື່ອສັນຕິພາບ, ເອກະລາດ, ຮ່ວມມື ແລະ ພັດທະນາ, ເປັນ ການສະແດງ ໃຫ້ເຫັນແນວທາງນະໂຍບາຍການ ຕ່າງປະເທດທ່ີຫຼາກ ຫຼາຍຮູບແບບ, ຫຼາຍທິດ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມ ຮັບຜິດຊອບສູງຂອງ ຫວຽດນາມ ໃນບັນດາເວທີສາກົນ.



ຕອນຄຳ່ວັນທີ 7 ມິຖຸນາ 2019 (ຕາມເວລາ ຫວຽດນາມ), ປະທານ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ປະກາດວ່າ ຫວຽດນາມ ກາຍ ເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາ ຊາດ ອາຍຸການ 2020-2021. ຜົນ ຂອງ ການປ່ອນບັດ, ມີທັງໝົດ 192 ປະເທດ ໃນຈຳນວນ 193 ປະເທດ ທ່ີເປັນສະມາຊິກ ສປຊ ໃຫ້ ການສະໜັບສະໜູນ ຫວຽດນາມ ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ. ພາບ: VNA


ຈຸດເວລາປະກາດຜົນ ຂອງ ການປ່ອນບັດ ສຳລັບຄະນະ ຫວຽດນາມ. ພາບ: VNA


ທ່ານນາງ Maria Fernanda Espinosa Garces, ປະທານສະ ມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 73 ອ່ານຜົນການ ປ່ອນບັດສຳ ລັບຄະນະ ຫວຽດນາມ. ພາບ: VNA


ຄວາມດີໃຈຂອງຄະນະຜູ້ແທນ ຫວຽດນາມ ເມື່ອ ຫວຽດນາມ ກາຍ ເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາ ຊາດ ອາຍຸການ 2020-2021. ພາບ: VNA


ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ພ້ອມກັບຜູ້ຕາງໜ້າຂອງ  4 ປະເທດທີ່ ຖືກເລືອກເປັນສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະ ຊາຊາດ ອາຍຸການ 2020-2021, ທີ່ ນິວຢອກ, ສ ອາເມລິກາ ເມື່ອ ວັນທີ 7 ມິຖຸນາ 2019. ພາບ: Xinhua/VNA


ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວ ໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຮັບຄຳອວຍພອນຈາກ ຜູ້ຕາງໜ້າ ການຕ່າງປະເທດຂອງບັນດາປະເທດ ຫຼັງຈາກຫວຽດນາມຖືກເລືອກ ໃຫ້ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະ ປະຊາ ຊາດ ອາຍຸການ 2020-2021, ທີ່ ນິວຢອກ, ສ ອາເມລິກາ ເມື່ອ ວັນທີ 7 ມິຖຸນາ 2019. ພາບ: Xinhua/VNA



ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕອບຄຳສຳພາດຂອງສື່ມວນຊົນສາກົນ. ພາບ: VNA

ທ່ານ Kamal Malhotra, ຜູ້ປະສານງານອົງການ ສະຫະປະຊາຊາດ ປະຈໍາຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນໄລຍະເວລາເພື່ອໃຫ້ ຫວຽດນາມ ແປ່ງ ປັນບົດຮຽນກັບປະຊາຄົມສາກົນ, ພ້ອມກັນນັ້ນ ຫວຽດນາມ ກໍ່ ຕ້ອງຖອດຖອນບົດຮຽນຈາກບັນດາປະເທດ ໃນພາກພື້ນ ແລະ ໂລກ ອີກດ້ວຍ. ສະຫະປະຊາຊາດ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອ ໃຈຂອງ ຫວຽດນາມ ຕະຫຼອດໄລຍະເວລາກວ່າ 40 ປີຜ່ານມາ. ໃນຖານະ ເປັນຜູ້ຕາງໜ້າ ຂອງ ສະຫະປະຊາຊາດ ປະຈຳຢູ່ຫວຽດນາມ, ທ່ານ Kamal Malhotra ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບ ຫວຽດນາມ ໃນບົດບາດ ແລະ ຖານະໜ້າໃໝ່ ໃນສະພາ ຄວາມໝັ້ນ ຄົງ ເມື່ອຫວຽດນາມ ຖືກເລືອກໃຫ້ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021. 
“ຂ້າພະເຈົ້າຮູ້ສຶກມີກຽດ ແລະ ເອກອ້າງທະນົງໃຈ ເປັນຍ່າງຍິ່ງເມື່ອ ຫວຽດນາມ ໄດ້ປະຊາຄົມສາກົນເລືອກໃຫ້ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021. ສິ່ງດັ່ງກ່າວ ມີຄວາມໝາຍສຳຄັນ, ຢັ້ງຢືນຄວາມຖືກຕ້ອງ ຂອງແນວ ທາງ ການຕ່າງປະເທດ ໂດຍກອງປະຊຸມໃຫຍ່ ພັກກອມມູນິດ ຫວຽດ ນາມ ຄັ້ງທີ XII ວາງອອກ ແລະ ຈິດໃຈຂອງຄໍາສັ່ງເລກທີ 25-CT/TW ລົງວັນທີ 8 ສິງຫາ 2018 ຂອງຄະນະເລຂາທິການ ກ່ຽວກັບ ການ ຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫຼາຍຝ່າຍເຖິງປີ 2030, ຫວຽດນາມ ຈະ “ເປັນເຈົ້າ ໃນການເຂົ້າຮ່ວມ ແລະ ເສີມຂະ ຫຍາຍ ບົດບາດ ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສະຫະ ປະຊາຊາດ”, ປະກອບສ່ວນປົກປັກຮັກສາ, ປັບປຸງສະ ພາບ ແວດ ລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອຮັບໃຊ້ໃຫ້ແກ່ການ ພັດ ທະນາປະເທດຊາດ, ພ້ອມກັນນັ້ນ ກໍ່ຈະປະຕິບັດໜ້າທ່ີໃຫ້ ດີທ່ີ ສຸດ ໃນຖານະບົດບາດທີ່ເປັນສະມາຊິກ ທີ່ມີຄວາມຮັບຜິດຊອບ, ມີ ການປະກອບສ່ວນເຂົ້າໃນການ ສ້າງໂລກ ມີສັນຕິພາບ, ສະເໝີ ພາບ, ປະຊາທິປະໄຕ ແລະ ຈະເລີນກ້າວໜ້າ...”.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. 

ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີການເຂົ້າຮ່ວມໃນວຽກງານລວມ ຂອງປະຊາຄົມສາກົນ ໃນຖານະບົດບາດນັບມື້ສູງເດັ່ນ. ຜ່ານ ອາຍຸ ການ 2008-2009, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເປັນປະ ເທດ ໜຶ່ງມີຄວາມຮັບຜິດຊອບ, ມີທັດສະນະຄ້າຍຄືກັນ ກັບບັນດາປະ ເທດທີ່ເປັນຄູ່ຮ່ວມມື ກ່ຽວກັບບັນຫາການເມືອງ, ມີຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນສະພາຄວາມໝັ້ນຄົງ ດ້ວຍການ ເຂົ້າຮ່ວມ ຢ່າງຄົບຖ້ວນເຂົ້າໃນບັນດາກອງປະຊຸມຂອງ ສະພາ.

ພາຍຫຼັງສຳເລັດການດຳລົງຕຳແໜ່ງເປັນ ສະມາຊິກ ບໍ່ຖາວອນ ສະ ພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2008-2009, ຫວຽດນາມ ສືບຕໍ່ຕາງໜ້າໃຫ້ບັນດາປະເທດໃນພາກພື້ນ ອາຊີ-ປາ ຊີຟິກ, ອອກສະໝັກເລືອກຕັ້ງເຂົ້າຕຳ ແໜ່ງດັ່ງກ່າວ ໃນອາຍຸການ 2020-2021.
 

ພ້ອມດຽວກັນ ກໍດຳລົງຕຳແໜ່ງທີິ່ເປັນປະທານ ອາຊຽນ ໃນປີ 2020-ເປັນປີ ທຳອິດຂອງທົດສະວັດທີ 2 ໃນສະຕະວັດທີ XXI, ການທີ່ ຫວຽດນາມ ຖືກເລືອກໃຫ້ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມ ໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ສະແດງໃຫ້ເຫັນ ຄວາມ ເປັນເຈົ້າການ ແລະ ຄວາມຕັ້ງໜ້າ ໃນການປະກອບສ່ວນ ຂອງ ຫວຽດນາມ ເພື່ອສັນຕິພາບ, ຄວາມສະຫງົບໃນພາກພື້ນ ແລະ ສາກົນ, ຈາກນັ້ນ ອິດທິພົນ ແລະ ຖານະບົດບາດໃໝ່ຂອງ ຫວຽດ ນາມ ນັບມື້ນັບສູງເດັ່ນ.


ຫວຽດນາມ ໄດ້ປະສົບຜົນສຳເລັດມາແລ້ວ ໃນການຈັດກອງປະຊຸມ ສາ ກົນ ທີ່ສຳຄັນ, ໃນນັ້ນ ມີກອງປະຊຸມເວທີປາໄສ ເສດຖະກິດໂລກ (WEF) ກ່ຽວກັບ ASEAN 2018, ເຊິ່ງໄດ້ຈັ້ດຂຶ້ນໃນເດືອນ ກັນຍາ 2018 ທີ່ນະຄອນຫຼວງ ຮ່າໂນ້ຍ.  ໃນພາບ: ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ, ທ່ານສາດສະດາຈານ Klaus Schwab - ຜູ້ກໍ່ຕັ້ງ ທັງເປັນ ປະ ທານບໍລິຫານ WEF ພ້ອມກັບກັບ ບັນດາປະມຸກ ລັດ ຂອງ ບັນດາ ປະເທດ ASEAN ໄດ້ເຂົ້າຮ່ວມ ວາລະໄຂກອງປະຊຸມ ດັ່ງກ່າວໃນ ຕອນເຊົ້າ ວັນທີ 12 ກັນຍາ 2018.  ພາບ: ຈີ໋ຢຸງ/VNA



ບັນດາປະເທດ ເພື່ອນມິດ ຕ່າງເຊື່ອໝັ້ນ ຫວຽດນາມ ແລະ  ເລືອກໃຫ້ ເປັນ ບ່ອນຈັດກອງປະຊຸມ ທີ່ສຳຄັນ ລະດັບພາກພື້ນ ແລະ ສາກົນ, ໃນນັ້ນມີກອງປະຊຸມສັບປະດາຂັ້ນສູງ ເວທີປາໄສ ຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 25 ເຊິ່ງ ໄດ້ ຈັດຂຶ້ນໃນເດືອນພະຈິກ 2017 ທີ່ນະຄອນ ດ່າໜັງ. ພາບ: ຍານຊ໋າງ/VNA



ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບ ບັນ ດາຜູ້ແທນຖ່າຍຮູບຮ່ວມກັນ ໃນພິທີໄຂກອງປະຊຸມ ໃຫຍ່ບັນດາ ອົງ ການກວດສອບສູງສຸດ ອາຊີ (ASOSAI) ຄັ້ງທີ 14 ແລະ ພິທີ ສະ ເຫຼີມສະຫຼອງ 40 ປີ ແຫ່ງການສ້າງກົດບັດ ASOSAI ເຊິ່ງໄດ້ຈັດ ຂຶ້ນ ຢ່າງສົມກຽດ ທີ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໃນວັນທີ 19 ກັນຍາ 2018. ພາບ: VNA


ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ເຊິ່ງໄດ້ຈັດຂຶ້ນ ໃນ ເດືອນ ກຸມພາ 2019 ເປັນເຫດການທີ່ສຳຄັນ ຂອງໂລກ, ດຶງດູດການ ເຂົ້າຮ່ວມຂອງນັກຂ່າວ 2.600 ຄົນ ທີ່ມາຈາກ 218 ສຳນັກຂ່າວສານ ຈາກເກືອບ 40 ປະເທດ ແລະ ເຂດແຄວ້ນຕ່າງໆ ໃນໂລກ ມາ ຮ່າ ໂນ້ຍ ເພື່ອເຮັດຂ່າວກ່ຽວກັບເຫດການດັ່ງກ່າວ. ໃນພາບ: ປະທານາ ທິບໍດີ ສ ອາເມລິກາ Donald Trump ແລະ ທ່ານ Kim Jong-un, ປະທານພັກແຮງງານ ສປປ ເກົາຫຼີ ທີ່ກອງປະຊຸມເປີດ ກວ້າງກັບບັນ ດາການນຳສອງປະເທດ ໃນມື້ທີ 2 ຂອງ ກອງປະຊຸມສຸດຍອດ ສ ອາ ເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ ເມື່ອວັນທີ 28 ກຸມພາ 2019. ພາບ: AFP/VNA


ການເຄື່ອນໄຫວການຕ່າງປະເທດແບບຫຼາຍຝ່າຍຂອງ ຫວຽດນາມ ໄດ້ ຫັນປ່ຽນຈາກ “ເຂົ້າຮ່ວມຢ່າງຕັ້ງໜ້າ” ມາເປັນ “ເປັນເຈົ້າການ ໃນ ການປະກອບສ່ວນກໍ່ສ້າງບັນດາບັນຍັດຫຼາຍຝ່າຍ”, ໄດ້ສະແດງອອກ ໃຫ້ເຫັນ ການທ່ີຫວຽດນາມ ຖືກເລືອກເຂົ້າໃນບັນດາ ອົງການທີ່ສຳ ຄັນ ຂອງສະຫະປະຊາຊາດ ແລະ ໄດ້ມີໜ້າ ເຂົ້າຮ່ວມໃນເວທີປາ ໄສ ຫຼາຍຝ່າຍ. ໃນພາບ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວາລະ ປະຊຸມຄົບຄະນະຄັ້ງທີ 1 ຂອງກອງປະຊຸມຂັ້ນສູງ ອາຊີ-ເອີຣົບ (ASEM) ຄັ້ງທີ 12 ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ຕຸລາ 2018 ທີ່ນະຄອນ Brussels, ປະເທດ ແບນຊິກ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຫົວໜ້າ ຄະ ນະ G7 ແລະ G7 ເປີດກວ້າງຖ່າຍຮູບຮ່ວມກັນ ທີ່ກອງປະຊຸມສຸດ ຍອດ ກຸ່ມບັນດາປະເທດອຸດສາຫະກຳ ພັດທະນາແຖວໜ້າຂອງໂລກ (G7) ເປີດກວ້າງ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ມິຖຸນາ 2018, ທີ່ນະຄອນ Charlevoix, ປະເທດ ການາດາ. ພາບ: : ຖົ໋ງເຍີດ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ບັນດາຜູ້ແທນ ໃນ ພິທີເປີດ ມະຫາກໍາ ວິສາຂະບູຊາ ຂອງ ສະຫະປະຊາຊາດ - Vesak 2019 ເຊິ່ງໄດ້ຈັດຂຶ້ນຢູ່ ແຂວງ ຮ່ານາມ, ຫວຽດນາມ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງຊາດ ໃຫ້ການຢ້ຽມຢາມຖາມຂ່າວ ແລະ  ໃຫ້ກຳລັງໃຈ ບັນດາທ່ານໝໍ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ກ່ອນ ອອກເດີນທາງ ປະຕິບັດໜ້າທີ່ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ ຊູດັງໃຕ້.  ພາບ: ແທງຫວູ/VNA

“ການທີ່ຫວຽດນາມ ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ໄດ້ ມີ ຄວາມໝາຍສຸດທີ່ສຳຄັນ ຍ້ອນຫວຽດນາມ ໄດ້ສະແດງ ໃຫ້ເຫັນ ບົດ ບາດທີ່ນັບມື້ສູງເດັ່ນ ຂອງ ຕົນໃນດ້ານການຄ້າ, ການຕ່າງ ປະເທດ ກໍ່ຄືຄວາມສະຫງົບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໃນບົດ ບາດດັ່ງກ່າວ, ຫວຽດນາມ ອາດສາມາດປະກອບສ່ວນ ໃນບັນດາຂົງ ເຂດຄື: ສາທາລະນະສຸກ, ສະກັດກັ້ນ-ຕ້ານການລະບາດ ຂອງ ພະ ຍາດ, ຊຸກຍູ້ຄວາມສະຫງົບ ປອດໄພຂອງການເດີນ ເຮືອທະເລ, ຕ້ານ ການກໍ່ການຮ້າຍທາງທະເລ, ສະກັດກັ້ນ ການຫາປາ ແລະ ຄ້າຂາຍ ມະນຸດແບບຜິດກົດໝາຍ...”.

ທ່ານ Hunter Marston, ອະດີດເລຂາຊ່ວຍວຽກຄົ້ນຄວ້າ ຂັ້ນສູງ ຂອງສະຖາບັນ Brookings, ສ ອາເມລິກາ.

ການທີ່ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຄັ້ງນີ້ ຍັງເປັນໂອກາດເພື່ອຍົກສູງຖະນາບົດບາດ ແລະ ຮູບພາບປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ດ້ວຍການ ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິພາບ ເຂົ້າໃນການຕໍ່ ສູ້ລວມ ຂອງ ມະນຸດ ເພື່ອເປົ້າໝາຍສັນຕິພາບ, ເອກະລາດແຫ່ງຊາດ, ວັດ ທະນາຖາວອນ, ປະຊາທິປະໄຕ ແລະ ກ້າວໜ້າຂອງສັງຄົມ. ເຫດ ການດັ່ງກ່າວ ໄດ້ເພີ່ມຄວາມ ໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະ ນົງໃຈ, ຊຸກຍູ້ປະຊາຊົນ ຫວຽດນາມ ໝົດທຸກຄົນ ມີການປະກອບ ສ່ວນຢ່າງສຸດໃຈເຂົ້າໃນພາລະກິດການປ່ຽນແປງໃໝ່ ແລະ ພັດທະ ນາ ປະເທດຊາດ ຢ່າງຮອບດ້ານ. ນີ້ກໍ່ແມ່ນເງື່ອນໄຂທີ່ ສະ ດວກເພື່ອ ໃຫ້ ຫວຽດນາມ ສືບຕໍ່ ສ້າງສະພາບແວດລ້ອມການລົງ ທຶນເຮັດທຸ ລະ ກິດທີ່ຈັບໃຈ, ປອດໄພໃນພາກພື້ນ ແລະ ສາກົນ. 

ຫວຽດນາມ ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ແມ່ນເປັນ ກຽດ ອັນສະຫງ່າ, ຢືນຢັນແນວທາງການຕ່າງປະເທດ ທີ່ຖືກຕ້ອງ ຂອງພັກ ແລະ ລັດຫວຽດນາມ. ນີ້ແມ່ນຈຸດໝາຍ ທີ່ມີຄວາມໝາຍ ສຳຄັນ ໃນ ໄລຍະ ຫວຽດນາມ ພວມຜັນຂະຫຍາຍ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກຳນົດທິດໃຫ້ແກ່ວຽກງານການ ຕ່າງປະເທດຫຼາຍຝ່າຍ  “ເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດ ບັນ ດາກົນໄກຫຼາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສະຫະປະຊາຊາດ” ແລະ ຄຳສັ່ງເລກທີ 25-CT/TW ລົງວັນທີ 8 ສິງຫາ 2018 ຂອງ ຄະ ນະເລຂາທິການ ກ່ຽວກັບ ການຍູ້ແຮງ, ຍົກລະດັບການຕ່າງປະເທດ ຫຼາຍຝ່າຍເຖິງປີ 2030. ຄຳສັ່ງເລກທີ 25-CT/TW ໄດ້ກໍານົດເປົ້າ ໝາຍ ໃຫ້ແກ່ວຽກງານການຕ່າງປະເທດ ຫຼາຍຝ່າຍໃນເວລາ ທີ່ຈະມາ ເຖິງ ແມ່ນ “ພະຍາຍາມສວມບົດບາດ ທີ່ເປັນເສົາຫຼັກ, ນຳພາ ຫຼື ໄກ່ ເກຍ ຢູ່ບັນດາເວທີປາໄສ, ອົງ ການຈັດຕັ້ງຫຼາຍຝ່າຍທີ່ມີຄວາມ ສຳ ຄັນ ຍຸດທະສາດ ສຳລັບປະເທດຊາດ”, ແທດເໝາະກັບຄວາມສາ ມາດ ແລະ ເງື່ອນໄຂຕົວຈິງຂອງ ຫວຽດນາມ.


ປະຕິບັດ: VNP ສັງລວມ - ພາບ: VNA, Xinhua, AFP 

Chuyên mục: Thương hiệu Việt

Trường Việt Anh: Phát triển toàn diện cho học sinh

Bài: Nguyễn Oanh, Ảnh: Đặng Kim Phương và tư liệu

Với mục tiêu tạo ra những thế hệ học sinh giỏi về ngoại ngữ, vững về kiến thức và kỹ năng sống, Trường Việt Anh (Hệ thống trường THCS và THPT) tại Tp. Hồ Chí Minh trong những năm qua là một trong những nơi uy tín được các bậc cha mẹ gửi gắm con em mình trên hành trình tạo đà phát triển cho tương lai.

 

Có mặt tại một lớp học vào buổi sáng của trường Việt Anh ở cơ sở 1 đường Nguyễn Trọng Tuyển, quận Phú Nhuận mới thấy được được sự mới lạ trong cách học của học sinh. Đứng quan sát một lúc lâu trong giờ dạy tiếng Anh, chúng tôi thấy rất ít khi giáo viên nước ngoài giảng bài mà thay vào đó là sự học tập tương tác giữa học sinh với nhau. Giáo viên cho các bạn tự chọn đề tài, thoải mái trao đổi và thể hiện ý kiến về đề tài mình chọn. Khả năng giao tiếp bằng tiếng Anh tự tin, sử chủ động của học sinh là điểm nổi bật chúng tôi nhận thấy trong lớp học này.

 

 

 

 

Đội ngũ giáo viên tiếng Anh hoàn toàn là người nước ngoài, trường Việt Anh cam kết học sinh đạt chứng chỉ Anh Văn quốc tế IELTS 6.0 – 8.0 và chứng chỉ Tin học quốc tế ICDL (được công nhận trên 152 quốc gia) sau khi hoàn thành chương trình lớp 12 tại trường. Bằng chứng là những năm qua, học sinh trường Việt Anh đậu vida du học tỉ lệ 100%. Học sinh tốt nghiệp tại trường Việt Anh đều được tuyển thẳng bậc Cửnhân vào Đại Học Gloucestershire, Anh Quốc. Trường còn liên kết với nhiều đại học danh tiếng trên thế giới đảm bảo đầu ra cho học sinh. Ngoài ra, học sinh trường Việt Anh đạt nhiều giải cao trong cuộc thi olympia tiếng Anh trên internet dành cho học sinh phổ thông do Bộ Giáo dục và Đào tạo tổ chức...và ra trường làm trợ giảng cho các trung tâm anh ngữ nổi tiếng Tp. Hồ Chí Minh. 

Ông Nguyễn Mạnh Dương, Chủ tịch HĐQT trường Việt Anh chia sẻ: “Học sinh trường Việt Anh rất giỏi tiếng Anh nhưng phần lớn học sinh không coi tiếng Anh là một nghề nghiệp mà chỉ chọn tiếng Anh là công cụ để theo đuổi nghề nghiệp mong ước của mình”.

Ngoài chương trình học chuẩn của Bộ Giáo dục và Đào tạo, năm 2016, trường Việt Anh áp dụng mô hình “lớp học đảo ngược” (flipped class) của Mỹ vào chương trình đào tạo của trường. Với phương pháp này,học sinh phải chủ động tự học trước ở nhà và tương tác với thầy cô trên lớp để nhớ bài học lâu hơn. Bên cạnh đó, sử dụng sách giáo khoa điện tử (classbook) nhằm tận dụng những tiện ích của công nghệ hiện đại như: trình chiếu video, hình ảnh, các trò chơi, tương tác giữa thầy cô và lớp học qua thiết bị… giúp việc học tập trở nên sinh động, lý thú nên học sinh dễ tiếp thu bài và khó quên kiến thức hơn. Chỉ cần máy tính bảng, laptop hay điện thoại di dộng của học sinh được kết nối với máy tính của giáo viên. Qua đó, giáo viên có thể quản lý được lớp học và đưa thêm những phương pháp, giảng dạy mới vào tiết học. Toàng bộ kiến thức môn học được lưu trữ trên Classbook, học sinh có thể tìm lại kiến thức khi cần tham khảo.

Em Nguyễn Phạm Minh Khoa, học sinh tại trường Việt Anh chia sẻ: ““Học ở trường Việt Anh rèn luyện cho học sinh khả năng tự học, tự lập và tư duy độc lập nên chúng em tự tin vào bản thân mình”.

Hiện nay, trường Việt anh có hai cơ sở ở quận Phú Nhuận và quận Bình Tân với trang thiết bị hiện đại theo tiêu chuẩn của trường quốc tế như: Phòng học, phòng thí nghiệm, ký túc xá, khu vui chơi giải trí, hệ thống xe đưa rước… để có được điều kiện học tập tốt nhất cho học sinh nơi đây.

Để học sinh có thể phát triển toàn diện, trường Việt Anh chú trọng đến việc phát triển các kỹ năng sống của học sinh. các câu lạc bộ như: Bóng đá, bơi lội, cầu lông, âm nhạc, múa… với nhiều hoạt động đa dạng giúp học sinh phát triển thể chất và năng khiếu. Đặc biệt, câu lạc bộ Hướng Nghiệp của trường là nơi khảo sát tiềm năng và sở thích của bản thân học sinh cũng như nhu cầu của xã hội. Từ đó, đưa ra những định hướng học tập và nghề nghiệp trong tương lai cho các em. Những hoạt động như: ngoại ngoài trời, đi thực tế, các cuộc thi… được tổ chức thường xuyên trong năm học và kỳ nghỉ hè giúp học sinh trường Việt Anh có nhiều trải nghiệm cuộc sống cho bản thân.

 

 

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

Top