ທ່ານນາງ ຫງວຽນມິນຮັ່ງ ໄດ້ສະເໜີບັນດາກຳນົດທິດ ການຮ່ວມມືຈຸດສຸມເພື່ອພັດທະນາລະບົບນິເວດ ຮາລານ ທົ່ວໂລກ, ຄື: ສ້າງມາດຕະຖານ ແລະ ລະບົບການຮັບຮອງ ຮາລານ ໃຫ້ມີຄວາມປະສົມກົມກຽວ
ແຕ່ວັນທີ 24 ຫາ 25 ພະຈິກ, ຢູ່ Istanbul, ຕວັກກີ, ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫຼາຍຂະແໜງການ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກຍູ້ການຮ່ວມມື ຮາລານ ກັບ ຕວັກກີ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນມິນຮັ່ງ ໄດ້ສະເໜີບັນດາກຳນົດທິດ ການຮ່ວມມືຈຸດສຸມເພື່ອພັດທະນາລະບົບນິເວດ ຮາລານ ທົ່ວໂລກ, ຄື: ສ້າງມາດຕະຖານ ແລະ ລະບົບການຮັບຮອງ ຮາລານ ໃຫ້ມີຄວາມປະສົມກົມກຽວ; ເພີ່ມມະວີການເຊື່ອມຕໍ່ການຄ້າ, ການລົງທຶນ ແລະ ຍົກສູງທີ່ຕັ້ງຂອງວິສາຫະກິດໃນລະບົບມູນຄ່າ ຮາລານ; ການພັດທະນາແຫຼ່ງຊັບພະຍາກອນມະນຸດ ຮາລານ...
ທ່ານນາງ ຫງວຽນມິນຮັ່ງ, ສະເໜີໃຫ້ບັນດາຄູ່ຮ່ວມມືໜູນຊ່ວຍການພັດທະນາລະບົບນິເວດ ຮາລານ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າ ຮາລານ ທົ່ວໂລກຢ່າງເລິກເຊິ່ງກວ່າ, ພ້ອມກັນນັ້ນກໍ່ຊົມເຊີຍບັນດາວິສາຫະກິດຕ່າງປະເທດທີ່ມາລົງທຶນໃນຂົງເຂດດັ່ງກ່າວຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)